ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫ່ມ 2020 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫ່ມ 2020


ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫ່ມ 2020
~ ຂື້ນທີ່ສູນນິສສັນສາຂາສວນມອນແລະສາຂາດອນແດງ ~

ເມື່ອວັນທີ່ 21 ແລະ 22 ເດືອນທັນວາ ປີ 2019 ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີຣ໌ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ເຊີ່ງເປັນຕົວແທນຜູ້ຈັດຈຳໜ່າຍລົດຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີຣ໌ໂຫດດີງສ໌ Tan Chong Motor Holdings Bhd (ປະເທດມາເລເຊຍ) ແລະ ເປັນຜູ້ໃຫ້ບໍລິການຫຼັງການຂາຍໃນປະເທດລາວ, ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ແລະ ຕອ້ນຮັບປີໃຫມ່ 2020 ຂື້ນທີ່ສູນນິສສັນ
ສາຂາ ສວນມອນ ບ້ານຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ແລະ ສູນນິສສັນສາຂາດອນແດງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ.




ເພື່ອໃຫ້ລູກຄ້າແລະບຸກຄົນທົ່ວໄປໄດ້ພາລູກຫລານມາຮວ່ມມວ່ນຊື່ນໃນກິດຈະກຳຄັ້ງນີ້ ພາຍໃນງານໄດ້ມີທັງອາຫານ ແລະ ເຄື່ອງດື່ມຟຮີໄວ້ໃຫ້ບໍໍລິການສຳລັບເດັກນອ້ຍກໍ່ມີການແຂ່ງຂັນຫລີ້ນເກມເພື່ອຄວາມມວ່ນຊື່ນ,ເຮັດໃຫ້ເດັກນອ້ຍມີຄວາມສາມາຄີແລະຍັງໄດ້ຂອງລາງວັນຕິດໄມ້ຕິດມື້ກັບບ້ານນຳອີກ



 ນອກນັ້ນຍັງມີການສະແດງມາຍາກົນ,ມີກາຕູນມາດສຄອດໄວໃຫ້ນອ້ງໆຖ່າຍຮູບ ແລະ ສວນສະນຸກໄວ້ໃຫ້ນອ້ງໆໄດ້ຫລີ້ນກັນຍ່າງເຕັມທີ່ ງານຂອງພວກເຮົາແມ່ນໄດ້ເລີ່ມແຕ່ເວລາ 9:30 ຕອນເຊົ້າ ຈົນເຖີງ ເວລາ 12:30 ໃນຕອນທຽ່ງ



ນອກຈາກນອ້ງໆໄດ້ມວ່ນຊື່ນກັນແລວ້ສຳລັບຜູ້ໃຫ່ຍເຮົາຍັງມີບໍລິການເຊັກສະພາບລົດໃຫ້ຟຮີແລະລ້າງລົດໃຫ້ຟຮີສຳລັບລົດທຸກລຸ້ນບໍ່ສະເພາະແຕ່ນິສສັນເທົ່ານັ້ນ ແລະ ຍັງມີທີ່ປືກສາດ້ານການຂາຍໃຫ້ຂໍ້ມູນກ່ຽວກັບລົດນິສສັນອີກດວ້ຍ.



ສຸດທ້າຍນີ້ຂໍຂອບໃຈທຸກໆທ່ານທີ່ເສຍສະຫລະເວລາອັນມີຄ່າຂອງທ່ານພາລູກຫລານມາຮວ່ມກິດຈະກຳເຮັດໃຫ້ກິດຈະກຳໃນຄັ້ງນີ້ມວ່ນຊື່ນເຕັມໄປດວ້ຍຮອ້ຍຍີ້ມແລະສຽງຫົວແລະຂໍຂອບໃຈລູກຄ້າທີ່ໄວວາງໃຈໃນລົດນິສສັນເຮົາພວກເຮົານິສສັນຈະພັດທະນາແລະສ້າງສີງທີ່ດີທີ່ສຸດໃຫ້ກັບລູກຄ້າຕະຫລອດໄປ.


ໂອກາດໜ້າຍ່າລືມມາພໍ້ກັນອີກເດີ້ສຳລັບທ່ານໃດທີຍັງບໍ່ເຄີຍເຂົ້າຮວ່ມງານຂອງພວກເຮົາແບບນີ້ສາມາດຕິດຕາມເຟດບຸກຂອງພວກເຮົາໄດ້ທີ່ FB : Nissan Laos ເພື່ອຮັບຂ່າວສານຈາກ ນິສສັນ



ສຳລັບລູກຄ້າທ່ານໃດທີ່ສົນໃຈລົດນິສສັນສາມາດເຂົ້າມາຢ້ຽມຊົມຫ້ອງວາງສະແດງລົດຍົນນິສສັນ Nissan Showrooms ທີ່ໃກ້ບ້ານທ່ານບໍ່ວ່າຈະເປັນ:

- ສາຂາ (ສວນມອນ)ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫລວງ ວຽງຈັນ
- ສາຂາ  ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ
- ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ
- ສາຂາ ຫລວງພະບາງ ບ້ານ ດອນເກົ່າ ເມືອງຫລວງພະບາງ
- ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ

ຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos

















Post Bottom Ad