ສະຫວັນນະເຂດ ສອບເສັງເພື່ຶອບັນຈຸເຂົ້າລັດຖະກອນຄູ ແລະ ລັດຖະກອນບໍລິຫານ ຂອງຂະແໜງການສຶກສາ ແລະ ກິລາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫວັນນະເຂດ ສອບເສັງເພື່ຶອບັນຈຸເຂົ້າລັດຖະກອນຄູ ແລະ ລັດຖະກອນບໍລິຫານ ຂອງຂະແໜງການສຶກສາ ແລະ ກິລາ



     ຂປລ. ພິທີເປີດການສອບເສັງບັນຈຸເຂ້າເປັນລັດຖະກອນຄູ ແລະ ລັດຖະກອນບໍລິຫານ ຂອງຂະແໜງການສຶກສາ ແລະ ກິລາ ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 7 ມີຖຸນາ 2020 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕົ້ນສຸນັນທາ ນະຄອນໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ຫລິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄູ-ອາຈານ ແລະ ຄະນະກຳມະການ ພ້ອມດ້ວຍນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.

      ທ່ານນາງ ຫລິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງບັນຈຸລັດຖະກອນຄູ ແລະ ລັດຖະກອນບໍລິຫານ ຂອງຂະແໜງການສຶກສາ ແລະ ກິລາ ທົ່ວແຂວງສະຫວັນນະເຂດ ປະຈຳປີ 2020 ມີຄູອາສາສະໝັກເຂົ້າຮ່ວມສອບເສັງທັງໝົດ 2.753 ຄົນ.

ປີນີ້ທົ່ວແຂວງສະຫວັນນະເຂດ ໄດ້ຮັບໂກຕາລັດຖະກອນຄູ ແລະ ລັດຖະກອນບໍລິຫານ ທັງໝົດ 161 ໂກຕາ ໃນການຈັດແບ່ງໂກຕາແມ່ນເລັ່ງໃສ່ຄູອາສາສະໝັກຫລາຍປີ ທີ່ສອນຢູ່ເຂດຫ່າງໄກສອກຫລີກ ບ່ອນຂາດຄູ ເປັນແຕ່ລະສາຍວິຊາທີ່ມີຄວາມຕ້ອງການໃນແຕ່ລະເມືອງ, ແຕ່ລະໂຮງຮຽນ ແລະ ຄູ ໂຄງການ ຈຳນວນ 43 ໂຕເລກ ໃນນີ້ມີໂຄງການບີຄວາ 24 ໂຕເລກ, ອີຊີອີ 17 ໂຕເລກ, ໂຄງການນໍແວ  2 ໂຕເລກ ແລະ ລັດຖະກອນບໍລິຫານ 2 ໂຕເລກ ໃນນັ້ນແບ່ງໂກຕາ ລັດຖະກອນຄູອາສາ ໃຫ້ແກ່ນະຄອນໄກສອນພົມວິຫານ 6 ໂຕເລກ, ເມືອງອຸທຸມພອນ 15 ໂຕເລກ ລວມທັງຄູໂຄງການ ອາດສະພັງທອງ 7 ໂຕເລກ, ເມືອງພີນ 12 ໂຕເລກ ລວມທັງຄູໂຄງການ, ເຊໂປນ 9 ໂຕເລກ ລວມທັງຄູໂຄງການ, ເມືອງນອງ 8 ໂຕເລກ ລວມທັງຄູໂຄງການ, ທ່າປາງທອງ 8 ໂຕເລກ ລວມທັງຄູໂຄງການ, ຈຳພອນ 8 ໂຕເລກ, ສອງຄອນ 5 ໂຕເລກ, ຊົນນະບູລີ 16 ໂຕເລກລວມທັງຄູໂຄງການ, ໄຊບູລີ 5 ໂຕເລກ, ວິລະບູລີ 12 ໂຕເລກ ລວມທັງຄູໂຄງການ, ອາດສະພອນ 12 ໂຕເລກ ລວມທັງຄູໂຄງການ, ໄຊພູທອງ 5 ໂຕເລກ ແລະ ເມືອງພະລານໄຊ 9 ໂຕເລກ ລວມທັງຄູໂຄງການ.

    ສຳລັບການສອບເສັງແມ່ນແບ່ງອອກເປັນ 3 ວິຊາຄື: ວິຊາລວມ, ຫລັກວິຊາຄູ ແລະ ວິຊາສະເພາະທີ່ຮຽນມາ ພ້ອມນີ້ຍັງມີນະໂຍບາຍພິເສດສຳລັບຄູອາສາສະໝັກທີ່ສອນມາຫລາຍປີ, ຄູໃນວິຊາທີ່ຕ້ອງການ, ອາຍຸກະສຽນ 33 ປີຂຶ້ນໄປ, ຄູຊົນເຜົ່າ, ຄູທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ຜ່ານມາ, ຄອບຄົວທຸກຍາກ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫລີກ ແມ່ນຈະມີຄະແນນເພີ່ມໃຫ້ 40% ກ່ອນການສອບເສັງ.

ພາບ-ຂ່າວ: ອັກສອນສິນ ພົມມະຈັນ

Post Bottom Ad