ນອກຈາກໃບຂີ້ເຫລັກແລ້ວ ຍັງມີສະໝຸນໄພຕ່າງໆທີ່ສາມາດຊ່ວຍຫຼຸດ ຄວາມດັນເລືອດໄດ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນອກຈາກໃບຂີ້ເຫລັກແລ້ວ ຍັງມີສະໝຸນໄພຕ່າງໆທີ່ສາມາດຊ່ວຍຫຼຸດ ຄວາມດັນເລືອດໄດ້




ສະໝຸນໄພຊ່ວຍຫຼຸດ ຄວາມດັນເລືອດ

ບັນດາ​ທ່ານ​ເຄີຍ​ນຳ​ໃຊ້ສະໝຸນໄພພື້ນບ້ານ​ເຂົ້າໃນການປຸງແຕ່ງອາຫານ ຫຼື ຮັບປະທານ ເຊິ່ງກໍ່ສາມາດຊ່ວຍຫຼຸດຄວາມດັນເລືອດໄດ້ເຊັ່ນກັນເປັນຕົ້ນແມ່ນ:

ກະທຽມ: ​ເອົາກະທຽມສົດມາ​ຊອຍ​ໃຫ້​ໄດ້ປະມານເຄິ່ງບ່ວງຊາກິນພ້ອມອາຫານມື້ລະ 2–3 ຄັ້ງ ຫຼື ຈະໃຊ້ວິທີຫຍໍ້າແບບສົດໆກໍໄດ້ແຕ່ຢ່າກິນຕອນທ້ອງວ່າງເພາະລິດຮ້ອນຂອງກະທຽມຈະເຮັດໃຫ້ແສບກະເພາະ.

ຜັກຕັ່ງສາຍ: ເລືອກ​ເອົາຜັກຕັ້ງສາຍ ຕົ້ນສົດມາຕໍາແລ້ວຄັ້ນເອົາແຕ່ນໍ້າເພື່ອດື່ມ ຫຼື ໃຊ້ຕົ້ນສົດ 1– 2 ກຳມືຕົ້ມດື່ມຄັ້ງລະ 1–2 ບ່ວງແກງກ່ອນອາຫານ ຫຼື ຈະກິນເປັນຜັກສົດປະສົມໃນອາຫານກໍໄດ້.

ກາຝາກໝາກມ່ວງ: ​ເອົາກາຝາກຂອງຕົ້ນໝາກມ່ວງ ມາຕາກແຫ້ງຕົ້ມດື່ມຕາງນໍ້າຊາ ຫຼື ຕາກ ແຫ້ງຂົ້ວແລ້ວຊົງດື່ມ.

ກະຈຽບແດງ: ​ເອົາກີບລ້ຽງແຫ້ງ ຫຼື ໝາກທີ່ຕາກແຫ້ງນຳ​ມາຕົ້ມ ຫຼື ຊົງນໍ້າຮ້ອນດື່ມຕາງນໍ້າ​ເພາະກະຈຽບຊ່ວຍຫຼຸດຄວາມດັນເລືອດ, ຫຼຸດໄຂມັນ, ແກ້ໜິ້ວ ແລະ ຫຼຸດໄຂ້.

ຜັກໜອກ: ໃນຕໍາລາພື້ນບ້ານແມ່ນໃຊ້ໄດ້ທັງເປັນຢາບຳລຸງຫົວໃຈ, ແກ້ອ່ອນເພຍ, ຂັບນໍ້າຍ່ຽວ, ແກ້ຮ້ອນໃນ ແລະ ໃຊ້ຫຼຸດຄວາມດັນເລືອດສູງ ໂດຍ ໃຊ້ຕົ້ນສົດ 1 ຫຼື 2 ກໍາມືຕົ້ມກັບນໍ້າແລ້ວນໍາມາດື່ມ ນອກຈາກນີ້ ຍັງມີສະໝຸນໄພອື່ນໆທີ່ໃຊ້ປຸງອາຫານ ເປັນປະຈຳ ແລະ ມີສັບພະຄຸນຊ່ວຍຫຼຸດຄວາມດັນໄດ້ເຊັ່ນກັນເປັນຕົ້ນແມ່ນ: ຂີງ, ໃບຂີ້ເຫຼັກ, ຜັກຊີ, ຜັກຫອມປ້ອມ, ໝາກຂາມ, ຜັກອີ່ຕູ່ ເປັນຕົ້ນ.

Post Bottom Ad