ຄາດ ແຂວງສະຫວັນນະເຂດ ຈະຂາດ ດຸນທາງດ້ານການເງິນ 74,17 ຕື້ກີບ ແຕ່ທຸກລາຍຈ່າຍພາຍໃນແຂວງກໍ່ ຕ້ອງຖືກຕັດ 10-30% - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄາດ ແຂວງສະຫວັນນະເຂດ ຈະຂາດ ດຸນທາງດ້ານການເງິນ 74,17 ຕື້ກີບ ແຕ່ທຸກລາຍຈ່າຍພາຍໃນແຂວງກໍ່ ຕ້ອງຖືກຕັດ 10-30%




ຈາກການເປີດຂອງທ່ານ ນາງ ບົວສະຫວັນ ລຸຍບົວທອງ ຮັກສາການຫົວໜ້າພະແນກການເງິນແຂວງສະຫວັນ ນະເຂດໃຫ້ຮູ້ວ່າ: ຈາກ​ການ ຄາດ​ ຄະ​ ເນໝົດປີ 2020 ແຂວງ ສະຫວັນນະເຂດ ຈະຂາດດຸນ ທາງການເງິນປະມານ 74,17 ຕື້ກີບ ໂດຍທາງອຳນາດການ ປົກຄອງທ້ອງຖິ່ນແຂວງສະ ຫວັນນະເຂດກໍ່ຄືພາກສ່ວນ ກ່ຽວຂ້ອງໄດ້ມີມາດຕະການ ຈັດເກັບລາຍຮັບ ແລະການຄຸ້ມ ຄອງລາຍຈ່າຍທີ່ເດັດຂາດ ໃນນີ້ຈະໄດ້ເອົາໃຈໃສ່ເພີ່ມທະ ວີວຽກງານສຶກສາອົບຮົມ ການເມືອງແນວຄິດຢ່າງຕັ້ງ ໜ້າໃນຖັນແຖວພະນັກງານ-ລັດຖະກອນ ກໍ່ຄືຫົວໜ່ວຍທຸລະ ກິດ ແລະຜູ້ປະກອບການການ ນໍາເຂົ້າ ແລະສົ່ງອອກເພື່ອແນ ໃສ່ບຸກທະລຸທາງດ້ານຈິນຕະ ນາການຢ່າງແຂງແຮງບົນ ພື້ນຖານແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດການເກັບລາຍ ຮັບ ແລະການຄຸ້ມຄອງລາຍ ຈ່າຍມີຄຸນະພາບ ແລະບັນລຸ ໄດ້ຕາມແຜນ ຊຶ່ງຄະນະກໍາມະ ການຊຸກຍູ້ລາຍຮັບຂັ້ນແຂວງ, ຂັ້ນເມືອງໄດ້ຕິດຕາມຊີ້ນໍາຢ່າງ ໃກ້ຊິດໃນບັນດາເມືອງ, ພະ ແນກອ້ອມຂ້າງແຂວງ ເພື່ອ ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຕິດພັນກັບການເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍ ຈາກ ນັ້ນກໍ່ຈະໄດ້ເຜີຍແຜ່ ແລະຈັດ ຕັ້ງປະຕິບັດຄໍາແນະນໍາວ່າ ດ້ວຍການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະສ້າງບ້ານເປັນຫົວ ໜ່ວຍພັດທະນາ ແລະຂໍ້ຕົກລົງ ວ່າດ້ວຍການເງິນບ້ານ. 

ຕາມແຜນໃນເບື້້ອງຕົ້ນປີ 2020 ຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 1.608,14 ຕື້ກີບ ເພີ່ມຂຶ້ນ 6,71% ຂອງແຜນປີ 2019, ໃນນີ້ເປັນ ພູດຂອງສູນກາງເກັບຢູ່ແຂວງ 844,28 ຕື້ກີບ ເພີ່ມຂຶ້ນ 4,74%; ພູດຂອງທ້ອງຖິ່ນ 763,86 ຕື້ກີບ ເພີ່ມຂຶ້ນ 8,9% ສໍາລັບ ລາຍຈ່າຍຕາມແຜນຈັດຕັ້ງປະ ຕິບັດໃຫ້ໄດ້ 838.03 ຕື້ກີບ ຫລຸດລົງ 1,97% ຂອງແຜນ ການປີ 2019, ໃນນີ້ຈ່າຍ ທຶນຂອງລັດເຂົ້າໃນຂົງເຂດ ຕ່າງໆ 63,47 ຕື້ກີບຫລຸດ ລົງ 26,56% ຂອງແຜນປີ ກ່ອນຈ່າຍບໍລິຫານວິຊາການ ຈົດຈ່່າຍ 38,53 ຕື້ກີບຫລຸດລົງ 16,50%./.


Post Bottom Ad