ຟອມປະກອບເອກະສານ ເພື່ອເຮັດໜັງສືຜ່ານແດນ Passport - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຟອມປະກອບເອກະສານ ເພື່ອເຮັດໜັງສືຜ່ານແດນ Passport


ໃບຄຳຮ້ອງຂໍໜັງສືຜ່ານແດນ

ອີງຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕິ, ສະບັບເລກທີ 785 /ຫສນຍ.ກສມ.3, ສະບັບເລກທີ 6 ມິຖຸນາ 2016 " ເຫັນດີໃຫ້ກະຊວງການຕ່າງປະເທດ ນຳໃຊ້ແບບຟອມຄຳຮ້ອງຂໍໜັງສືຜ່ານແດນແບບໃໝ່ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ມິຖຸນາ 2016 ເປັນຕົ້ນໄປ".

    ກົມກົງສູນ, ກະຊວງການຕ່າງປະເທດ ຂໍແຈ້ງໃຫ້ຊາບວ່າ: ໃບຄຳຮ້ອງຂໍໜັງສືຜ່ານແດນສະບັບໃໝ່ນີ້ ແມ່ນສາມາດນຳໃຊ້ຂໍໜັງສືຜ່ານແດນທັງແບບປະຈຸບັນ ແລະ ໜັງສືຜ່ານແດນເອເລັກໂທຮນິກ (E-passport) ເຊິ່ງຈະເລິ່ມນຳໃຊ້ນັບແຕ່ວັນທີ 30 ມິຖຸນາ 2016 ເປັນຕົ້ນໄປ. ທ່ານສາມາດເອົາ (download) ໃບຄຳຮ້ອງຂໍໜັງສືຜ່ານແດນ ທີ່ທ່ານຕ້ອງການໄດ້ ດັ່ງລຸ່ມນີ້:


ໝາຍເຫດ: ນັບແຕ່ວັນທີ 05 ກັນຍາ 2016 ເປັນຕົ້ນໄປ ປະຊາຊົນຜູ້ທີ່ມີຈຸດປະສົງມາຂໍໜັງສືຜ່ານແດນຫົວໃໝ່ ຫຼື ປ່ຽນໜັງສືຜ່ານແດນ ຢູ່ທີ່ກົມກົງສຸນ ແລະ ສູນຮັບຄຳຮ້ອງໜັງສືຜ່ານແດນແຂວງ ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ຈະຕ້ອງໄດ້ມາຍື່ນດ້ວຍຕົນເອງ, ເນື່ອງຈາກວ່າ ພວກເຮົາຈຳເປັນຕ້ອງ ໄດ້ເກັບຂໍ້ມູນສ່ວນບຸກຄົນ ແລະ ລາຍນິ້ວມື ເຂົ້າໄວ້ໃນຖານຂໍ້ມູນການອອກໜັງສືຜ່ານແດນ.

ທີ່ມາ: MOFA



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad