ຊຽງຂວາງ ຈະນໍາເຂົ້າແຕ່ໝາກໄມ້ເທົ່ານັ້ນ ເພື່ອຮັບໃຊ້ 3 ງານໃຫຍ່ລະດັບຊາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊຽງຂວາງ ຈະນໍາເຂົ້າແຕ່ໝາກໄມ້ເທົ່ານັ້ນ ເພື່ອຮັບໃຊ້ 3 ງານໃຫຍ່ລະດັບຊາດ







ແຂວງ ຊຽງຂວາງ ຈະນໍາເຂົ້າແຕ່ໝາກໄມ້ເທົ່ານັ້ນ ເພື່ອຮັບໃຊ້ 3 ງານໃຫຍ່ລະດັບຊາດ ຄື: ງານມະຫາກໍາກິ ລາແຫ່ງຊາດ ຄັ້ງທີ XI, ການສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ແລະ ສະເຫລີມສະ ຫລອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາປີນີ້ ເນື່ອງຈາກອາຫານປະເພດອື່ນຯ ມີພຽງພໍແລ້ວ ແລະ ເປັນຜະລິດຕະພັນພາຍໃນແຂວງທັງໝົດ.
ທ່ານ ວຽງຄໍາ ຈັນທະລາ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ຊຽງຂວາງ, ທັງເປັນຄະນະອະ ນຸກໍາມະການອຸປະໂພກ-ບໍລິໂພກງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາພາດວ່າ: ຜ່ານການເກັບຂໍ້ມູນການຜະລິດສະບຽງອາຫານຕົວຈິງຢູ່ບັນດາເມືອງພາຍໃນແຂວງ ແລະ ຈາກການຄິດໄລ່ຢ່າງລະອຽດກ່ຽວກັບການບໍລິ ໂພກຂອງແຂກທີ່ຈະເດີນທາງມາຮ່ວມ 3 ງານໃຫຍ່ລະດັບຊາດທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ເຫັນວ່າ ປະເພດຊີ້ນ, ປາ ແລະ ພືດຜັກຊະນິດຕ່າງຯ ທີ່ມີພາຍໃນແຂວງ ແມ່ນສາມາດຮອງຮັບແຂກໄດ້ຢ່າງພຽງພໍກັບຄວາມຕ້ອງການຮ້ອຍສ່ວນຮ້ອຍ, ຍົກເວັ້ນໝາກໄມ້ ເພາະໃນໄລຍະຈັດງານຄັ້ງນີ້ຢູ່ແຂວງ ຊຽງຂວາງ ຈະມີແຕ່ໝາກໄມ້ຕາມລະດູການເທົ່ານັ້ນ ຄື: ໝາກກ້ວຍ ແລະ ໝາກຫຸ່ງ, ສ່ວນໝາກໄມ້ຊະນິດອື່ນຯ ຕ້ອງໄດ້ນໍາເຂົ້າຈາກບ່ອນອື່ນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ.
ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ຊຽງຂວາງ ໃຫ້ຮູ້ຕື່ມວ່າ: ຕໍ່ກັບບັນຫາສະບຽງອາຫານທີ່ຜະລິດໄດ້ພາຍໃນແຂວງ, ອະນຸກໍາມະການອຸປະໂພກ-ບໍລິໂພກ ຈະສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາຢູ່ພື້ນທີ່ການຜະລິດ ແລະ ແຫລ່ງຈໍາໜ່າຍສິນຄ້າ ກໍ່ຄື ບັນດາຕະຫລາດພາຍໃນເທດສະບານແຂວງ ເປັນ ຕົ້ນ: ຕະຫລາດສວນພູຄໍາ, ຕະຫລາດນໍ້າຫງໍາ, ຕະຫລາດກະສິກໍາສີບຸນເຮືອງ ແລະ ຕະຫລາດອື່ນຯ ເພື່ອຮອງຮັບເປັນກະສິກໍາສະອາດ. ສ່ວນໝາກໄມ້ທີ່ນໍາມາຈາກບ່ອນອື່ນຈະໄດ້ຕິດຕາມກວດກາຢ່າງເຂັ້ມງວດເຊັ່ນດຽວກັນ ເພື່ອຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ.

ທີ່ມາ: Lao National Radio
ໂດຍ: ບຸນຕຽງ ຈັນທະວົງ

Post Bottom Ad