ເສຍວັດທະນະທໍາແມ່ນເສຍຊາດ ດັ່ງນັ້ນຈົ່ງພ້ອມພຽງກັນຮັກສາວັດທະນາທຳຂອງຊາດໄວ້ໃຫ້ຍືນຍົງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເສຍວັດທະນະທໍາແມ່ນເສຍຊາດ ດັ່ງນັ້ນຈົ່ງພ້ອມພຽງກັນຮັກສາວັດທະນາທຳຂອງຊາດໄວ້ໃຫ້ຍືນຍົງ




ກົງລໍ້ຂອງການພັດທະນາຈະໝູນໄປໜ້າຕະຫຼອດເວລາ ເພາະມັນແມ່ນກົດເກນທຳມະດາຂອງໂລກ ເຊິ່ງຈະຕ່າງກໍ່ແຕ່ວ່າກົງລໍ້ດັ່ງກ່າວ ມັນໝູນໄປຖືກທາງຫຼາຍໜ້ອຍພຽງໃດ ພວກເຮົາມີນະໂຍບາຍເລື່ອງການຄັດສັນເອົາວັດທະນະທຳ ຫຼື ເຊີດຊູເອກະລັກວັດທະນະທຳຂອງຊາດ ແຕ່ຍັງມີບາງພາກສ່ວນເບິ່ງຄືວ່າເຮັດໄປຕາມເບິ່ງຄືມ່ວນ ແລະ ຫຼົງໄປກັບຄວາມເພິດເພີນຈົນລືມກຳນົດວ່າ ສິ່ງທີ່ຕົນວາງສະແດງຢູ່ນັ້ນມັນແມ່ນເອກະລັກ, ມັນແມ່ນສິລະປະວັດທະນະທຳ ຂອງລາວເຮົາແທ້ ຫຼື ບໍ່ ?.




ຜ່ານມາ ພວກເຮົາເຄີຍໄດ້ຍິນການຖົກຖຽງເລື້ອງພາສາລາວຊອດກະຈາ ດຽວນີ້ແຮງໄປກວ່ານັ້ນ ຖ້າສັງເກດກໍ່ຈະເຫັນພວກຮູ້ແຕ່ຫາເງິນ ແຕ່ບໍ່ຮູ້ສິລະປະ ແລະ ວັດທະນະທຳ ຖ້າທ່ານຜູ້ອ່ານບໍ່ເຊື່ອກໍ່ລອງຍ່າງສັງເກດເບິ່ງ ຫຼື ຖ້າບໍ່ຮູ້ ແລະ ສົງໄສກໍ່ລອງຖາມທ່ານຜູ້ຮູ້ດ້ານເອກະລັກວັດທະນະທຳລາວເບິ່ງກໍ່ໄດ້ ການວາງສະແດງວັດຖຸຕ່າງໆໃນງານບຸນປາງຕ່າງໆ ເຮົາເຄີຍເຂັ້ມງວດ ແລະ ຈິງຈັງເລື້ອງນີ້ພຽງໃດ? ບໍ່ທໍ່ນັ້ນ ການຖ່າຍຮູບງານດອງ (ບາງຄົນ, ບາງກຸ່ມ) ພວກເຂົາມີຄວາມຮູ້ເກ່ງແທ້ດ້ານການຖ່າຍຮູບ ແຕ່ຜັດບອກຄູ່ບ່າວສາວໄປຢືນຖ່າຍຮູບຕໍ່ໜ້າພຸດທະຮູບນັ່ງສະມາທິ ຫຼື ອາດຍັງມີບາງທ່າ, ບາງຜົນງານອອກມາແລ້ວມັນຂາດຄວາມເໝາະສົມ ຫຼື ຜິດກັບເອກະລັກຂອງຊາດ ເຖິງແມ່ນວ່າມັນບໍ່ຜິດກົດໝາຍ ແຕ່ກໍ່ໜ້າຄິດຢູ່.





ກົງລໍ້ຂອງການພັດທະນາ ຫຼື ການພັດທະນາແບບຍືນຍົງ ໂດຍບໍ່ຫັນກັບມາທັບມ້າງທຳລາຍ, ສ້າງໃໝ່ ຈຶ່ງຕ້ອງການພູມປັນຍາທີ່ຊັດເຈນ, ບໍ່ຄຸມເຄືອ ແລະ ບໍ່ເອື້ອຜົນປະໂຫຍດແກ່ຝ່າຍໃດຝ່າຍໜຶ່ງ ໝາຍຄວາມວ່າ ຄວນເນັ້ນໃຫ້ສັງຄົມໄດ້ປະໂຫຍດທີ່ແທ້ຈິງ ໂດຍຫຼີກເວັ້ນການໜິ້ງໃສ່ກັນ ຍົກຕົວຢ່າງ: ການກັດປາ ແລະ ຕີໄກ່ ເຮົາຮູ້ຢູ່ວ່າມັນບໍ່ດີ, ເປັນບາບ ແຕ່ທ້າວ ກ ອ້າງວ່າທ້າວ ຂ ຍັງຫຼິ້ນຕີໄກ່ ສ່ວນທ້າວ ຂ ຜັດອ້າງວ່າທ້າວ ກ ຍັງຫຼິ້ນກັດປາ ເຊິ່ງທັງສອງຄົນຄວນຖືວ່າ ຫາກມັນຜິດແລ້ວຄວນມີຈິດສຳນຶກເລີກລະນຳກັນ ບໍ່ແມ່ນຈະນຳມາເປັນຂໍ້ອ້າງເພື່ອເຮັດໃໝ່ຕື່ມອີກ.



ປະເດັນບາງອັນຂ້າງເທິງນັ້ນ ກໍ່ເພື່ອແລກປ່ຽນນຳສັງຄົມ ຜູ້ອ່ານພິຈາລະນານຳກັນເລື້ອງວັດຖຸວາງສະແດງ ຫຼື ສິນຄ້າບາງປະເພດທີ່ມັນບໍ່ແມ່ນເອກະລັກສິລະປະ ແລະ ວັດທະນະທຳລາວ ເພາະຖ້າວ່າສັງຄົມຫຼັ່ງໄຫຼເຫີ່ກັນອວດອ້າງໂດຍຂາດຜູ້ທັກທ້ວງ ບາງເທື່ອກໍ່ຈະຫຼົງເຊີດຊູວັດທະນະທຳຂອງຊາດອື່ນໂດຍບໍ່ຮູ້ໂຕ ຂໍຝາກເປັນຂໍ້ຄິດແລກປ່ຽນເພື່ອກັ່ນກອງເລື້ອງສິລະປະຂອງຊາດ.

Post Bottom Ad