ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບມັດທະຍົມ ແລະ ລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 8 ຈຸດປະກາຍຄວາມຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບມັດທະຍົມ ແລະ ລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 8 ຈຸດປະກາຍຄວາມຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ




ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບມັດທະຍົມ ແລະ ລະດັບປະລິນຍາຕີ

ໃນໂຄງການ “SCG Sharing the Dream” ປີທີ 8

ຈຸດປະກາຍຄວາມຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ



ວັນທີ 17 ທັນວາ 2019, ນະຄອນຫຼວງວຽງຈັນ ເອັດສຊີຈີ ຮ່ວມກັບ ກະຊວງສຶກສາທິການແລະກິລາ ແລະ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ ສານຕໍ່ໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 8 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ມຸ້ງສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ເຍົາວະຊົນທີ່ເປັນຄົນເກັ່ງແລະດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ແລະເປັນອະນາຄົດຂອງຊາດຕໍ່ໄປ

ທ່ານ ປອ ດາລາວອນ ກິດຕິພັນ ຮັກສາການຫົວໜ້າຫ້ອງການກະຊວງສຶກສາທິການແລະກິລາ ກ່າວວ່າ: “ຂ້າພະເຈົ້າຂໍຂອບໃຈທາງ ເອັດສຊີຈີ ທີ່ສະໜັບສະໜຸນໃຫ້ມີໂຄງການດີໆແບບນີ້ ເຊິ່ງເປັນປີທີ 8 ທີ່ສະໜັບສະໜຸນນັກຮຽນໃນ ສປປ ລາວ ແລະ ຂໍຂອບໃຈຜູ້ອໍານວຍການໂຮງຮຽນ, ຄູ, ອາຈານ ທີ່ໃສ່ໃຈປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນໄປເລື້ອຍໆ ເພື່ອບັນລຸຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ໃຫ້ມີການພັດທະນາທີ່ມີຄຸນນະພາບດີຂຶ້ນຕາມນະໂຍບາຍຂອງກະຊວງສຶກສາທິການແລະກິລາ ຕະຫຼອດເຖິງນ້ອງນັກຮຽນ ໃຫ້ຕັ້ງໃຈຮຽນ ແລະ ເຮັດຄວາມດີຕະຫຼອດໄປ”

ທ່ານ ວິໂຣດ ຣັດຕະນະໄຊສິດ Head of Distribution and Retail Business, ບໍລິສັດ ເອັດສຊີຈີ ຊີມັງ - ຜະລິດຕະພັນກໍ່ສ້າງ ຈໍາກັດກ່າວວ່າ: “ເອັດສຊີຈີເຊື່ອວ່າປະເທດຊາດຈະເຂັ້ມແຂງໄດ້ກໍ່ຕ້ອງເລີ່ມຈາກ ‘ຄົນ’ ທີ່ມີຄຸນນະພາບເຊິ່ງບໍ່ໄດ້ໝາຍເຖິງແຕ່ຄົນເກັ່ງ ຫຼື ຄົນທີ່ມີຄວາມສາມາດຢ່າງດຽວເທົ່ານັ້ນ ແຕ່ຕ້ອງເປັນຄົນດີ ກະຕັນຍູຕໍ່ຄອບຄົວ ຕໍ່ຊຸມຊົນ ຕໍ່ສັງຄົມ ແລະ ຕົນເອງ ນອກຈາກນັ້ນ ເອັດສຊີຈີ ເຫັນຄວາມສຳຄັນຂອງຄວາມໄຝ່ຝັນແລະຄວາມມຸ້ງຫມັ້ນ ຢາກເຊີນຊວນໃຫ້ນ້ອງໆທຸກຄົນ ຮ່ວມຈຸດປະກາຍຄວາມໄຝ່ຝັນແລະຄວາມມຸ້ງຫມັ້ນສູ່ຄວາມສຳເລັດໃນອະນາຄົດ ແລະ ສະແດງໃຫ້ເຫັນວ່າຄວາມໃຝ່ຝັນຄືພະລັງສຳຄັນທີ່ເປັນຈຸດເລີ່ມຕົ້ນໄປສູ່ການພັດທະນາສັງຄົມ ແລະ ປະເທດຊາດໃຫ້ກ້າວຕໍ່ໄປໃນອະນາຄົດ”

ເອັດສຊີຈີ ມຸ້ງພັກດັນໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໂຄງການໄດ້ມອບທຶນການສຶກສາໃຫ້ນັກຮຽນປີລະຫຼາຍກວ່າ 6,000 ຄົນ ທົ່ວພູມມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີເຂົ້າໄປດຳເນີນທຸລະກິດ, ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈ ຢ່າງຕໍ່ເນື່ອງຕະຫລອດ 8 ປີ ແລະ ໃນປີນີ້ມອບທຶນການສຶກສາລະດັບມັດທະຍົມຕອນປາຍລວມ 300 ທຶນ ສຳລັບນະຄອນຫຼວງວຽງຈັນຈຳນວນ 160 ທຶນ ແລະ ສຳລັບແຂວງ ຄຳມ່ວນຈຳນວນ 140 ທຶນ ແລະ ທຶນການສຶກສາລະດັບປະລິນຍາຕີເພີ່ມຈໍານວນ 10 ທຶນ ຫຼັງຈາກທີ່ໄດ້ມອບທຶນລະດັບປະລິນຍາຕີໄປໃນປີທີ່ແລ້ວເປັນປີທໍາອິດຈໍານວນ 10 ທຶນ ເຊິ່ງທຶນດັ່ງກ່າວຈະມຸ້ງເນັ້ນສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ ເຊິ່ງເອັດສຊີຈີຈະສະໜັບສະໜຸນຈົນຈົບການສຶກສາ ໂດຍນອກຈາກການສະໜັບສະໜຸນດ້ານການເງິນແລ້ວ ຍັງມີກິດຈະກໍາເພື່ອພັດທະນາສັກກະຍາພາບແລະເສີມສ້າງຄຸນນະທໍາ ຕະຫຼອດໂຄງການອີກດ້ວຍ

ທ້າວ ພູລິດ ແສນກາງ ນັກສຶກສາທຶນ SCG ທີ່ໄດ້ຮັບທຶນລະດັບມັດທະຍົມສຶກສາຈົນເຖິງລະດັບປະລິນຍາຕີ ປັດຈຸບັນສຶກສາຢູ່ ຄະນະວິສະວະກຳສາດ ສາຂາ ວິສະວະກຳບໍ່ແຮ່ ພູລິດ ກ່າວວ່າ: ຢາກຮຽນຕໍ່ວິສະວະລະດັບປະລິນຍາໂທເພາະເປັນສາຍການຮຽນທີ່ຕ້ອງໃຊ້ຄວາມສາມາດພິເສດສະເພາະດ້ານ ວິສະວະມີຫຼາຍສາຂາ ແຕ່ລະທຸກສາຂາຕ້ອງຄຳນຶງເຫັນຄວາມສຳຄັນ ແລະ ຜົນກະທົບທີ່ຈະເກີດຂື້ນຕໍ່ສິ່ງແວດລ້ອມດ້ວຍ ເປັນອາຊີບທີ່ສຳຄັນໃນດ້ານການພັດທະນາອຸດສະຫະກຳ ເຕັກໂນໂລຊີຂອງປະເທດແບບບໍ່ສີ້ນສຸດທັງໃນດ້ານເສດຖະກິດ ແລະ ສັງຄົມເພື່ອຜົນປະໂຫຍດສ່ວນລວມຂອງປະເທດຊາດ

ນາງ ກີຕ້າ ແກ່ນພົມມາ ນັກສຶກສາທຶນ SCG ທີ່ໄດ້ຮັບທຶນລະດັບມັດທະຍົມສຶກສາຈົນເຖິງລະດັບປະລິນຍາຕີ ປັດຈຸບັນສຶກສາຢູ່ຄະນະວິທະຍາສາດສັງຄົມ ສາຂາສັງຄົມສົງເຄາະ ກີຕ້າກ່າວວ່າ ຢາກເປັນນັກສັງຄົມສົງເຄາະຢາກສ້າງມູນລະນິທິເພື່ອການສຶກສາ ແລະ ເພື່ອເປັນການເຊື່ອມຕໍ່ໃນການແລກປ່ຽນຮ່ວມທຶນຈາກຕ່າງປະເທດເຂົ້າມາຊ່ວຍພັດທະນາປະເທດຂອງຕົນ ນັກສັງຄົມສົງເຄາະມີຄວາມສຳຄັນຕໍ່ປະເທດໃນຫຼາຍດ້ານບໍ່ວ່າຈະເປັນທາງດ້ານການສຶກສາ ຈິດຕະວິທະຍາ ການແພດ ການເມືອງ ຊ່ວຍປັບປຸງຄຸນນະພາບຊິວິດ ແລະ ການເປັນຢູ່ຂອງບຸກຄະລະກອນຫຼືຊຸມຊົນໃຫ້ດີຂື້ນ ເນັ້ນການພັດທະນາສັງຄົມດ້ານການສຶກສາເຊື່ອມໂຍງການພັດທະນາລະຫວ່າງປະເທດສັງຄົມໃຫ້ເກີດມີຜົນດີໄດ້ໃນອະນາຄົດ

ໂຄງການ SCG Sharing the Dream ໄດ້ຮັບຄວາມຮ່ວມມືເປັນຢ່າງດີຈາກ ກະຊວງສຶກສາທິການແລະກິລາ ແລະ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ ຮັບສະໝັກນັກຮຽນມັດທະຍົມສຶກສາຊັ້ນມໍ 5-7 ຈາກໂຮງຮຽນລັດຖະບານທົ່ວນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນ ເພື່ອຄັດສັນເຍົາວະຊົນຄົນດີ, ມີຄວາມກະຕັນຍູ ແລະ ມຸ້ງໝັ້ນສ້າງຝັນດ້ານການສຶກສາ ໂດຍມີຄະນະກຳມະການຄັດເລືອກ ເຊິ່ງປະກອບໄປດ້ວຍ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ພະແນກສຶກສາທິການແລະກິລາ ແຂວງຄຳມ່ວນ, ສູນພັດທະນາການສຶກສາສຳລັບເດັກນ້ອຍ ແລະ ພະນັກງານເອັດສຊີຈີ.

ເອັດສຊີຈີ ເຊື່ອໝັ້ນວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆເຍົາວະຊົນທຸກຄົນທີ່ມີຄວາມມຸ້ງໝັ້ນຕັ້ງໃຈໃນການສຶກສາຮ່ຳຮຽນ ສາມາດພັດທະນາຕົນເອງ ໃຫ້ເປັນບຸກຄະລາກອນທີ່ມີຄຸນຄ່າ ແລະປະໂຫຍດໃຫ້ແກ່ຕົນເອງ ແລະ ສັງຄົມ ປະເທດຊາດຕໍ່ໄປ

ກ່ຽວ​ກັບ SCG

ເອັດສຊີຈີ ກຸ່ມບໍລິສັດຊັ້ນນໍາໃນຂອບເຂດອາຊຽນປັດຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່ທຸລະກິດຊີມັງ-ຜະລິດຕະພັນກໍ່ສ້າງ, ທຸລະກິດເຄມີໂຄ ແລະທຸລະກິດແພັກເກັດຈິ້ງ ຕະຫຼອດໄລຍະຫຼາຍກວ່າ 106 ປີ ເອັດສຊີຈີດໍາເນີນທຸລະກິດຕາມແນວທາງການພັດທະນາແບບຍືນຍົງພາຍໃຕ້ຫຼັກການທີ່ດີມຸ້ງສູ່ຄວາມເປັນຜູ້ນໍາໃນອາຊຽນແລະກຽມພ້ອມສໍາລັບການແຂ່ງຂັນລະດັບໂລກ ພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ຜ່ານການສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ນອກຈາກນັ້ນ ຍັງມຸ້ງສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າມາດຳເນີນທຸລະກິດ

ເອັດສຊີຈີ ເລີ່ມດໍາເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ 2003 ດໍາເນີນທຸລະກິດພາຍໃຕ້ 4 ບໍລິສັດຄື: Khammouane Cement Limited (KCL), SCG International Laos Co., Ltd., CPAC Lao ແລະ SCG Logistics (Lao) ເພື່ອຜະລິດແລະຈັດຈໍາໜ່າຍຊີມັງ ສິນຄ້າວັດສະດຸກໍ່ສ້າງແລະເຄື່ອງຕົບແຕ່ງເຮືອນຄົບວົງຈອນສໍາລັບທຸກຄວາມຕ້ອງການຂອງຜູ້ບໍລິໂພກພາຍໃຕ້ຍີ່ຫໍ້ SCG ແລະ Cotto ເຊັ່ນ: ສິນຄ້າກຸ່ມຫຼັງຄາ ຝ້າ ຝາຜະໜັງແລະເພດານ ກະໂລ້ເຊຣາມິກ ສະນວນກັນຄວາມຮ້ອນ ສຸຂະພັນ ກ໊ອກນ້ໍາ ແລະຄອນກຣີດຜະສົມແລ້ວ





Post Bottom Ad