ເອັດສຊີຈີຈັດສະແດງນະວັດຕະກຳ ແລະ ບໍລິການເພື່ອທີ່ຢູ່ອາໄສ ພ້ອມກັບໂປຣໂມຊັນພິເສດເອົາໃຈຄົນຮັກເຮືອນໃນງານສະຖາປະນິກ 2017 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເອັດສຊີຈີຈັດສະແດງນະວັດຕະກຳ ແລະ ບໍລິການເພື່ອທີ່ຢູ່ອາໄສ ພ້ອມກັບໂປຣໂມຊັນພິເສດເອົາໃຈຄົນຮັກເຮືອນໃນງານສະຖາປະນິກ 2017

ເອັດສຊີຈີຈັດສະແດງນະວັດຕະກຳ ແລະ ບໍລິການເພື່ອທີ່ຢູ່ອາໄສ
ພ້ອມກັບໂປຣໂມຊັນພິເສດເອົາໃຈຄົນຮັກເຮືອນໃນງານສະຖາປະນິກ 2017

ທ່ານ ນິທິ ພັດທະຣະໂຊກ (ກາງ) ຜູ້ຊ່ວຍຜູ້ຈັດການໃຫຍ່ - ຕະຫລາດໃນ ປະເທດ ເອັດສຊີຈີ ຊີມັງ - ຜະລິດຕະພັນກໍ່ສ້າງ, ທ່ານ ສານິດ ເກດສຸວັນ (ຊ້າຍ) ອິນໂນເວຊັນ ແອນ ເຕັກໂນໂລຊີ ໄດເຣັກເຕີ ເອັດສຊີຈີ ຊີມັງ - ຜະລິດຕະພັນກໍ່ສ້າງ ແລະ ທ່ານ ອະນຸວັດ ສະເຫລີມໄຊ (ຂວາ) ແບຣນໄດເຣັກເຕີ ເອັດສຊີຈີ ຊີມັງ - ຜະລິດຕະພັນກໍ່ສ້າງ ຮ່ວມນຳສະເຫນີນະວັດຕະກຳ ແລະ ເຕັກໂນໂລຊີ ການຢູ່ອາໄສ ໃນງານສະຖາປະນິກ 2017 ພາຍໃຕ້ແນວຄິດ “Your iDeal Home by SCG Experience” ພ້ອມກັບໂປຣໂມຊັນສຸດພິເສດຈາກແຄມເປນ SCG Family ເມື່ອສະຫມັກເຂົ້າເປັນຄອບຄົວເອັດສຊີຈີ ແລະ ລົງທະບຽນຮັບສິດຊື້ສິນຄ້າ ໃນເຄືອເອັດສຊີຈີຕາມລາຍລະອຽດທີ່ກຳນົດ ຮັບ Heart Point ທັນທີ ເພື່ອໃຊ້ເປັນ ສ່ວນຫລຸດໃນການຊື້ສິນຄ້າຄັ້ງຕໍ່ໄປ ພ້ອມຮັບສິດທີ 2 ຕໍ່ ເພື່ອລຸ້ນໄປພິຊິດແສງເຫນືອ ທີ່ປະເທດໄອແລນອີກດ້ວຍ.



ຮ່ວມສຳຜັດສຸດຍອດນະວັດຕະກຳທີ່ຕອບໂຈດການຢູ່ອາໄສໃນຍຸກປັດຈຸບັນ ພ້ອມພົບກັບທີມງານຜູ້ຊ່ຽວຊານຈາກ SCG EXPERIENCE ແລະ SCG HOME SOLUTION ທີ່ມາໃຫ້ຄຳປຶກສາ, ອອກແບບ ແລະ ປະເມີນລາຄາເລື່ອງ ເຮືອນຢ່າງເຈາະເລິກໂດຍບໍ່ເສຍຄ່າໃຊ້ຈ່າຍ ພ້ອມກັບຊ່ອງທາງໃຫມ່ໃນການເລືອກຊື້ ສິນຄ້າວັດສະດຸກໍ່ສ້າງຄຸນະພາບຈາກ SCG ແບບອອນໄລນ໌ຜ່ານທາງ www.scgshopingexperience.com ໄດ້ທີ່ຮ້ານວາງສະແດງເອັດສຊີຈີ ເອັກສະພີຣ້ຽນ ໃນງານສະຖາປະນິກ 2017 ຕັ້ງແຕ່ມື້ນີ້ເຖິງ 7 ພຶດສະພາ 2017 ເວລາ 10:00-20:00 ໂມງ ທີ່ ຊາເລັນເຈີຮອນ ອິມແພັກ ເມືອງທອງທານີ ຫລື ຕິດຕາມ ຂ່າວສານໄດ້ທີ່ http://www.scgbuildingmaterials.com/th/ASA2017





________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad