ມາຮູ້ຄຳສອນຂອງ ຂົງຈື້ ທີ່ຢຸກສະໄຫມໃດກໍ່ສາມາດປະຢຸກໃຊ້ໄດ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາຮູ້ຄຳສອນຂອງ ຂົງຈື້ ທີ່ຢຸກສະໄຫມໃດກໍ່ສາມາດປະຢຸກໃຊ້ໄດ້




ສໍາລັບຄໍາສອນຂອງຂົງຈື້ນັ້ນ ມີຈໍານວນຫຼວງຫຼາຍ ເນື້ອໃນຄວບຄຸມທັງດ້ານການສຶກສາ, ການພັດທະນາຕົນເອງ, ການເຂົ້າສັງຄົມ, ການເມືອງ, ການຄົບໝູ່ເພື່ອນ, ຄຸນນະທໍາ ແລະ ຄວາມກະຕັນຍູ ໃນນີ້ຈະຂໍເວົ້າບາງສ່ວນເທົ່ານັ້ນ.
- ຈົ່ງຂະຫຍັນຮຽນຮູ້ຢ່າງບໍ່ຮູ້ຈັກພຽງພໍ ແລະ ສັ່ງສອນຄົນອື່ນຢ່າງບໍ່ຮູ້ຈັກອິດເມື່ອຍ.
- ຫາກຮຽນໜັງສື ແຕ່ບໍ່ຮູ້ຈັກໃຊ້ສະໝອງຄິດພິຈາລະນາ ກໍ່ຈະພົບກັບຄວາມສັບສົນ, ຫາກມົວແຕ່ເພີ້ຝັນ ແຕ່ບໍ່ຮູ້ຈັກຫາຄວາມຮູ້ໃສ່ໂຕ ກໍ່ຈະຢູ່ແຕ່ໃນວັງວົນແຫ່ງຄວາມຄິດອັນຕະລາຍ.
- ຫາກຕອນເຊົ້າໄດ້ຮູ້ແຈ້ງເຖິງສັດຈະທໍາແລ້ວ ຄືນນັ້ນເຖິງຕາຍກໍ່ນອນຕາຫລັບ.
- ການເວລາທີ່ຜ່ານໄປ ກໍ່ເຫມືອນສາຍນໍ້າທີ່ໄຫຼຢ່າງບໍ່ຢຸດຢັ້ງ.
- ຄົນທີ່ມີຄວາມຮູ້ສູ້ຄົນທີ່ມັກຮຽນຮູ້ບໍ່ໄດ້ ຄົນທີ່ມັກການຮຽນຮູ້ສູ້ຄົນທີ່ຮຽນຢ່າງມີຄວາມສຸກບໍ່ໄດ້.
- ຕິຕຽນຕົນເອງໃຫ້ຫຼາຍ ແລະ ຕິຕຽນຜູ້ອື່ນໃຫ້ໜ້ອຍ ເຊັ່ນນີ້ຍ່ອມຈະຫຼີກເວັ້ນຄວາມແຄ້ນເຄື່ອງກັນໄດ້.
- ສິ່ງທີ່ໂຕເອງບໍ່ຢາກເຮັດ ຫຼື ບໍ່ຢາກໄດ້ ກໍ່ຢ່າຍື່ນໃຫ້ຜູ້ອື່ນ.
- ຢ່າພຽງແຕ່ຟັງພຽງລົມປາກ ການຈະເຊື່ອຖືບຸກຄົນໃດຍັງຕ້ອງພິຈາລະນາພຶດຕິກໍາຂອງເຂົານຳ.
- ຄົນທີ່ສະຫຼາດຈະບໍ່ເຮັດຜິດຕໍ່ຜູ້ອື່ນ ແລະ ຈະບໍ່ຜິດຄໍາເວົ້າຂອງຕົນເອງເຊັ່ນກັນ.
- ຖ້າຮັກເຂົາ ຕ້ອງບໍ່ປ່ອຍໃຫ້ເຂົາເອົາແຕ່ສະບາຍ.
- ຫາກຮູ້ຈິງເພິ່ງບອກວ່າຮູ້ ຫາກບໍ່ເພິ່ງບອກວ່າບໍ່ຮູ້ ນັ້ນແຫຼະຄືວິຖີຂອງປັນຍາຊົນ.
- ຜູ້ທີ່ບໍ່ຮັກສາສັດຈະວາຈາ ຈະເຂົ້າສັງຄົມໄດ້ແນວໃດ.
- ການບໍ່ກ້າຍື່ນເອິກເຮັດສິ່ງທີ່ເປັນທໍາ ນັ້ນແຫຼະຄືຄວາມຂີ້ຂາດ.
- ການເຄົາລົບນັບຖືບິດາມານດາ ແລະ ຮັກໄຄ່ປອງດອງໃນໝູ່ເພື່ອນ ແລະ ພີ່ນ້ອງ ເປັນພື້ນຖານຂອງຄວາມຮັກໄຄ່ເມດຕາຕໍ່ຜູ້ອື່ນ.

Post Bottom Ad