ຫມາກເຟືອງ ບໍ່ພຽງເອົາໄວ້ກິນແກ້ກະຫາຍນໍ້າ ຫລື ເປັນຫມາກໄມ້ໄວ້ກິນຫລິ້ນເທົ່ານັ້ນ ແຕ່ສັບພະຄຸນຍັງມີອີກຫລາກຫລາຍຢ່າງເລີຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫມາກເຟືອງ ບໍ່ພຽງເອົາໄວ້ກິນແກ້ກະຫາຍນໍ້າ ຫລື ເປັນຫມາກໄມ້ໄວ້ກິນຫລິ້ນເທົ່ານັ້ນ ແຕ່ສັບພະຄຸນຍັງມີອີກຫລາກຫລາຍຢ່າງເລີຍ




   


ການໃຊ້ປະໂຫຍດໃນທ້ອງຖິ່ນຂອງໝາກເຟືອງ

 ຄຸນຄ່າທາງອາຫານ

ເປັນວິຕາມິນ A , ວິຕາມິນ B1 , ວີຕາມິນ B2 ໃນອະຊິນ, ໂປຼຕິນ, ຄາໂບໄຮເດຣດ, ໄຂມັນ, ເສັ້ນໄຍ , ແຄຊຽມ, ທາດເຫຼັກ ແລະ ພະລັງງານ ນອກຈາກນີ້ຍັງນິຍົມເອົາມາກິນກັບລາບ, ກ້ອຍ.

 ຄຸນຄ່າທາງການແພດ

 ວິທີໃຊ້: ປະໂຫຍດໝາກເຟືອງ, ໃບ, ດອກ, ໝາກສົດ, ແກ່ນ ແລະ ຮາກ ເຊິ່ງແຕ່ລະພາກສ່ວນມີຄຸນປະໂຫຍດແຕກຕ່າງກັນ.

 ໃບ: ໃຊ້ແກ້ຫວັດ, ແກ້ປັດສະວະ, ແກ້ປວດເມື່ອຍ. ໃບ ແລະ ຍອດນໍາມາບົດແລ້ວນໍາມາທາໃສ່ຕຸ່ມໝາກສຸກ ໝາກໃສ, ໃຊ້ປົວທ້ອງຂີ້ຮາກ ແລະ ແກ້ເຈັບແຂ້ວ.

 ດອກ: ສາມາດຕົ້ມເປັນຢາແກ້ໄຂ້ໄດ້

ໝາກສົດ: ເອົາມາກິນແກ້ຄໍແຫ້ງ, ອັກເສບບວມ, ແກ້ໄຂ້, ແກ້ພິດວໍ້, ແກ້ເມົາເຫຼົ້າ, ໃຊ້ເປັນຢາລະບາຍແກ້ຮາກ, ຂັບປັດສະວະແກ້ໜິ້ວ, ໃຊ້ສະຜົມ ແລະ ບໍາລຸງເສັ້ນຜົມກໍາຈັດຂີ້ຫົວ.

 ແກ່ນ: ໃຊ້ແກ້ປວດເມື່ອຍເຮັດໃຫ້ເອັນລົບ, ສ່ວນແກ່ນ ແລະ ຮາກຍັງໃຊ້ຕົ້ມກິນແກ້ຖອກທ້ອງ ແລະ ແກ້ເຈັບເສັ້ນເອັນ.

 ຮາກ: ໃຊ້ດັບພິດຮ້ອນແກ້ໄຂ້, ແກ້ປວດຫົວ, ແກ້ປວດແສບກະເພາະອາຫານຈຸກແໜ້ນໜ້າເອິກ. ຮາກໝາເຟືອງທີ່ຕາກແຫ້ງ 5 kg ລົງໃສ່ໃນນໍ້າ 1 ຖ້ວຍກາເຟ ແລ້ວດື່ມກ່ອນອາຫານ ເຊົ້າ ແລະ ແລງ.


Post Bottom Ad