ພິທີມອບ-ຮັບ ຕຶກສົງ ຂອງໂຮງໝໍເມືອງໄຊພູທອງ ສໍາເລັດການກໍ່ສ້າງດ້ວຍມູນຄ່າ 810 ລ້ານກວ່າກີບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພິທີມອບ-ຮັບ ຕຶກສົງ ຂອງໂຮງໝໍເມືອງໄຊພູທອງ ສໍາເລັດການກໍ່ສ້າງດ້ວຍມູນຄ່າ 810 ລ້ານກວ່າກີບ





ໂຄງການກໍ່ສ້າງຕຶກສົງ ຂອງໂຮງໝໍເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ດໍາ ເນີນການກໍ່ສ້າງມາແຕ່ວັນທີ 1 ທັນວາ 2018 ຫາວັນທີ 15/8/2019 ເຊິ່ງໃຊ້ເວລາໃນ ການກໍ່ສ້າງ 9 ເດືອນ ໂດຍແມ່ນ ທ່ານ ມານະ ອໍາພາວັນ ເປັນຜູ້ຮັບເໝົາກໍ່ສ້າງດ້ວຍມູນຄ່າທັງໝົດ 810 ລ້ານກວ່າກີບ.
ພິທີມອບ-ຮັບອາຄານຕຶກ ສົງຂອງໂຮງໝໍເມືອງໄຊພູ ທອງ, ໄດ້ຈັດຂຶ້ນຫວ່າງບໍ່ດົນ ມານີ້, ໃຫ້ກຽດເຂົ້າຮ່ວມມີຍາ ທ່ານມະຫາສົມບູນ ສິຣິປັນໂຍ ເຈົ້າ ຄະນະ ອພສ ແຂວງ, ຍາ ທ່ານ ທອງດໍາ ຈັນທະວົງ ເຈົ້າ ຄະນະ ອພສ ເມືອງ, ມີ ທ່ານ ຄໍາວິໃສ ຜຸຍຍະວົງ ກໍາ ມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງໄຊພູທອງ, ຄະ ນະປະຈໍາພັກເມືອງ, ກໍາມະ ການພັກເມືອງ, ອໍານາດການ ປົກຄອງ, ພະນັກງານອ້ອມ ຂ້າງເມືອງເຂົ້າຮ່ວມ. ໂຄງ ການກໍ່ສ້າງຕຶກສົງໂຮງໝໍເມືອງ ໄຊພູທອງ ເປັນອາຄານຊັ້ນ ດຽວ, ໂຄງສ້າງເປັນເບຕົງເສີມ ເຫຼັກ, ກໍ່ດ້ວຍດິນຈີ່, ໂຄງ ເຫຼັກມຸງດ້ວຍສັງກະສີ, ພື້ນປູດ້ວຍກະໂລ, ອາຄານຫຼັງ ນີ້ມີຂະໝາດ 20x10m, ມີ 4 ຫ້ອງນອນ, ມີ 1 ຫ້ອງແພດ ແລະມີຫ້ອງນໍ້າຕິດກັບຈໍານວນ 5 ຫ້ອງ. ສ່ວນງົບປະມານໃນການກໍ່ສ້າງແມ່ນໄດ້ຈາກກອງ ທຶນພັດທະນາສົງພາຍໃນ ເມືອງ ຈໍານວນ 631 ລ້ານກວ່າກີບ, ທຶນລະດົມຈາກວັດຕ່າງໆພາຍ ໃນເມືອງຈໍານວນ 69 ລ້ານກີບ ລວມທຶນທັງໝົດ 700 ລ້ານ ກວ່າກີບ ເຊິ່ງລວມມູນຄ່າ ກໍ່ສ້າງຕຶກສົງທັງໝົດ 810 ລ້ານກວ່າກີບ, ພ້ອມນັ້ນຍັງ ໄດ້ມອບ-ຮັບໃບກຽດຕິຄຸນເຈົ້າ ຄະນະ ອພສ ເມືອງຈໍານວນ 35 ໃບຕື່ມອີກ./.
ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News

Post Bottom Ad