ລັດຖະບານອະນຸມັດງົບປະມານ 47 ຕື້ກີບ ເພື່ອຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະບານອະນຸມັດງົບປະມານ 47 ຕື້ກີບ ເພື່ອຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ




ລັດຖະບານໄດ້ອະນຸມັດງົບປະມານໃຫ້ແຂວງຊຽງຂວາງ ຈຳນວນ 47 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ - 1 ເມສາ 2020, ຄ່ຽງຄູ່ກັບການສະເຫລີມສະຫລອງອິີກສອງງານໃຫຍ່ສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ການສະເຫລີມສະຫລອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ.

ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ, ປະທານຄະນະກຳມະການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາພາດວ່າ: ສຳລັບງົບປະມານຈໍານວນ 47 ຕື້ກີບນີ້, ລັດຖະບານໄດ້ໂອນໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການກະກຽມວຽກງານຕ່າງໆແລ້ວ19 ຕື້ກີບ, ໂດຍແຕ່ລະຄະນະອະນຸກໍາມະການແມ່ນໄດ້ເບີກຈ່າຍງົບປະມານຈຳນວນດັ່ງກ່າວ ເຂົ້າໃນການກະກຽມບັນດາໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການທີ່ກະຊວງການເງິນ ວາງອອກທຸກຢ່າງ, ທັງນີ້ກໍ່ແນ່ໃສ່ເພື່ອເຮັດໃຫ້ການກະກຽມທຸກວຽກງານຂອງແຕ່ລະຄະນະກໍາມະການດໍາເນີນໄປດ້ວຍດີ, ເຊິ່ງມາຮອດປະຈຸບັນນີ້ ແມ່ນສາມາດຕີລາຄາໄດ້ວ່າ ການກະກຽມໃຫ້ແກ່ ທັງ 3 ງານໃຫຍ່ສໍາຄັນລະດັບຊາດທີ່ກ່າວມານັ້ນ, ແຂວງຊຽງຂວາງແມ່ນມີຄວາມພ້ອມແລ້ວຫລາຍ ກ່ວາ 90% ຂອງບັນດາໜ້າວຽກທັງໝົດ.


ອີງຕາມຂໍ້ມູນຈາກຄະນະອະນຸກໍາມະການເສດຖະກິດ ແລະ ລະດົມທຶນໄດ້ລາຍງານຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ໄດ້ຖືກຈັດຂຶ້ນຢູ່ແຂວງຊຽງຂວາງໃນລະຫວ່າງວັນທີ 7-8 ມັງກອນຜ່ານມາ ໃຫ້ຮູ້ວ່າ: ການນໍາໃຊ້ຮ່ວງເງິນຈຳນວນ 19 ຕື້ກີບນີ້ ແມ່ນໄດ້ຈັດຕັ້ງປະຕິບັດໄປແລ້ວ 8.095.357.400 ກີບ, ແລະ ຍັງຄ້າງປະຕິບັດອີກຈໍານວນ 10.964.812.600 ກີບ.

ທີ່ມາ: Lao National Radio
ຂ່າວ: ບຸນຕຽງ ຈັນທະວົງ
ພາບ : ອຸດອນ ອ້ວນດາລາ

Post Bottom Ad