ສານຕັດສິນປະຫານຊີວິດຜູ້ຖືກຫາຄ້າຂາຍຢາບ້າ ຈໍານວນ 1 ແສນກວ່າເມັດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສານຕັດສິນປະຫານຊີວິດຜູ້ຖືກຫາຄ້າຂາຍຢາບ້າ ຈໍານວນ 1 ແສນກວ່າເມັດ



ໃນຕອນເຊົ້າຂອງວັນທີ 10 ມັງກອນ 2020 ນີ້, ສານປະຊາຊົນແຂວງສະຫວັນ ນະເຂດ ໄດ້ຈັດພິທີຕັດສິນຄະ ດີກ່ຽວກັບການຄ້າຂາຍຢາ ເສບຕິດພາຍໃນແຂວງຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງສານ ດັ່ງກ່າວ.
ຄໍາສັ່ງຕັດສິນ ຄະດີເລກທີ 001/ຂຕອ, ລົງວັນທີ 10 ມັງ ກອນ 2020 ເຫັນວ່າ: ທ້າວ ບຸນ ທະວີ ສິດທິພອນ ອາຍຸ 29 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ເກີດຢູ່ບ້ານແກ້ວວິໄລ ເມືອງ ວິລະບູລີ ແຂວງສະຫວັນນະ ເຂດ ໄດ້ກະທໍາຜິດໃນຂໍ້ຫາຄ້າ ຂາຍຢາເສບຕິດ ຈໍານວນ 17 ແພັກ, ມີ 51 ມັດ ເທົ່າກັບ 102.000 ເມັດ ຫຼືເທົ່າກັບ 13,370. 

ໂດຍຜູ້ຖືກຫາໄດ້ ຍອມຮັບສາລະພາບວ່າ: ກ່ອນເກີດເຫດຜູ້ກ່ຽວໄດ້ໄປ ເບິ່ງຕີໄກ່ຢູ່ປະເທດໄທແລ້ວໄປ ຮູ້ຈັກກັບທ້າວໜຶ່ງ (ຄົນໄທ) ຫຼັງຈາກນັ້ນ, ທ້າວໜຶ່ງກໍ່ໄດ້ຊັກ ຊວນໃຫ້ທ້າວ ບຸນທະວີ ນໍາຢາ ບ້າຈາກຝັ່ງລາວມາຂາຍໃຫ້ ຕົນໂດຍໄດ້ມີການແລກເບີຕິດ ຕໍ່ກັນໄວ້. ຜ່ານມາໄລຍະໜຶ່ງ, ໃນວັນທີ 9 ມັງກອນ 2019 ທ້າວບຸນທະວີ ກໍ່ໄດ້ຂຶ້ນໄປຊື້ຢາ ບ້າຢູ່ເມືອງໂພນໂຮງ ແຂວງ ວຽງຈັນ ພໍເມື່ອທ້າວບຸນທະວີ ໄປຮອດຈຸດນັດພົບກໍ່ໄດ້ມີການ ຊື້-ຂາຍຢາບ້າຈໍານວນ 102.000 ເມັດ, ລວມເປັນເງິນ 663.000 ບາດ. 

ມາໃນວັນທີ 10 ມັງກອນ 2019 ກໍ່ໄດ້ນໍາ ຢາບ້າມາເຊື່ອງໄວ້ໃນເຮືອນ ເຊົ່າຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ຈົນ ເວລາ 6 ໂມງເຊົ້າໄດ້ມີລູກຄ້າ ໂທລະສັບຕິດຕໍ່ຂໍຊື້ຢາບ້າ 5 ແພັກ, ເທົ່າກັບ 15 ມັດ ໂດຍ ນັດຊື້-ຂາຍກັນຢູ່ຮ້ານອາຫານ ແຫ່ງໜຶ່ງພາຍໃນບ້ານບຶງວະ ນະຄອນໄກສອນ ພົມວິຫານ ເມື່ອທ້າວ ບຸນທະວີ ນໍາຢາ ບ້າມາສົ່ງທີ່ຈຸດນັດພົບ ເຈົ້າໜ້າ ທີ່ຕໍາຫຼວດກໍ່ເຂົ້າຮວບໂຕຜູ້ຖືກ ຫາທັນທີ ແລ້ວຄົ້ນພົບຂອງກາງ ຈໍານວນ 5 ແພັກພາຍໃນລົດ ແລະ12 ແພັກຢູ່ເຮືອນເຊົ່າ.

ຈາກຫຼັກຖານຕ່າງໆທີ່ເຈົ້າ ໜ້າທີ່ຕໍາຫຼວດສາມາດຢຶດໄດ້ ສານປະຊາຊົນແຂວງຈຶ່ງຕັດ ສິນປະຫານຊີວິດ ທ້າວ ບຸນທະວີ ສິດທິພອນ ພ້ອມທັງຮິບຢາບ້າ ຈໍານວນ 51 ມັດ ຫຼື 102.000 ເມັດ ມອບໃຫ້ພາກສ່ວນທີ່ກ່ຽວ ຂ້ອງນໍາໄປທໍາລາຍຖິ້ມ, ຮິບ ໂທລະສັບ 2 ເຄື່ອງທີ່ໃຊ້ ໃນການຕິດຕໍ່ຊື້ຂາຍ ພ້ອມດຽວ ກັນນີ້ ກໍ່ໄດ້ສົ່ງລົດຈິບປຼາໂດ້ ສີປອນເງິນ ເລກທະບານ ຣສ 4888 ກໍາແພງນະຄອນ ຄືນໃຫ້ທ້າວ ທອງລາ(ພໍ່ຜູ້ຖືກ ຫາ) ແລະຄອບຄົວ ເນື່ອງຈາກ ຜ່ານການສືບສວນ-ສອບສວນ ເຫັນວ່າລົດຄັນດັ່ງກ່າວເປັນ ຂອງທ້າວທອງລາ ເຊິ່ງທ້າວ ທອງລາ ບໍ່ມີສ່ວນກ່ຽວຂ້ອງໃນ ຄະດີ./.

ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News

Post Bottom Ad