ເກີດເຫດລົດບັນທຸກຊີມັງປີ້ນ ຢູ່ເຂດບ້ານໜອງບົວທອງເຮັດໃຫ້ຜູ້ນັ່ງມານຳເສຍຊີວິດຄາທີ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເກີດເຫດລົດບັນທຸກຊີມັງປີ້ນ ຢູ່ເຂດບ້ານໜອງບົວທອງເຮັດໃຫ້ຜູ້ນັ່ງມານຳເສຍຊີວິດຄາທີ່





ຕາມການລາຍງານ ຂອງ ເຈົ້າໜ້າຕຳຫຼວດຈະລາ ຈອນ ປກສ ເມືອງອຸທຸມພອນ ໄດ້ແຈ້ງໃຫ້ຮູ້ວ່າ: ໃນເວລາ 10 ໂມງ 30 ນາທີຂອງ ວັນທີ 8 ມັງກອນ 2020 ໄດ້ມີອຸປະຕິເຫດລົດບັນ ທຸກຂະໜາດນ້ອຍທີ່ບັນທຸກ ຊີມັງເຕັມຄັນລົດເສຍຫຼັກ ປີ້ນຊະແຄງ, ເຊິ່ງເຫດການ ດັ່ງກ່າວ ໄດ້ເກີດຂຶ້ນ ຢູ່ຖະໜົນ ເລກທີ 9, ກິໂລແມັດທີ 46 ເຂດບ້ານໜອງບົວທອງ ເມືອງອຸທຸມພອນແຂວງສະ ຫວັນນະເຂດ (ຕໍ່ໜ້າປ້ຳນ້ຳ ມັນ ສຸລິຍະພາໄຊ ທາງແວ່ ບ້ານເຫຼົ່າສຸລິຍະ). 

ເຫດການ ຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີ ວິດຄາທີ່ 1 ຄົນ ແລະໄດ້ຮັບ ບາດເຈັບເລັກໜ້ອຍ1ຄົນ. ຕາມການລາຍງານຂອງ ທ່ານ ຮອ ຄຳຕັນເຄນໄຊ ບຸນຍະ ເລດ ຮອງຫົວໜ້າກອງຈະລາ ຈອນ ປກສ ເມືອງອຸທຸມພອນ ໄດ້ ແຈ້ງໃຫ້ຮູ້ວ່າ: ພາຍຫຼັງ ການລົງສັນນະສູດເຫດ ການຕົວຈິງເຫັນວ່າ: ໃນຈຸດ ເກີດເຫດ ໄດ້ພົບເຫັນເປົ໋າຊິ ມັງຕົກກະຈາຍເຕັມທ້ອງ ຖະໜົນ ຢູ່ໃກ້ກັນກໍ່ພົບເຫັນ ລົດຢູ່ໃນທ່າຊະແຄງຢູ່ຟາກ ທາງເບື້ອງຊ້າຍ, ໃກ້ກັບລົດ ກໍ່ພົບເຫັນຄົນນອນເສຍຊີ ວິດຢູ່ໃກ້ລົດ. ສ່ວນຜູ້ໄດ້ຮັບ ບາດເຈັບພົນລະເມືອງດີໄດ້ ນຳສົ່ງໂຮງໝໍ. 

ຜ່ານການ ສືບສວນ-ສອບສວນໄດ້ໃຫ້ ຮູ້ວ່າ: ລົດບັນທຸກຮຸນໄດ 6 ລໍ້ ຄັນທີ່ເກີດເຫດໄດ້ບັນທຸກ ຊີມັງມາແຕ່ເຊໂນ ຈຳນວນ 4 ໂຕນ, ເພື່ອໄປສົ່ງໃຫ້ລູກຄ້າ ຢູ່ເຂດບໍ່ຫີນກາວ, ໂດຍມີ ທ້າວ ເຕ້ ອາຍຸ 27 ປີ, ເປັນຄົນ ຂັບ ແລະທ້າວ ສຸດຕາ ອາຍຸ 32 ປີ ທີ່ນັ່ງໄປນຳ, ເຊິ່ງ ທ້າວ ສຸດຕາ ນັ່ງຢູ່ນອກ (ນັ່ງກະບະທີ່ບັນທຸກຊີມັງ) ພໍມາຮອດຈຸດເກີດເຫດ, ລົດ ຄັນດັ່ງກ່າວໄດ້ມີການແຊງ ລົດຂຶ້ນຂ້າງໜ້າ, ແຕ່ບໍ່ພົ້ນ ລົດເສຍຫຼັກປິີ້ນຊະແຄງ ໄປຟາກທາງອີກເບື້ອງໜຶ່ງ, ຈຶ່ງເຮັດໃຫ້ຜູ້ທີ່ນັ່ງຢູ່ກະບະຄື ທ້າວ ສຸດຕາ ເສຍຊີວິດຄາທີ່ (ກະທົບຫົວຢ່າງຮຸນແຮງ), ສ່ວນທ້າວເຕ້ໄດ້ຮັບບາດ ເຈັບພຽງເລັກໜ້ອຍ.

ຕາມການສັນນິຖານ ເບື້ອງຕົ້ນຂອງເຈົ້າໜ້າທີ່ ພົບວ່າ: ສາເຫດທີ່ພາໃຫ້ເກີດ ອຸປະຕິເຫດຄັ້ງນີ້ຍ້ອນລົດ ຮຸນໄດທີ່ບັນທຸກຊີມັງໄດ້ມີ ການບັນທຸກເກີນນ້ຳໜັກ, ເຮັດໃຫ້ການແຊງລົດບໍ່ຮັບ ປະກັນ, ຂາດການຊົງໂຕ, ຜູ້ຂັບບໍ່ສາມາດບັນຊາ ລົດໄດ້, ຈຶ່ງເຮັດໃຫ້ລົດເສຍ ຫຼັກ ແລະກໍ່ໃຫ້ເກີດອຸປະຕິ ເຫດຂຶ້ນ. ດັ່ງນັ້ນ ທາງເຈົ້າ ໜ້າທີ່ພວກເຮົາ ຈຶ່ງຢາກຂໍ ຮຽກຮ້ອງມາຍັງຜູ້ຂັບຂີ່ ທຸກຄົນ, ຈົ່ງພ້ອມກັນປະຕິບັດລະບຽບຈະລາຈອນຢ່າງເຄັ່ງຄັດ, ເພື່ອຄວາມ ປອດໄພທັງຊີວິດ ແລະຊັບ ສິນຂອງພວກທ່ານນຳ ດ້ວຍ./.

ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News

Post Bottom Ad