ຊົມເຊີຍເຈົ້າໜ້າທີ່ ໃນການເອົາໃຈໃສ່ແກ້ໄຂຄະດີ ຈົນສາມາດນຳເອົາຊັບສິນມອບຄືນເຈົ້າຂອງເດີມໄດ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊົມເຊີຍເຈົ້າໜ້າທີ່ ໃນການເອົາໃຈໃສ່ແກ້ໄຂຄະດີ ຈົນສາມາດນຳເອົາຊັບສິນມອບຄືນເຈົ້າຂອງເດີມໄດ້


ຄະດີ 179 ເລື່ອງ ທີ່ເກີດຂຶ້ນໃນແຂວງຫຼວງນ້ຳທາ ໃນ 1 ປີຜ່ານມາ ສ້າງຄວາມເສຍຫາຍ 710 ກວ່າລ້ານກີບ
1 ປີຜ່ານມາ, ສະພາບປະກົດການຫຍໍ້ທໍ້ພາຍໃນແຂວງຫຼວງນໍ້າທາ ຍັງສືບຕໍ່ເກີດຂຶ້ນ ຄະດີ ພົ້ນເດັ່ນແມ່ນລັກຊັບພົນລະເມືອງ ແລະ ຄ້າຂາຍຢາເສບຕິດ ເຊັ່ນ: ລວມຄະດີເກີດຂຶ້ນ 179 ເລື່ອງ, ສາມາດມ້າງໄດ້ 143 ເລື່ອງ, ກັກຜູ້ຖືກຫາໄດ້ 201 ຄົນ ສ້າງຄວາມເສຍຫາຍຫຼາຍ 700 ກວ່າລ້ານກີບ.

ບາງ ຄະດີ ທີ່ເກີດຂຶ້ນຢູ່ແຂວງຫຼວງນ້ຳທາ ເຊິ່ງເຈົ້າໜ້າທີ່ສາມ້າງໄດ້ ແລະ ໄດ້ມອບຊັບຄືນເຈົ້າຂອງ

ຮອ ສົມໝາຍ ສີພົມພັກດີ ຮອງຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ທົ່ວແຂວງມີຄະດີເກີດຂຶ້ນທັງໝົດ 179 ເລື່ອງ ສາມາດມ້າງໄດ້ 143 ເລື່ອງ, ກັກຜູ້ຖືກຫາໄດ້ 201 ຄົນ. ໃນນັ້ນ, ມີຄະດີລັກຊັບພົນລະເມືອງ 59 ເລື່ອງ; ທຳຮ້າຍຮ່າງກາຍ 39 ເລື່ອງ; ຊື້ຊັບຜິດກົດໝາຍ 1 ເລື່ອງ; ຄາດຕະກຳ 3 ເລື່ອງ; ອາລະວາດ 17 ເລື່ອງ; ຫຼົງຍິງກັນ 6 ເລື່ອງ; ໝິ່ນປະໝາດເຈົ້າໜ້າທີ່ 1 ເລື່ອງ; ເຮັດໃຫ້ຄົນອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ 9 ເລື່ອງ ແລະ ເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບດ້ວຍ

ຄວາມບໍ່ລະມັດລະວັງ 4 ເລື່ອງ. ຄວາມເສຍຫາຍມີ: ລົດຈັກ 47 ຄັນ, ໂທລະສັບມືຖື ແລະ ຕັ້ງໂຕະ 9 ເຄື່ອງ; ເງິນ 33.130.000 ກີບ, 190 ຢວນ, 40.000 ບາດ, ງົວ 1 ໂຕ, ຄວາຍ 2 ໂຕ, ຄອມພິວເຕີ ໂນດບຸກ 1 ເຄື່ອງ, ຕິບເຂົ້າເງິນ 1 ອັນ, ປອກຄໍເງິນ 1 ອັນ, ສາຍຄໍຄຳ 3 ເສັ້ນ ໜັກ 4 ບາດເຄິ່ງ, ສາຍແຂນຄຳ 1 ເສັ້ນ ໜັກ 2 ບາດ, ກະເປົາເງິນ 1 ອັນ, ລົດໃຫ່ຍ 1 ຄັນ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ ລວມມູນຄ່າເສຍຫາຍທັງໝົດ 711. 895.000 ກີບ.





ນອກນີ້, ຍັງໄດ້ເກັບກູ້ຊັບສິນມອບຄືນເຈົ້າຂອງເດີມ ມີ: ລົດຈັກ 22 ຄັນ, ງົວ 1 ໂຕ, ໂທລະສັບມືຖື 4 ໜ່ວຍ, ໂນ໊ດບຸກ 1 ເຄື່ອງ, ເງິນໝັນ 4 ໝັນ, ຕິບເຂົ້າເງິນ 1 ອັນ, ປອກຄໍເງິນ 1 ອັນ, ສາຍແອວ ເງິນ 1 ອັນ, ເງິນ 1.050.000 ກີບ, 2.200 ບາດ, ເຂົ້າເປືອກ 5 ເປົາ. ສ່ວນ ຄະດີແມ່ນໄດ້ແກ້ໄຂຂັ້ນເຈົ້າໜ້າທີ່ 76 ເລື່ອງ, ຜູ້ຖືກຫາ 98 ຄົນ ຍິງ 3 ຄົນ, ຄົນຕ່າງປະເທດ 1 ຄົນ; ສົ່ງໄອຍະການ 40 ເລື່ອງ, ມີຜູ້ຖືກຫາ 57 ຄົນ.

Post Bottom Ad