ຊາວໜຸ່ມຕະລຸມບອນກະຊວງພະລັງງານ ແລະບໍ່ແຮ່ ທາສີໂຮງຮຽນ ພ້ອມທັງມອບອຸປະກອນໃຫ້ 2 ໂຮງຮຽນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊາວໜຸ່ມຕະລຸມບອນກະຊວງພະລັງງານ ແລະບໍ່ແຮ່ ທາສີໂຮງຮຽນ ພ້ອມທັງມອບອຸປະກອນໃຫ້ 2 ໂຮງຮຽນ






ໃນວັນທີ 14 ມັງກອນປີ 2020 ນີ້ທ່ານ ສີມອນ ພີຈິດ ຄະນະພັກກະຊວງພະລັງງານ ແລະບໍ່ແຮ່ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຊາວໜຸ່ມກະຊວງພະລັງງານ ແລະບໍ່ແຮ່, ທັງແມ່ຫົວໜ້າຄົ້ນຄ້ວາພະລັງງານ ແລະບໍ່ແຮ່, ຮ່ວມກັບຊາວໜຸ່ມແຂວງ, ຊາວໜຸ່ມພະແນກພະລັງງານ-ບໍ່ແຮ່ ແລະຊາວໜຸ່ມເມືອງສາລະວັນໄດ້ນຳເອົາເຄື່ອງໄປມອບໃຫ້ສອງໂຮງຮຽນຄື: ໂຮງຮຽນປະຖົມສົມບູນບ້ານໜອງໃສ່ ແລະໂຮງຮຽນບ້ານບຶງຂາມ ເມືອງສາລະວັນແຂວງສາລະວັນ

ເຄື່ອງທີ່ນຳໄປມອບໃນຄັ້ງນີ້ມີຄື: ສີ 24 ຖັງ, ບ້ານເຕະ 15 ໜ່ວຍ, ຕາໜາງມີ 3 ຄູ່, ບານສົ່ງ 15 ໜ່ວຍ, ຕາໜ່າງມີ 9 ດາງ, ກະຕໍ້ຫວາຍ 15 ໜ່ວຍ, ຕາໜ່າງມີ 9 ດາງ, ປື້ມຂຽນ 600 ຕັບ, ປິກ 600 ກັບ, ສໍ 600 ກັບ, ລວມເປັນມູນຄ່າທັງໝົດ 42 ລ້ານກວ່າກີບ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ຈາກການລະດົມນຳອ້າຍນ້ອງຊາວໜຸ່ມພາຍໃນກະຊວງ, ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເພື່ອມາຊ່ວຍເຫຼືອໂຮງຮຽນທີ່ໃນຮັບຜົນກະທົບຈາກໄຟນໍ້າຖວມໃນຕົ້ນເດຶອນ 9 ປີ 2019 ທີ່ຜ່ານມາໃຫ້ຄ່ອຍກັບຄືນສູ້ສະພາບປົກກະຕີ, ພ້ອມນັ້ນຄະນະທີມງານຊາວໜຸ່ມທີ່ລົງໄປສ້າງຂະ ບວນການໃນ 2 ໂຮງຮຽນຄັ້ງນີ້ກໍ່ໄດ້ຮ່ວມກັນທາສີໂຮງຮຽນໂດຍສົມທົບກັບອຳນາດການປົກຄອງບ້ານ, ຄູອານ ແລະນ້ອງນັກຮຽນໃນໂຮງຮຽນດັ່ງ ກ່າວ

ເຊິ່ງທົ່ວແຂວງນີ້ແມ່ນມີໂຮງຮຽນທັງໝົດ 190 ກວ່າແຫ່ງລວມທັງອະນຸບານ, ປະຖົມ, ມັດທະຍົມຕົ້ນ ແລະມັດທະຍົມປາຍ, ໃນນັ້ນຖືກຜົນກະທົບໄຟພິບັດນໍ້າຖວ້ມໃນຕົ້ນເດຶອນ ກັນຍາ ປີ 2019 ມີທັງໝົດ 90 ແຫ່ງ ແລະ ຖວ້ມໜັກກວ່າໜູ່ມີ 20 ແຫ່ງແຫ່ງລວມທັງອະນຸບານ, ປະຖົມ, ມັດທະຍົມຕົ້ນ ແລະມັດທະຍົມປາຍ
ພາບ-ຂ່າວ: ສິດຕາ ເພັດວົງສາ

Post Bottom Ad