BMW Premium auto Laos ເປີດໂຕລົດລຸ້ນໃຫມ່ລ່າສຸດ The new BMW X1 ແລະ The all new BMW X6 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

BMW Premium auto Laos ເປີດໂຕລົດລຸ້ນໃຫມ່ລ່າສຸດ The new BMW X1 ແລະ The all new BMW X6




ນະຄອນຫຼວງວຽງຈັນ: ໃນວັນທີ 6 ມິຖຸນາ 2020. ທາງ BMW Premium auto Laos ໄດ້ມີການເປີດໂຕລົດ BMW ລຸ້ນໃຫມ່ລ່າສຸດພ້ອມກັນເຖິງ 2 ລຸ້ນ!! ນັ້ນກໍຄື The new BMW X1 & The all new BMW X6. ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບ Live event ເຜີຍແຜ່ທາງ Facebook live ທີ່ page: BMW Laos, ເພື່ອໃຫ້ສອດຄ່ອງກັບມາດຕະການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດ Covid-19. ງານດັ່ງກ່າວໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ສົມກັບເປັນ Brand ທີ່ມີຊື່ສຽງລະດັບໂລກຢ່າງ BMW ແລະໄດ້ດຳເນີນການໄປໄດ້ດ້ວຍດີ.


·       ສຳຫລັບລົດ BMW X1 ຖື​ເປັນ​ລົດ Sport Activity Vehicle (SAV) ລຸ້ນ​ນ້ອຍ​ທີ່​ສຸດ​ໃນ​ຕະ​ກຸນ X Model, BMW Premium Auto Laos ໄດ້​ສົ່ງ BMW X1 ລຸ້ນ​ທຳ​ອິດ ລະ​ຫັດ E84 ​ເຂົ້າ​ຂາຍ​ໃນ​ຕະຫຼາດ​ ສ​ປ​ປ ​ລາວ ຄັ້ງ​ແລກ​ໃນ​ປີ 2014 ໃນ​ລຸ້ນ  sDrive20i, ແລະ​ໄດ້​ຮັບ​ການ​ຕອບ​ຮັບ​ເປັນ​ຢ່າງ​ດີ​ຈາກ​ລູກ​ຄ້າ​ໃນ ສ​ປ​ປ ລາວ ດ້ວຍ​ຂະ​ຫນາດ​ຕົວ​ລົດ​ທີ່ເປັນ​ລົດ​ອະ​ເນກ​ປະ​ສົງ​ສຳຫຼັບຄອບ​ຄົວ​ມີ​ຂະ​ໜາດ​ກະ​ທັດ​ຮັດ​ ແລະ ​ມີ​ຄວາມ​ຄ່ອງ​ຕົວ​ສູງ​ຈື່ງ​ເຮັດ​ໃຫ້​ເປັນ​ຕົວ​ເລືອກ​ທີ່​ຕອບ​ໂຈດ​ສຳຫຼັບ​ລູກ​ຄ້າ​ຕໍ່​ເນື່ອງ​ມາ​ຈົນ​ເຖິງ BMW X1 2th Generation ລະ​ຫັດ F48 ​ໃນ​ປີ 2016 ​ຈົນ​ມາ​ເຖິງ​ປະ​ຈູ​ບັນ.



·       THE NEW X1 ​ໄດ້​ມີ​ການ​ປັບ​ໂສມ​ໃຫມ່​ທັງ​ພາຍນອກ ​ແລະ ​ພາຍ​ໃນ​ໃຫ້​ມີ​​ຄວາມ​ໂດດ​ເດັ່ນ​ຫຼາຍ​ຂຶ້ນ​ມາ​ພ້ອມ​ຊຸດ​ M Sport Package ອອກແບບດ້ານ​ຫນ້າ​ໃຫມ່ ​ໂດຍ​ທີ່​ຊ່ອງ​ຮັບ​ລົມທີ່​ກັນ​ຊົນ​ຫນ້າ​ມີ​ຂະ​ຫນາດ​ໃຫ່​ຍ​ຂຶ້ນ​ເພື່ອ​ເພີ່ມ​ຄວາມ​ເປັນ Sport ​ແລະ ​ມາ​ພ້ອມ​ກັບ​ໄຟ​ຫນ້າ​ແບບ Full LED ທີ່​ອອກ​ແບບ​ໄດ້​​ຢ່າງປາດ​ປ່ຽວ​ຮັບ​ກັບ BMW kidney grille ດ້ວຍດີ​ຊາຍ​ໃຫ່​ມ​ເຊື່ອມ​ຕໍ່​ກັນ​ເປັນ​ໜຶ່ງ​ດຽວ​ເຮັດ​ໃຫ້​ດ້ານ​ໜ້າ​ຂອງ THE NEW X1 ມີ​​ຄວາມ​ດຸ​ດັນຫຼາຍ​ຂຶ້ນ.

·       ດ້ານ​ຫນ້າ​ຂອງ THE NEW X1 ​ຍັງ​ຄົງ​ຄວາມ​ເປັນ Sport Activity Vehicle ດ້ວຍ​ເສັ້ນ shoulder Line ​ອັນ​ເປັນ​ເອ​ກະ​ລັກ​​ທີ່ມາ​ພ້ອ​ມ​ລໍ້ M Double-Spoke ຂະ​ໜາດ 19.

·       ດ້ານ​ຫລັງ​ຂອງ THE NEW X1 ໂດດ​ເດັ່ນ​ດ້ວຍ​ໄຟ​ທ້າຍ L-Shaped ອັນ​ເປັນ​ເອ​ກະ​ລັກ​ຂອງ BMW ແລະ​ເປັນ​ແບບ Full LED ຮັບ​ກັບ​ກັນ​ຊົນ​ຫລັງ​ທີ່​ມີ​ຂະ​ຫນາດ​ໃຫຍ່​ຕັດ​ດ້ວຍ​ສີ​ເທົາ​ເພີ່ມ​ຄວາມເປັນ M Sport ໄດ້​ຢ່າງ​ລົງ​ຕົວ.

·       ພາຍ​ໃນ THE NEW X1 ມີ​ການ​ອອກ​ແບບ​ພື້ນ​ທີ່​ພາຍ​ໃນ​​ໃຫ້​ລົງ​ຕົວ​​ຫລາຍ​ຂຶ້ນ​ດ້ວຍ​ເບາະ​ຫນັງ Dakota ແບບ Sport Seat ​ປັບ​ດ​້ວຍ​ໄຟ​ຟ້າ 8 ທິດ​ທາງ ເສີມ​ຄວາມເປັນ Sport ດ້ວຍ​ພວງ​ມະ​ໄລ​ແບບMulti-function M Sport Steering ​ຫນ້າ​ປັດ​ດີ​ຊາຍ​ແບບ Sport, Operating System ຂະ​ຫນາດ 10.25 ນິ້ວ ລະ​ບົບ​ສຽງ Top Hifi ຂອງ HARMAN KARDON, ລະ​ບົບ​ປັບ​ອາ​ກາດ​ແຍກ​ອິດ​ສະຫລະ 2 ໂຊນ.

·       ສຳຫລັບ THE NEW X1 ທີ່​ເລືອກ​ເຂົ້າ​ມາ​ຂາຍ​ໃນ ສ​ປ​ປ ລາວ​ແມ່ນໃຊ້​ເຄື່ອງ​ຍົນ​ແບບ​ແອັດ​ຊັງ 3 ສູບ​ແຖວ​ລຽງ ຂະ​ຫນາດ 1.5ລິດ BMW TwinPower Turbo  ໃຫ້​ຄວາມ​ແຮງ 140 HP ແຮງ​ບິດ​ສູງ​ສຸດ  220 Nm. ອັດ​ຕາ​ເລັ່ງ 0-100 km/h ​ຢູ່​ທີ່ 9.7 ​ວິ​ນາ​ທີ ຈັບ​ຄູ່​ກັບ​ເກຍ​ອັດ​ຕະ​ໂນ​ມັດ 8 Speed ໂດຍ​ມີ​ອັດ​ຕາ​ການ​ສິ້ນ​ເປືອງ​​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ທີ່ 6.5 7.3 L/100 km.



·       THE NEW X1 ຖື​ເປັນ​ລົດ​ຄອບ​ຄົວ​ອະ​ເນກ​ປະ​ສົງ​ທີ່​ຕອບ​ສະ​ໜອງ​ທຸກ​ການ​ເດີນ​ທາງ​ໃນ​ແບບ Sport Activity Vehicle ​ຢ່າງ​ແທ້​ຈິງ. 

·       ສຳຫລັບລົດ BMW X6 ຖືເປັນການປະຕິວັດລົດ SUV ຄັ້ງສຳຄັນໂດຍ BMW ໄດ້ເປີດໂຕລົດ  BMW X6 1th Generation ໃນປີ 2008 ແລະໄດ້ນິຍາມ Category ຂອງລົດໃຫມ່ເປັນ Sport Activity Coupe (SAC) ດ້ວຍໂຕຖັງທີ່ເປັນຊົງອຽງstyle Coupe ໂດດເດັ່ນເປັນເອກະລັກເຮັດໃຫ້ BMW X6 ປະສົບຜົນສຳເລັດດ້ານຍອດຂາຍ 400,000 ຄັນທົ່ວໂລກ.

·       ແລະເພື່ອຕອກຍ້ຳຄວາມເປັນຜູ້ນຳດ້ານລົດຍົນ Sport Activity Coupe, BMW X6 ໄດ້ເດີນທາງມາເຖິງ 3th Generation ໃນລະຫັດ G06 ທີ່ມີການພັດທະນາຕໍ່ຍອດ BMW X6 ໃນລະຫັດ F16 ເຊິ່ງເປັນ 2th Generation, ເຮັດໃຫ້ BMW X6 G06 ມີການອອກແບບໃຫມ່ທັງຫມົດໃຫ້ສົມກັບທີ່ເປັນ THE ALL NEW ແລະ BMW Premium Auto Laos ພູມໃຈນຳສະເຫນີ THE ALL NEW BMW X6 ທີ່ມາພ້ອມກັບ M Aerodynamic Packaged ທີ່ມີຄວາມໂດດເດັ່ນດ້ວຍຊຸດ M Sport ຮອບຄັນ.



·       THE ALL NEW X6 ອອກແບບດ້ານຫນ້າແບບ Shark nose ຄູ່ກັບກະຈັງຫນ້າແບບ illuminated BMW kidney grille ອັນໂດດເດັ່ນເຊື່ອມກັນເປັນອັນຫນຶ່ງອັນດຽວ ແລະຍັງມາພ້ອມກັບໄຟຫນ້າ BMW Adaptive LED Headlights ທີ່ສາມາດສ່ອງສະຫວ່າງໄດ້ເຖິງ 500 m. ແລະຍັງມີໄຟຕັດຫມອກ LED ເພີ່ມຄວາມດຸດັນຫລາຍຂຶ້ນ.

·        ດ້ານຂ້າງມີການອອກແບບ shoulder Line ໃຫ້ສູງຂຶ້ນ ແລະລາກຍາວຈາກດ້ານຫນ້າເຊື່ອມຕໍ່ໄປຈົນເຖິງດ້ານທ້າຍຂອງໂຕລົດ ເຮັດໃຫ້ລົດມີ Dynamic ຫລາຍຍິ່ງຂຶ້ນ, THE ALL NEW BMW X6 ມາພ້ອມກັບລໍ້ M Y-Spoke ຂະຫນາດ 21 ພ້ອມກັບລະບົບເບກແບບ M Sport Brake ເຮັດໃຫ້ THE ALL NEW BMW X6 ມີ Performance ສູງໃນການຂັບຂີ່ style BMW.

·       ດ້ານຫລັງ THE ALL NEW X6 ມາພ້ອມກັບກັນຊົນແບບ M Aerodynamic ອອກແບບໄດ້ລົງໂຕກັບໄຟທ້າຍແບບ L-Shaped ອັນເປັນເອກະລັກຂອງ BMW ແລະເສີມຄວາມດຸດັນດ້ວຍທໍ່ໄອເສຍຄູ່ຂະຫນາດໃຫຍ່ທີ່ເຮັດວຽກໄດ້ແທ້ທັງ 2 ດ້ານ.



·       ພາຍໃນ THE ALL NEW X6 ມີການອອກແບບພື້ນທີ່ພາຍໃນຫ້ອງໂດຍສານທີ່ກວ້າງຫລາຍຂຶ້ນດ້ວຍເບາະຫນັງ Nappa ແບບ Sport Seat ປັບດ້ວຍໄຟຟ້າ 18 ທິດທາງ ເສີມຄວາມເປັນ Sport ດ້ວຍພວງມາໄລແບບ Multi-function M Sport Steering, ຫນ້າປັດ BMW Live Cockpit Professional, Operating System ຂະຫນາດ12.3  ນິ້ວ ພ້ອມ Touchscreen, ລະບົບສຽງ Top Hifi Logic7 ຂອງ HARMAN KARDON ໃຫ້ລໍາໂພງມາເຖິງ 16 ຈຸດ,  ລະບົບປັບອາກາດແຍກອິດສະຫລະ ໂຊນ4, ຫົວເກຍແບບ Crafted Clarity.



·       ສຳຫລັບ THE ALL NEW X6 ທີ່ເລືອກເຂົ້າມາຂາຍໃນ ສປປ ລາວ ແມ່ນໃຊ້ເຄື່ອງຍົນກາຊວນ 6 ສູບແຖວຮຽງ ຂະຫນາດ 3.0 ລິດ BMW TwinPower Turbo  ໃຫ້ກຳລັງ 256 HP ແຮງບິດສູງສຸດ 620 Nm. ອັດຕາການເລັ່ງ 0-100 km/h ທີ່ 5.6 ວິນາທີ ຈັບຄູ່ກັບເກຍອັດຕະໂນມັດ 8 Speed ແລະລະບົບຂັບເຄື່ອນ 4 ລໍ້ ແບບ xDrive ຂອງ BMW, ອັດຕາການເຜົາຜານພະລັງງານ 7.5 8.4 L/100 km. ຫລື 12 14 Km/l.

·       THE ALL NEW X6 ຖືເປັນລົດທີ່ຕອບສະຫນອງທຸກການໃຊ້ງານ ບໍ່ວ່າຈະເປັນ On-Road ແລະ Off-Road ໃນແບບ Sport Activity Coupe ຢ່າງແທ້ຈິງ.

ສຳຫລັບທ່ານໃດທີ່ຕ້ອງການຢາກສຳຜັດປະສົບການການຂັບຂີ່ລົດ BMW ທັງ 2ລຸ້ນນີ້ກ່ອນໃຜສາມາດຕິດຕໍ່ລົງທະບຽນທົດລອງຂັບໄດ້ທີ່ Facebook page BMW Laos ຫລືທ່ານສາມາດເຂົ້າມາລົງທະບຽນທົດລອງຂັບກັນໄດ້ດ້ວຍໂຕເອງທີ່ Showroom BMW Premium Auto Laos ຕັ້ງຢູ່ບ້ານຫນອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ສອບຖາມຂໍ້ມູນເຜີ່ມເຕີ່ມໄດ້ທີ່ 021 455031.


ກົດຊົມຄລິບການເປີດຕົວລົດ ທັງສອງລຸ້ນ








Post Bottom Ad