ນໍ້າປ່າໄຫຼຊຸ ຄົນສູນຫາຍ 7 ຄົນ ພົບສົບແລ້ວ 3 ທີ່ ບ້ານ ກິ່ວຕະລຸນ ເມືອງຊຽງເງິນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນໍ້າປ່າໄຫຼຊຸ ຄົນສູນຫາຍ 7 ຄົນ ພົບສົບແລ້ວ 3 ທີ່ ບ້ານ ກິ່ວຕະລຸນ ເມືອງຊຽງເງິນ



ຫຼວງພະບາງ: ໃນຕອນເຊົ້າວັນທີ່ 24 ເມສາ 2020, ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳຫ້ວຍຫຼາຍສາຍຢູ່ເຂດເມືອງຊຽງເງິນເກີດມີນ້ຳໄຫຼສຸຢ່າງແຮງ ໂດຍສະເພາະແມ່ນນ້ຳຫ້ວຍລົມ ເຂດບ້ານກີ່ວ ຕະລຸນ 1 ໂດຍໄດ້ໄຫຼສຸເອົາປະຊາຊົນ ທີ່ໄປທຳການຜະລິດສູນຫາຍທັງ ໝົດ 7 ຄົນ.

ທ່ານ ຈົ່ງກໍ່ເຮີ, ນາຍບ້ານກີ່ວຕະລຸນ 1 ໃຫ້ສຳພາດກັບທີມງານຂ່າວວ່າ: ເຂດເກີດເຫດແມ່ນຫ່າງຈາກບ້ານ ໂດຍໃຊ້ເວລາຍ່າງປະມານ 1 ຊົ່ວໂມງ ມີປະຊາຊົນພາຍໃນບ້ານໄປທຳການຜະລິດ 2 ຄອບຄົວຄື: ຄອບຄົວທ້າວຢ່າຮືເຮີ ແລະ ທ້າວຈົວກົວເຮີ ເຊິ່ງໃນມື້ເກີດເຫດມີທັງໝົດ 11 ຄົນ ໃນນັ້ນ ສູນຫາຍ 7 ຄົນ, ເຊິ່ງເປັນຄົນໃນຄອບຄົວຂອງທ້າວຢ່າຮືເຮີ 5 ຄົນ ແລະ ຄົນໃນຄອບຄົວຂອງ ທ້າວ ຈົວກົວເຮີ 2 ຄົນ.


ມາຮອດຕອນແລງຂອງວັນທີ່ 24 ເມສາ ໄດ້ຄົ້ນພົບແລ້ວ 3 ສົບ, ເຊິ່ງປະຈຸບັນ ທາງອົງການປົກຄອງບ້ານ ໄດ້ສົມທົບກຳລັງປ້ອງກັນ-ກອງຫຼອນບ້ານ ພ້ອມດ້ວຍ ກຳລັງທະຫານຂອງກອງບັນຊາການທະຫານເມືອງ ຮີບຮ້ອນໃນການຊອກຄົ້ນຫາຜູ້ສູນຫາຍໃຫ້ໄດ້ໂດຍໄວ; ຈາກນັ້ນ ຈະສືບຕໍ່ປຸກລະດົມໃຫ້ກຳລັງໃຈກັບຄອບຄົວທີ່ໄດ້ຮັບເຄາະຮ້າຍຕໍ່ໄປ.


ດ້ວຍຍຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນ, ທາງການນຳຂອງແຂວງ ນຳໂດຍທ່ານ ວົງສະຫວັນ ເທບພະຈັນ, ຮອງເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ການນຳຂອງເມືອງ ຈຶ່ງໄດ້ລົງໄປຢ້ຽມຢາມຖາມຂ່າວ ແລະ ມອບເຄື່ອງບັນເທົາໄພເບື້ອງຕົ້ນ ໃຫ້ກັບປະຊາຊົນທີ່ຖືກເຄາະຮ້າຍ.




ພ້ອມນີ້ ທ່ານຮອງເຈົ້າແຂວງຍັງໄດ້ຊີ້ນຳໃຫ້ກຳລັງທະຫານ ແລະອົງການປົກຄອງບ້ານ ໃຫ້ສືບຕໍ່ຊອກຄົ້ນຫາຜູ້ສູນຫາຍໃຫ້ໄດ້ໂດຍໄວ ທັງຮັບປະກັນຄວາມປອດໄພໃຫ້ຜູ້ຊອກຄົ້ນ. ພາຍຫຼັງຊອກຄົ້ນສຳເລັດແລ້ວ ກໍ່ໃຫ້ສືບຕໍ່ຊ່ວຍໃນການຟື້ນຟູທາງດ້ານຈິດໃຈ ທັງຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານ ສືບຕໍ່ທຳການຜະລິດ ຊ່ວຍຄອບຄົວທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້. ນອກຈາກບ້ານກີ່ວຕະລຸນ 1 ແລ້ວ ກໍ່ຍັງມີຫຼາຍບ້ານພາຍໃນເມືອງຊຽງເງີນ ແລະ ຫຼາຍທ້ອງຖີ່ນພາຍໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກເຫດການຝົນຕົກໜັກ ໃນລະຫວ່າງວັນທີ່ 23 – 24 ເມສານີ້.

ຂ່າວ: ອາພຸດເດດ ບຸບຜາ
ກົດຊົມຄລິບຂ່າວ ການ ຂ່າວສານຫຼວງພະບາງ


Post Bottom Ad