ເຈົ້າເມືອງອາດສະພອນ ລົງຕິດຕາມການ ກໍ່ສ້າງ-ສ້ອມແປງທາງຫຼັກ 2 ເສັ້ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າເມືອງອາດສະພອນ ລົງຕິດຕາມການ ກໍ່ສ້າງ-ສ້ອມແປງທາງຫຼັກ 2 ເສັ້ນ






ໃນວັນທີ 13 ມັງກອນ 2020ນີ້, ທ່ານ ຄຳແພງ ເພັດ ທຸມພອນ ເຈົ້າເມືອງອາດສະ ພອນ ພ້ອມດ້ວຍຄະນະແລະ ພາກສ່ວນກ່ຽວຂ້ອງຊຶ່ງ ລວມມີທ່ານ ຄຳມາ ທຳມະ ວົງຫົວໜ້າຫ້ອງການ ໂຍທາ ທິການ ແລະຂົນສົ່ງເມືອງ, ທ່ານ ຄອງມາ ເຮົ້າຄອງຄູນ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ ໄດ້ລົງຕິດຕາມການກໍ່ສ້າງ ແລະສ້ອມແປງເສັ້ນທາງ 2 ເສັ້ນຄື: ເສັ້ນທາງຈາກເທສະ ບານເມືອງອາດສະພອນ ຫາທາງເລກທີ 09(ເມືອງ ອາດສະພັງທອງ-ເມືອງ ອາດສະພອນ) ແລະເສັ້ນ ທາງຈາກເທສະບານເມືອງ ອາດສະພອນຫາທາງເລກ ທີ 10 ໄລຍະທາງ 23 ກິໂລແມັດ.

ທ່ານ ໂຈມມາ ຄອຍ ສົມບັດ ຮອງຫົວໜ້າຫ້ອງ ການ ຍທຂ ເມືອງ ກໍ່ໄດ້ລາຍ ງານຄວາມຄືບໜ້າໃນການ ກໍ່ສ້າງສ້ອມແປງເສັ້ນທາງ ທັງສອງເສັ້ນໃນໄລຍະ ຜ່ານມາ ເຊິ່ງໂຄງການກໍ່ ສ້າງ ເສັ້ນທາງປູຢາງ 2 ຊັ້ນຈາກເທສະບານ ເມືອງ ອາດສະພອນ ຫາທາງເລກທີ 09(ເມືອງອາດສະພັງ ທອງ) ແລະເສັ້ນທາງ ຈາກ ເທສະບານເມືອງອາດສະ ພອນຫາທາງເລກທີ 10 ແຂວງສະຫວັນນະເຂດ ໄດ້ ເລີ່ມດຳເນີນການມາແຕ່ປີ 2018 ຮອດປະຈຸ ບັນແມ່ນ ກຳລັງຢູ່ໃນຂັ້ນຕອນການດຳເນີນການກໍ່ ສ້າງຕາມ ເຕັກນິກວິຊາການແຕ່ກໍ່ຍ້ອນ ສະພາບຜົນກະທົບຈາກໄພ ທຳມະຊາດເກີດມີໄພນ້ຳຖ້ວມໃນໄລຍະກາງປີທີ່ ຜ່ານມາ ເຮັດໃຫ້ມີຄວາມ ຫຍຸ້ງຍາກຫຼາຍດ້ານ, 

ການ ກໍ່ສ້າງຈຶ່ງໄດ້ຢຸດຊົ່ວຄາວ ເຊິ່ງສົ່ງໃຫ້ມີການແກ່ຍາວ ເວລາໃນການດຳເນີນການ ກໍ່ສ້າງ, ສຳລັບການກໍ່ສ້າງ ເສັ້ນທາງ ຈາກເທສະບານ ເມືອງອາດສະພອນຫາທາງ ເລກທີ 09 ມີໄລຍະທາງ ລວມ 24 ກິໂລ ແມັດ, ມີຂົວ 3 ແຫ່ງ, ປະຈຸບັນແມ່ນ ຢູ່ໃນການຂັ້ນຕອນການປັບ ລະດັບບໍ່ວ່າຈະເປັນຄວາມ ສູງຂອງທາງ ແລະຄວາມ ກວ້າງຂອງໜ້າທາງຮ່ອງ ລະບາຍນ້ຳໃຫ້ຖືກຕາມ ເຕັກນິກວິຊາການ, ສ່ວນ ເສັ້ນທາງຈາກເທສະບານ ເມືອງອາດສະພອນຫາ ທາງເລກທີ 10 ໄລຍະທາງ 23 ກິໂລແມັດ ແລະມີຈຸດ ວາງທໍ່ຜ່ານທາງບາງຈຸດ ໃນນັ້ນໄດ້ມີການວາງທໍ່ ຜ່ານທາງແລ້ວ 08 ຈຸດ. ການກໍ່ສ້າງສ້ອມແປງເສັ້ນ ທາງດັ່ງກ່າວນີ້, ແມ່ນບໍລິ ສັດຄູນໄຊພັດທະນາເປັນ ຜູ້ຮັບເໝົາກໍ່ສ້າງ. 

ນອກຈາກ ນີ້ແລ້ວ, ທາງບໍລິສັດຍັງໄດ້ ຊ່ວຍເຫຼືອລ້າໃນການປັບ ລະດັບໜ້າເດີ່ນຕໍ່ໜ້າຫ້ອງ ວ່າການປົກຄອງເມືອງອາດ ສະພອນ ແລະສ້ອມແປງ ເສັ້ນທາງຂ້າງຕະຫຼາດຮຸ່ງ ເຮືອງເທສະບານເມືອງ ອາດສະພອນດ້ວຍມູນຄ່າ 57 ລ້ານກວ່າກີບ.
ທ່ານ ຄຳແພງ ເພັດທຸມ ພອນ ກໍ່ໄດ້ແນະນຳໃຫ້ພາກ ສ່ວນກ່ຽວຂ້ອງ ໂດຍສະ ເພາະແມ່ນຫ້ອງການ ຍທຂ ເມືອງ ຕ້ອງໄດ້ເອົາໃຈໃສ່ລົງ ຕິດຕາມກວດກາຢ່າງເປັນ ປົກກະຕິ ເພື່ອໃຫ້ຮັບປະກັນ ທາງດ້ານຄຸນະພາບຂອງ ເສັ້ນທາງ ແລະສຳເລັດຕາມ ຂັ້ນຕອນການຈັດຕັ້ງປະຕິ ບັດ ເພື່ອໃຫ້ພໍ່ແມ່ປະຊາຊົນ ຊາວເມືອງອາດສະພອນ ໄດ້ຊົມໃຊ້ເສັ້ນທາງທຽວໄປມາຄ້າຂາຍສະດວກສະບາຍຍິ່ງຂຶ້ນ./.

Post Bottom Ad