ນາຍົກລັດຖະມົນຕີຢ້ຽມຢາມສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ: - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນາຍົກລັດຖະມົນຕີຢ້ຽມຢາມສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ:






ໃນຕອນບ່າຍມື້ນີ້ ວັນທີ 21 ມັງກອນ 2020, ທີ່ນະຄອນ​ຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບພະນັກງານ ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ໂດຍມີການນຳ ແລະ ພະນັກງານ ພາຍໃນ ສະຖາບັນດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
​​​​​​​​​ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ຈາກທ່ານ ລີເບີ ລີບົວປາວ, ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຂາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ຊຶ່ງເຫັນວ່າ ດ້ານການຈັດຕັ້ງ: ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ປະກອບມີ 4 ສູນຄົ້ນວ້າ ແລະ 1 ຫ້ອງການ, ມີພະນັກງານທັງໝົດ 102 ທ່ານ, ໂດຍໃນນັ້ນ, ມີນັກຄົ້ນຄວ້າລະດັບປະລິນຍາເອກ 9 ທ່ານ, ຍິງ 2 ທ່ານ, ປະລິນຍາໂທ 38 ທ່ານ, ຍິງ 13 ທ່ານ, ແລະ ປະລິນຍາຕີ 50 ທ່ານ, ຍິງ 22 ທ່ານ; ດ້ານວຽກງານວິຊາສະເພາະ: ສາມາດເຮັດສຳເລັດໜ້າທີ່ການເມືອງໃນການຄົ້ນຄວ້າ, ໂດຍອັນທີ່ພົ້ນເດັ່ນ ກໍ່ຄື ໄດ້ມີບົດລາຍງານຕີລາຄາສະພາບພົ້ນເດັ່ນເສດຖະກິດມະຫາພາກ ແລະ ບາງສິ່ງທ້າທາຍເພື່ອແກ້ໄຂໃນຕໍ່ໜ້າ ເປັນແຕ່ລະໄລຍະ; ໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ສຳເລັດການສ້າງແຜນຍຸດທະສາດວ່າດ້ວຍການເຕີບໂຕສີຂຽວຂອງ ສປປ ລາວ; ສຳເລັດການຄົ້ນຄວ້າກ່ຽວກັບສະພາບ ແລະ ໂຄງສ້າງລາຄາສິນຄ້າທີ່ຈຳເປັນ; ໄດ້ຮ່ວມກັບອົງການໄຈກ້າຂອງປະເທດຍີ່ປຸ່ນ ສຳເລັດຄົ້ນຄວ້າດ້ານນະໂຍບາຍ ກ່ຽວກັບການສ້າງສະຖຽນລະພາບດ້ານການເງິນ ຢູ່ ສປປ ລາວ; ໄດ້ສຳເລັດການຄົ້ນຄວ້າກ່ຽວກັບການປັບປຸງລັດວິສາຫະກິດ ແລະ ສະຫະກອນໃນຮູບແບບໃໝ່; ການພັດທະນາເຂດເສດຖະກິດພິເສດຢູ່ ສປປ ລາວ ແລະ ຫົວຂໍ້ຍ່ອຍອື່ນໆ.
ສຳລັບທິດທາງແຜນການໃນຕໍ່ໜ້າ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຈະສຸມໃສ່ສືບຕໍ່ຄົ້ນຄວ້າບັນດາຫົວຂໍ້ສຳຄັນທີ່ລັດຖະບານມອບ ໝາຍໃຫ້ ເປັນຕົ້ນ ແມ່ນສືບຕໍ່ຄົ້ນຄວ້າຫົວຂໍ້ປະເມີນການແກ້ໄຂຄວາມທຸກຍາກໄລຍະຜ່ານມາ ແລະ ທິດທາງການແກ້ໄຂໃນຕໍ່ໜ້າຕາມທິດຍືນຍົງ; ການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ຕາມທິດຍືນຍົງ; ການຢຸດຕິການຖາງປ່າເຮັດໄຮ່; ການຕັດໄມ້ທຳລາຍປ່າ ແລະ ການສົ່ງອອກໄມ້ທ່ອນ; ການສ້າງແຜນແມ່ບົດຄຸ້ມຄອງການທ່ອງທ່ຽວເມືອງວັງວຽງ ຕາມທິດຍືນຍົງ ແລະ ວຽກອື່ນໆ ຕາມຄວາມຈຳເປັນຂອງການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງລັດຖະບານ ໃນໄລຍະຕໍ່ໜ້າ.
​​​​​​​​​ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມບຸກໜ້າບືນຕົວ ແລະ ຄວາມພະຍາຍາມ ຂອງຄະນະພັກ, ຄະນະນຳ ແລະ ພະນັກງານທົ່ວສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ທີ່ໄດ້ເປັນເຈົ້າການ ແລະ ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ໄດ້ຊີ້ແນະໃຫ້ສະຖາບັນດັ່ງກ່າວຈົ່ງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວນີ້.
ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ເຫັນເຖິງບົດບາດສຳຄັນຂອງວຽກການຄົ້ນຄວ້າ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພາະວ່າ ຜົນຂອງການຄົ້ນຄວ້າໃນ ແຕ່ລະໄລຍະ ຖືເປັນເອກະສານສຳຄັນເພື່ອນຳໃຊ້ເຂົ້າໃນການວາງແຜນ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີລັກສະນະວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ເຮັດໃຫ້ເສດຖະກິດເຕີບໂຕຢ່າງມີຄຸນນະພາບ ແລະ ຍືນຍົງ ຕາມແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານ ໄດ້ກຳນົດໄວ້.
​​​​​​​​​​ອັນສຳຄັນ, ເພື່ອເປັນການຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃຫ້ກາຍເປັນເສນາທິການວຽກຄົ້ນຄວ້າບັນຫາທາງດ້ານເສດຖະກິດ ທີ່ມີຄຸນະພາບ ແລະ ປະສິດທິຜົນສູງສຸດ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ສະຖາບັນ ຈົ່ງເອົາໃຈໃສ່ຕໍ່ບາງບັນຫາຕື່ມອີກ ເປັນຕົ້ນ ແມ່ນໃຫ້ພະນັກງານທຸກຄົນ ມີຄວາມອຸ່ນອຸ່ຽນທຸ່ນທ່ຽງ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນ ສຳເລັດ ຕາມທີ່ພັກ-ລັດ ມອບໝາຍໃຫ້; ໃຫ້ເປັນເຈົ້າການ ໃນການຄົ້ນຄວ້າ ຫົວຂໍ້ຕ່າງໆ ທີ່ຈະເປັນປະໂຫຍດ ໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ, ໂດຍມີການຈັດລຽງບູລິມະສິດ ຂອງຫົວຂໍ້ຢ່າງຄັກແນ່ ແລະ ຄົ້ນຄວ້າຢ່າງມີຈຸດສຸມຢ່າງແທ້ຈິງ; ພ້ອມນີ້ກໍ່ຕ້ອງເປັນເຈົ້າການພັດທະນາຕົນເອງ ໃນການຍົກລະດັບທາງດ້ານຄວາມຮູ້ຄວາມສາມາດ ໃຫ້ກາຍເປັນນັກວິທະຍາສາດ ໃຫ້ຫຼາຍຂຶ້ນ ທາງດ້ານຈຳນວນ ແລະ ຄຸນນະພາບ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກເອົາບັນຫາ ແລະ ຫົວຂໍ້ອື່ນໆອີກຈຳນວນໜຶ່ງ ເພື່ອໃຫ້ພະນັກງານ ກໍ່ຄືສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ນຳໄປຄົ້ນຄ້ວາພິຈາລະນາ, ຖ້າຫາກເຫັນບັນຫາໃດ ຈະເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ ກໍ່ໃຫ້ບັນຈຸເຂົ້າໃນແຜນການຄົ້ນຄວ້າໃນຕໍ່ໜ້າເລີຍ.
ຂ່າວ,​ພາບ: ກົມປະຊາສຳພັນ ສນຍ

Post Bottom Ad