ຊົມເຊີຍ! ໂອອິຊິກຣີນທີ ຊາຂຽວຍອດຂາຍອັນດັບ 1 ຂອງປະເທດລາວມອບ Medical Alcohol ຈຳນວນ 2,100 ລິດ ມູນຄ່າ 90,000,000 ກີບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊົມເຊີຍ! ໂອອິຊິກຣີນທີ ຊາຂຽວຍອດຂາຍອັນດັບ 1 ຂອງປະເທດລາວມອບ Medical Alcohol ຈຳນວນ 2,100 ລິດ ມູນຄ່າ 90,000,000 ກີບ


ໂອອິຊິກຣີນທີ ຊາຂຽວຍອດຂາຍອັນດັບ 1 ຂອງປະເທດລາວ ມອບ Medical Alcohol ຈຳນວນ 2,100 ລິດ ມູນຄ່າ 90,000,000 ກີບ.ຜ່ານກະຊວງສາທາລະນະສຸກ ພາຍໃຕ້ຊື່ໂຄງການ “ Oishi Green Tea Cares for Laos “





ໃນວັນທີ 06 ພຶດສະພາ 2020, ບໍລິສັດ ໂອອິຊິ ເທຣດດິ້ງ ຈຳກັດ ຕ່າງໜ້າໂດຍ ທ່ານ ບຸນເພັງ ສະຫວັນວາລີ ແລະ ທ່ານ ພິທູນ ອະດຸ່ນໂຊກຊັບ, ຜູ້ບໍລິຫານຈາກ ບໍລິສັດ ສະຫວັນໄຊ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຕົວແທນຈຳໜ່າຍ ຜະລິດຕະພັນໂອອິຊິໃນປະເທດລາວ ໄດ້ມອບ Medical Alcohol ຈຳນວນ 2,100 ລິດ ມູນຄ່າ 90,000,000 ກີບ ໃຫ້ແກ່ໂຮງໝໍ ໂດຍຜ່ານກະຊວງສາທາລະນະສຸກ ພາຍໃຕ້ຊື່ໂຄງການ “ Oishi Green Tea Cares for Laos “ ໂດຍມີ ທ່ານ ດຣ ສົມພອນ ຜາງມມະນີໄຊ ຫົວໜ້າກົມການເງິນ,ກະຊວງສາທາລະນະສຸກໃຫ້ກຽດເປັນຜູ້ຮັບ.




ສືບເນື່ອງຈາກສະຖານະການແຜ່ລະບາດຂອງໄວຣັດ Covid-19 ທີ່ຈະກາຍເປັນວົງກວ້າງໃນປະເທດລາວ ເຊິ່ງເປັນເລື່ອງທີ່ທຸກພາກສ່ວນຮັບຮູ້ ແລະ ໃຫ້ຄວາມສຳຄັນ ໂດຍສະເພາະໂຮງໝໍ ແລະ ເຈົ້າໜ້າທີ່ທາງການແພດທີ່ມີບົດບາດສຳຄັນໃນການຕໍ່ສູ້ກັບການລະບາດຂອງເຊື້ອ Covid-19




ໂອອິຊິກຣີນທີ ຊາຂຽວທີ່ດີຕໍ່ສຸຂະພາບ ຍອດຂາຍອັນດັບ 1 ຂອງປະເທດລາວ ຂໍເປັນສ່ວນໜຶ່ງຄຽງຂ້າງຄົນລາວ ຈັບມືຮ່ວມກັບກະຊວງສາທາລະນະສຸກ ຈັດການສົ່ງມອບ ເອທິດ ອໍກໍຮໍຄຸນນະພາບສູງໃຫ້ແກ່ໂຮງໝໍໃນປະເທດລາວ ເພື່ອເປັນຜົນປະໂຫຍດແກ່ ບຸກຄະລາກອນທາງການແພດ ຊ່ວຍແກ້ບັນຫາຂາດເຂີນ ອໍກໍຮໍ ສູ້ກັບການແຜ່ລະບາດເຊື້ອໄວຣັດ ໂຄວິດ-19



ສຸດທ້າຍນີ້ ໂອອິຊິກຣີນທີ ຂໍຮ່ວມສົ່ງກຳລັງໃຈ ແລະ ເປັນສ່ວນໜຶ່ງທີ່ຈະຢືນຄຽງຂ້າງເພື່ອຊ່ວຍເຫຼື່ອປະຊາຊົນລາວ ລວມເຖິງບຸກຄະລາກອນທາງການແພດໃຫ້ເຂັ້ມແຂງ ເພື່ອຝ່າຟັນວິກິດໃນຄັ້ງນີ້ໄປຢ່າງປອດໄພ




Post Bottom Ad