ປະກາດດ່ວນ! ຂໍ້ມູນຈາກກົມສື່ມວນຊົນ Media Laos ແຈ້ງໃຫ້ຮູ້ວ່າ :ກົມຄວບຄຸມພະຍາດຕິດຕໍ່ ດຣ. ຣັດຕະນະໄຊ ເພັດສຸວັນ ກົວໜ້າກົມ ໄດອອກແຈ້ງການເຖິງໂຮງຮຽນຕ່າງໆໃຫ້ຢຸດການແຈກຢາຍຢາຂ້າແມ່ທ້ອງດ່ວນໃນວັນທີ 25/06/2020 ນີ້ອັນເນື່ອງມາຈາກ ເປັນສາເຫດເຮັດໃຫ້ມີອາການມຶນເມົາຫລັງຈາກກິນເຂົ້າໄປ.


ສະນັ້ນ, ຂໍໃຫ້ບອກຕໍ່ໆກັນ ຊ່ວຍແຊເດີພີ່ນ້ອງເພື່ອປ້ອງກັນໃຫ້ທັນເວລາ.
ເວລາ 14:00 ວັນທີ່ 25/6/2020 ກະຊວງສາທາລະສະສຸກ ຈະມີການຖະແຫຼງຂ່າວທາງການເພີ່ມອີກ

ຂ່າວກ່ອນໜ້ານີ້
ຈາກກໍລະນີນັກຮຽນຈໍານວນຫຼາຍ ມີອາການແພ້ຢາຂ້າແມ່ທ້ອງ ໃນວັນທີ່ 23 ແລະ 24 ມິຖຸນາ ທີ່ຜ່ານມາ. ທີມງານໄດ້ມີການກວດສອບຂໍ້ມູນເພີ່ມເຕີມ ກ່ຽວກັບຢ່າ ຂ້າແມ່ທ້ອງຊະນິດດັ່ງກ່າວແມ່ນມີຜົນຂ້າງຄຽງຕໍ່ບາງຄົນດັ່ງນີ້.
ເນື່ອງຈາກຮ່າງກາຍແລະ ການມີພະຍາດແມ່ກາຝາກໃນຮ່າງກາຍເດັກຕ່າງກັນ ຈິ່ງຈະມີອາການຂ້າງຄຽງຄື.

ອາການແບບເບົາບາງ: ປວດຮາກ, ຮາກ, ວິນຫົວ, ເຈັບຈຸກທ້ອງ, ຖອກທ້ອງ, ອອກຕຸ່ມຕາມຜິວໜັງ
ອາການຮຸນແຮງ: ຮາກຫຼາຍ, ຖອກທ້ອງຫຼາຍ, ເດັກອ່ອນເພຍກະທັນຫັນ, ຫາຍໃຈຝືດ ແລະ ແໜ້ນໜ້າເອິກ.

ເຖິງຢ່າງໃດກໍ່ດີ ເນື່ອງຈາກ ມີຄົນແພ້ຢາຈໍານວນຫຼາຍ, ຈາກການລາຍງານຂອງ ຂ່າວສານປະເທດລາວໃຫ້ຮູ້ໃນວັນທີ່ 24/6/2020 ທາງກະຊວງສາທາລະສະສຸກຈະໄດ້ມີການກວດສອບລະອຽດຕື່ມກັບບັນຫານີ້ ແລະ ຈະມີການຖະແຫຼວງຂ່າວໃຫ້ຮູ້ຕື່ມພາຍຫຼັງ.

.

ຂ່າວກ່ອນໜ້ານີ້
ລາຍງານຈາກກູ້ໄພ 1624 ໃຫ້ຮູ້ວ່າ ໃນວັນທີ່ 24 ມິຖຸນາ 2020 ໄດ້ຮັບແຈ້ງຈາກ ໂຮງຮຽນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ວ່າມີນັກຮຽກຫຼາຍຄົນເຈັບທ້ອງແລະ ມີອາຫານຜິດປົກກະຕິ ກະທັນຫັນ ຫຼັງກິນຢາຂ້າແມ່ທ້ອງ.

ຢາດັ່ງກ່າວແມ່ນແຈກຢາຍຈາກໂຄງການ. ພາຍຫຼັງກິນຢາຂ້າແມ່ທ້ອງແລ້ວ ເຮັດໃຫ້ນັກຮຽນຈໍານວນໜຶ່ງ ເຈັບທ້ອງ ອາການຜິດປົກກະຕິ (ແພ້ຢາ) ຈິ່ງຟ້າວປະສານຫາກູ້ໄພ ນໍາສົ່ງໂຮງໝໍ.
ຈາກຂໍ້ມູນເບື້ອງຕົ້ນ ມີຄົນເຈັບປະທານ 20 ຄົນ ນໍາສົ່ງໄປໂຮງໝໍເມືອງສີໂຄດ ແລະ ໂຮງໝໍມະໂຫສົດ ໂດຍກູ້ໄພ 1623, 1624, 1625 ແລະ 1628

ຈິ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງກວດສອບດ້ວຍ.
ຂໍໃຫ້ນ້ອງໆປອດໄພ

.

.

.

.

ຂ່າວຍັງໃຫ້ຮູ້ອີກວ່າ, ທີ່ໂຮງຮຽນບ້ານພູເຂົາທອງ, ເມືອງປາກຊ່ອງ, ແຂວງຈໍາປາສັກ ວັນທີ່ 23/6/2020 ກໍ່ມີນັກຮຽນ 11 ກວ່າຄົນ ທີ່ແພ້ຢາ ຫຼັງກິນຢາຂ້າແມ່ທ້ອງຢູ່ໂຮງຮຽນ.
ຄລິບ