ຮອດປີ 2025 ແຂວງສະຫວັນນະເຂດ ຕ້ອງສຳເລັດການ ອອກໃບຕາດິນໃຫ້ໄດ້ໂດຍພື້ນຖານສະຫວັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮອດປີ 2025 ແຂວງສະຫວັນນະເຂດ ຕ້ອງສຳເລັດການ ອອກໃບຕາດິນໃຫ້ໄດ້ໂດຍພື້ນຖານສະຫວັນ




ພະແນກຊັບພະຍາກອນທຳ ມະຊາດ ແລະສິ່ງແວດລ້ອມ (ຊສ) ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດ ວຽກງານປີ 2019 ແລະວາງ ທິດທາງແຜນການໃນຕໍ່ໜ້າ ຂອງວຽກງານທີ່ດິນໃນທົ່ວ ແຂວງ ພາຍໃຕ້ການເຂົ້າຮ່ວມ ເປັນປະທານຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງ, ຈາກນີ້ກໍ່ມີບັນດາ ຂະແໜງການອ້ອມຂ້າງພະ ແນກ ແລະຫ້ອງການ ຊສ ໃນ 14 ເມືອງ 1 ນະຄອນເຂົ້າຮ່ວມຢ່າງ ພ້ອມພຽງ.


ໃນພິທີ, ທ່ານ ພູທອນ ຍອດ ບຸນເຮືອງ ໄດ້ກ່າວວ່າ: ໃນກອງ ປະຊຸມມື້ນີ້, ພວກເຮົາຈະໄດ້ມີ ການປຶກສາຫາລື ແລະພ້ອມກັນ ວາງແຜນການໃນການຈັດຕັ້ງ ປະຕິບັດວຽກງານໃນຕໍ່ໜ້າໂດຍ ສະເພາະແມ່ນກ່ຽວກັບວຽກ ງານການອອກໃບຕາດິນ ຊຶ່ງ ຕາມແຜນການທີ່ລັດຖະບານ ມອບໝາຍໃຫ້ແມ່ນຮອດປີ 2025 ແຂວງສະຫວັນນະເຂດ ພວກເຮົາຕ້ອງອອກໃບຕາ ດິນໃຫ້ສຳ ເລັດໂດຍພື້ນຖານ (426.760 ຕອນ) ແລະມາໃນ ປະຈຸບັນຍັງມີໂຕເລກທີ່ຕ້ອງສູ້ ຊົນທັງໝົດຈຳນວນ229.749 ຕອນ ໂດຍໃນປີ2020ນີ້, ແມ່ນ ມອບໃຫ້ຈັດຕັ້ງປະຕິບັດຢູ່ ເມືອງໄຊພູທອງໃຫ້ສຳເລັດ 80% ຂຶ້ນໄປທັງນີ້້ກໍ່ເພື່ອເຮັດໃຫ້ ການຈັດເກັບລາຍຮັບເຂົ້າງົບປະ ມານໃນຂະແໜງທີ່ດິນເພີ່ມຂຶ້ນ.
ຈາກນັ້ນ, ທ່ານ ບູລິກາ ອິນທິລາດ ຫົວໜ້າຂະແໜງທີ່ ດິນ ກໍ່ໄດ້ລາຍງານໃຫ້ຮູ້ເຖິງ ການຈັດຕັ້ງປະຕິບັດວຽກງານ ໃນ 1 ປີຜ່ານມາ ໂດຍສັງເຂບ ວ່າ: ດ້ານວຽກງານສຳຫຼວດ-ວັດແທກພິສູດຫຼັກຖານອອກ ໃບຕາດິນຢ່າງເປັນລະບົບໃນ 14 ເມືອງ, 1 ນະຄອນ ໃນປີ 2019 ຊຶ່ງພະແນກ ຊສ ມີໂຕ ເລກສູ້ຊົນທີ່ແຂວງມອບໃຫ້ ແມ່ນ 20.000 ຕອນ ແລະໂຕ ເລກທີ່ກະຊວງ ຊສ ມອບໃຫ້ຈຳ ນວນ 13.000 ຕອນ; ຜ່ານ ການຈັດຕັ້ງປະຕິບັດຕົວຈິງສາ ມາດປະຕິບັດໄດ້ທັງໝົດ 20.141 ຕອນ, ເທົ່າກັບ 100,71%ຂອງ ໂຕເລກທີ່ແຂວງມອບໃຫ້ ແລະ ເທົ່າກັບ 154,93% ຂອງໂຕ ເລກທີ່ກະຊວງມອບໃຫ້ແຂວງ ຈັດຕັ້ງປະຕິບັດ, ເຮັດໃຫ້ມາຮອດ ປະຈຸບັນທົ່ວແຂວງສາມາດ ຂຶ້ນທະບຽນອອກໃບຕາດິນໄດ້ 197.011 ຕອນ, ທຽບໃສ່ສະຖິຕິສຳມະໂນທີ່ດິນໃນຂອບເຂດທົ່ວແຂວງຈຳນວນ 426.760 ຕອນ, ເທົ່າກັບ 45,8%, ທາງ ດ້ານການຈັດເກັບລາຍຮັບ ຈາກການຈົດທະບຽນທີ່ດິນ ໃນປີ 2019 ສາມາດບັນລຸໄດ້ ທັງໝົດ 1,62 ຕື້ກວ່າກີບ.
ສຳລັບປີ 2020 ຂະແໜງ ທີ່ດິນ ຈະໄດ້ເອົາໃຈໃສ່ເນັ້ນໜັກ ໃຫ້ພະນັກງານວິຊາການສືບຕໍ່ຊຸກຍູ້ວຽກງານສໍາຫລວດ ວັດແທກທີ່ດິນແບບເປັນລະບົບ ເພື່ອໃຫ້ບັນລຸຕາມແຜນການ ທີ່ກະຊວງ ແລະແຂວງມອບໃຫ້ ກໍ່ຄືມີ 15.000 ຕອນ, ເຊັນໃບ ຕາດິນ 13.000ຕອນ, ຈ່າຍໃບ ຕາດິນຈໍານວນ 10.500 ຕອນ ໂດຍຮອດທ້າຍປີ 2020 ທົ່ວ ແຂວງຈະອອກໃບຕາດິນໃຫ້ ໄດ້ທັງໝົດ 200.000 ຕອນ ໃນນີ້ຈະສ້າງຈຸດບໍລິການດ້ານ ທີ່ດິນຢູ່ 03 ຈຸດຄື: ຢູ່ກັບພະແນກ ຊສ, ຢູ່ເມືອງອາດສະພັງທອງ, ເມືອງສອງຄອນ ພ້ອມນີ້ກໍ່ຈະສ້າງທີມງານຂຶ້ນທະບຽນອອກໃບຕາດິນປະຈໍາຢູ່ເມືອງອຸທຸມ ພອນ, ພີນ, ສອງຄອນ, ຈໍາພອນ, ຊົນນະບູລີ, ອາດສະພອນ ແລະ ເມືອງໄຊພູທອງ./.


Post Bottom Ad