ສປປ ລາວ ເຂົ້າຮ່ວມການທົບທວນປະຈໍາໄລຍະດ້ານສິດທິມະນຸດ ຮອບວຽນທີ 3 ທີ່ ສະພາສິດທິມະນຸດ, ທີ່ເຊີແນວ, ປະເທດ ສະວິສ໌: - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສປປ ລາວ ເຂົ້າຮ່ວມການທົບທວນປະຈໍາໄລຍະດ້ານສິດທິມະນຸດ ຮອບວຽນທີ 3 ທີ່ ສະພາສິດທິມະນຸດ, ທີ່ເຊີແນວ, ປະເທດ ສະວິສ໌:




ໃນວັນທີ 21 ມັງກອນ 2020, ຄະນະຜູ້ແທນແຫ່ງ ສປປ ລາວ ນຳໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ປະທານຄະນະກໍາມະການແຫ່ງຊາດວ່າດ້ວຍສິດທິມະນຸດ ພ້ອມດ້ວຍຄະນະຜູ້ແທນຈໍານວນ 25 ​ທ່ານ ທີ່ຕາງໜ້າໃຫ້ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ກະຊວງກະສິກໍາ ແລະ ປ່າໄມ້, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 35 ຂອງໜ່ວຍງານ ທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR Working Group) ຂອງສະພາສິດທິມະນຸດ, ທີ່ ສໍານັກງານອົງການ ສະຫະປະຊາຊາດ ປະຈໍານະຄອນເຊີແນວ, ປະເທດສະວິດ, ເພື່ອປ້ອງກັນບົດລາຍງານແຫ່ງ ຊາດດ້ານສິດທິມະນຸດພາຍໃຕ້ ກົນໄກ UPR ໃນຮອບວຽນທີ 3.


ການທົບທວນປະຈໍາໄລຍະ ຫລື Universal Periodic Review (UPR) ແມ່ນກົນໄກຫນຶ່ງຂອງສະພາສິດທິມະນຸດ ທີ່ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ກົດບັດຂອງອົງການ ສປຊ, ເຊິ່ງປະເທດສະມາຊິກ ສປຊ ທຸກໆປະເທດ, ໂດຍບໍ່ມີການຈໍາແນກ, ມີພັນທະເຂົ້າຮ່ວມການທົບທວນດັ່ງກ່າວທີ່ຈັດຂຶ້ນທຸກໆ 4 ປີເຄິ່ງ, ບົນພື້ນຖານຄວາມສະເຫມີພາບ ແລະ ເຄົາລົບຊິ່ງກັນ ແລະ ກັນ.

ໃນການທົບທວນໃນຮອບວຽນທີ 3 ນີ້, ໜ່ວຍງານເຮັດວຽກເພື່ອການທົບທວນ ໄດ້ປະເມີນ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ສິດທິມະນຸດ ລວມທັງ ຂໍ້ສະເໜີແນະ ຈຳນວນ116 ຂໍ້ ທີ່ ສປປ ລາວ ໄດ້ຮັບເອົາໃນຮອບວຽນທີ 2 ໃນປີ 2015.

ໃນກອງປະຊຸມທົບທວນຄັ້ງນີ້ ໄດ້ມີຜູ້ຕາງຫນ້າຈາກປະເທດສະມາຊິກ ສປຊ ຕ່າງໆເຂົ້າຮ່ວມ ແລະ ໃນນັ້ນ 93 ປະເທດໄດ້ປະກອບຄໍາເຫັນ ແລະ ມີຂໍ້ສະເໜີແນະຕໍ່ ສປປ ລາວ ເພື່ອນໍາໄປພິຈາລະນາ ແລະ ຮັບຮອງເອົາບົນພື້ນຖານຄວາມສະໝັກໃຈ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ; ພ້ອມກັນນັ້ນ, ກໍ່ຍັງມີການເຂົ້າຮ່ວມຂອງຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມຈຳນວນຫນຶ່ງໃນຖານະຜູ້ສັງເກດການ.

ທ່ານ ບຸນເກີດ ສັງສົມສັກ ໄດ້ຍົກໃຫ້ເຫັນໃນເວລາກ່າວເປີດກອງປະຊຸມເຖິງການໃຫ້ຄວາມສໍາຄັນຂອງລັດຖະບານລາວ ຕໍ່ການຮ່ວມມືກັບສາກົນໃນວຽກງານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ການເຂົ້າຮ່ວມການທົບທວນໃນຄັ້ງນີ້. ພ້ອມດຽວກັນນັ້ນ, ທ່ານກໍ່ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ແລະ ຄວາມຄືບຫນ້າໃນການຈັດຕັ້ງປະຕິບັດສິດທິມະນຸດຢູ່ ສປປ ລາວ ນັບແຕ່ການທົບທວນຄັ້ງທີ 2 ຜ່ານມາ, ຊຶ່ງລັດຖະບານໄດ້ມີການທົບທວນນະໂຍບາຍ, ປັບປຸງລັດຖະທໍາມະນູນ ແລະ ກົດຫມາຍຫລາຍສະບັບ ທີ່ ພົວພັນເຖິງການຜັນຂະຫຍາຍພັນທະຂອງ ສປປ ລາວ ພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ 7 ສະບັບ ຈົນມາຮອດປະຈຸບັນ.
ນອກຈາກນັ້ນ, ທ່ານກໍ່ໄດ້ຍົກໃຫ້ເຫັນຄວາມຄືບໜ້າ ໃນການປັບປຸງບູລະນະການປົກຄອງ, ການສ້າງລັດແຫ່ງກົດຫມາຍ, ການພັດທະນາເສດຖະກິດ-ສັງຄົມ, 

ການລົບລ້າງຄວາມທຸກຍາກ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ, ການຮ່ວມມືສາກົນດ້ານສິດທິມະນຸດ ກໍ່ລ້ວນແລ້ວແຕ່ແມ່ນຕົວຊີ້ວັດທີ່ສະແດງໃຫ້ເຫັນ ຄວາມພະຍາຍາມຢ່າງຕັ້ງໜ້າຂອງລັດຖະບານ ໃນການສ້າງເງື່ອນໄຂ ແລະ ສະພາບແວດລ້ອມ, ໃນໄລຍະ 5 ປີຜ່ານມາ, ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າສາມາດຊົມໃຊ້ສິດທິຂອງເຂົາເຈົ້າທາງດ້ານການເມືອງ, ພົນລະເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ, ຕາມລັດຖະທໍາມະນູນ ແລະ ກົດຫມາຍ ໄດ້ຢ່າງເຕັມສ່ວນ.

ໃນກອງປະຊຸມຄັ້ງນີ້, ມີຫຼາຍປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ ສປປ ລາວ ຍາດມາໄດ້ໃນການປະຕິບັດສິດທິມະນຸດໃນໄລຍະຜ່ານມາ ພ້ອມທັງໄດ້ມີຄຳເຫັນ ແລະ ຄຳຖາມເຈາະຈີ້ມຕໍ່ບາງບັນຫາທີ່ພົວພັນເຖິງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ການລຶບລ້າງຄວາມທຸກຍາກ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການຊ່ວຍເຫຼືອລ້າທາງດ້ານກົດໝາຍສໍາລັບປະຊາຊົນຜູ້ທີ່ດ້ອຍໂອກາດ, ໂທດປະຫານຊິວິດ, ການຕ້ານການທໍລະມານ, ສະພາບເງື່ອນໄຂຄ້າຍຄຸ້ມຂັງ,​ ສິດທິຂອງຊົນເຜົ່າ, ສິດເສລີພາບດ້ານສາສະຫນາ, ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນ, ການນໍາໃຊ້ອິນເຕີແນັດ, ອົງການຈັດຕັ້ງທາງສັງຄົມ, ບັນຫາຄົນທີ່ຫາຍສາບສູນ, ສິດທິຂອງພົນລະເມືອງຕໍ່ການນໍາໃຊ້ທີ່ດິນ, ສິດທິຂອງແມ່ຍິງ, ເດັກນ້ອຍ, ການຄ້າມະນຸດ ແລະ ອື່ນໆຈໍານວນໜຶ່ງ.


ຕໍ່ບັນຫາດັ່ງກ່າວ, ຜູ້ແທນລາວທີ່ຕາງໜ້າໃຫ້ກະຊວງຂະແໜງການທີ່ກ່ຽວຂ້ອງ ກໍ່ໄດ້ໃຫ້ຂໍ້ມູນ ແລະ ຊີ້ແຈງອະທິບາຍເພີ່ມເຕີມ, ບົນພື້ນຖານນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ ແລະ ມາດຕະການຕ່າງໆຂອງລັດ ທີ່ໄດ້ຮັບຮອງເອົາ ເພື່ອແກ້ໄຂບັນຫາດັ່ງກ່າວ, ອັນໄດ້ເຮັດປະເທດສະມາຊິກ ສປຊ ກໍ່ຄື ສະພາສິດທິມະນຸດ ແລະ ຜູ້ເຂົ້າຮ່ວມອື່ນໆມີຄວາມເຂົ້າອົກເຂົ້າໃຈເປັນຢ່າງດີກ່ຽວກັບການປະຕິບັດສິດທິມະນຸດຢູ່ ສປປ ລາວ.


ການທົບທວນໃນຄັ້ງນີ້ ແມ່ນ ດໍາເນີນໄປເປັນເວລາ 3 ຊົ່ວໂມງເຄິ່ງ ດ້ວຍບັນຍາກາດສ້າງສັນ ແລະ ກົງໄປກົງມາ.
ໃນວັນທີ 24 ມັງກອນ 2020, ຄະນະຜູ້ແທນລາວ ຍັງຈະສືບຕໍ່ເຂົ້າຮ່ວມກອງປະຊຸມຂອງຫນ່ວຍງານທົບທວນປະຈໍາໄລຍະຂອງສະພາສິດທິມະນຸດ ເພື່ອຮັບຮອງເອົາຮ່າງບົດລາຍງານການທົບທວນຂອງ ສປປ ລາວ ທີ່ກວມເອົາຈໍານວນຂໍ້ສະເຫນີແນະຈາກປະເທດຕ່າງໆທີ່ສະເໜີໃຫ້ ສປປ ລາວ ນໍາເອົາຄືນມາພິຈາລະນາຮ່ວມກັບເຈົ້າໜ້າທີ່ທີ່ກ່ຽວ ຂ້ອງ ແລະ ອົງການຈັດຕັ້ງຕ່າງໆທາງສັງຄົມ ຢູ່ ສປປ ລາວ ແລະ ໄປລາຍງານຄືນໃນກອງປະຊຸມສະພາສິດທິມະນຸດທີ່ຈະມີຂຶ້ນໃນເດືອນມິຖຸນາ 2020 ທີ່ຈະມາເຖິງ ເພື່ອຈະແຈ້ງວ່າ ຂໍ້ສະເໜີແນະໃດສອດຄ່ອງກັບນະໂຍບາຍ ແລະ ກົດໝາຍພາຍໃນຂອງພວກເຮົາ ແລະ ຂໍ້ສະເໜີແນະໃດທີ່ພວກເຮົາມີຄວາມອາດສາມາດຮັບເອົາມາຈັດຕັ້ງປະຕິບັດໄດ້ໃນຊຸມປີຕໍ່ໜ້າ.

Post Bottom Ad