ດຶງເອົາໂທລະສັບ ປະຊາຊົນ ໂຊກຮ້າຍລົດຈັກລົ້ມແລ້ວແລ່ນໜີ ສຸດທ້າຍຖືກຈັບໄດ້ໃນມື້ຕໍ່ມາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ດຶງເອົາໂທລະສັບ ປະຊາຊົນ ໂຊກຮ້າຍລົດຈັກລົ້ມແລ້ວແລ່ນໜີ ສຸດທ້າຍຖືກຈັບໄດ້ໃນມື້ຕໍ່ມາ


ປກສ ເມືອງສີໂຄດຕະບອງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງ ຈັນແກ້ວ ອາຍຸ 17 ປີ ເປັນນັກສຶກສາ ພັກເຊົາຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ວ່າ: ຖືກຄົນຮ້າຍຊີງຊັບ (ດຶງເອົາໂທລະສັບ) ແຕ່ຄົນຮ້າຍໄດ້ເຮັດລົດຈັກລົ້ມແລ້ວແລ່ນໜີ. ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະລົງເກັບກໍາຂໍ້ມູນຫຼັກຖານ ແລະ ສາມາດຕິດຕາມຈັບຜູ້ກໍ່ເຫດໄດ້ໃນມື້ຕໍ່ມາ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 19 ເມສາ 2020, ນາງ ຈັນແກ້ວ ໄດ້ຂີ່ລົດຖີບອອກມາຈາກຕະຫຼາດຊັ່ງຈ່ຽງ ໂດຍໄດ້ເອົາໂທລະສັບມືຖື ອັອບໂປສີແດງ ໃສ່ຖົງໂສ້ງດ້ານຫຼັງ ເມື່ອຂີ່ລົດໄປຮອດເຂດບ້ານນາຄໍາ ເມືອງສີໂຄດຕະບອງ ມີຊາຍຂີ່ລົດຈັກເວັບ100 ສີຟ້າມາດ້ານຫຼັງ ດຶງເອົາໂທ ລະສັບ ແຕ່ຜູ້ກ່ຽວໄດ້ຄວ້າມືຈັບຊາຍດັ່ງກ່າວໄວ້ ເຮັດໃຫ້ລົດຖີບ ແລະ ລົດຈັກຄົນຮ້າຍລົ້ມ ຈຶ່ງໄດ້ເອີ້ນຂໍຄວາມຊ່ວຍເຫຼືອນໍາປະຊາຊົນທີ່ຢູ່ໃກ້ຄຽງ ສ່ວນຄົນຮ້າຍໄດ້ເອົາຕົວຫຼົບໜີ ແຕ່ຖິ້ມໂທລະສັບ ແລະ ລົດຈັກໄວ້.




ຈາກເຫດການດັ່ງກ່າວ, ເຈົ້າໜ້າທີ່ສົມທົບກັບໜ່ວຍງານທີ່ກ່ຽວຂ້ອງລົງ ຕິດຕາເປົ້າໝາຍ ຈຶ່ງສາມາດຈັບຕົວຜູ້ຖືກ ຫາຊື່ ທ້າວ ບຸນໄຊ ອາຍຸ 25 ປີ ຢູ່ບ້ານວາທົ່ງ ເມືອງສີໂຄດຕະບອງ; ຜ່ານການສອບສວນຜູ້ກ່ຽວສາລະພາບວ່າ: ໄດ້ລົງມືກໍ່ເຫດຊີງຊັບໃນຄັ້ງນີ້ແທ້ ຈຶ່ງຖືກກັກຕົວດໍາເນີນຄະດີຕາມກົດໝາຍ.

ທີ່ມາ: ປກສ ນະຄອນຫຼວງວຽງຈັນ

Post Bottom Ad