5 ເຫດຜົນທີ່ເຮັດໃຫ້ HUAWEI MATE 30 PRO 5G ກາຍເປັນສະມາດໂຟນຂັ້ນເທບອັນດັບ 1 ຂອງໂລກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5 ເຫດຜົນທີ່ເຮັດໃຫ້ HUAWEI MATE 30 PRO 5G ກາຍເປັນສະມາດໂຟນຂັ້ນເທບອັນດັບ 1 ຂອງໂລກ




HUAWEI Mate 30 Pro 5G ເປັນສະມາດໂຟນເຮືອທົງລຸ້ນລ່າສຸດທີ່ຫາກໍ່ເປີດໂຕ ເຊິ່ງຄວາມເທບຂອງກ້ອງມັນເຮັດໃຫ້ໄດ້ຮັບລາງວັນອັນດັບ 1 ຈາກ DXOMARK ສາຂາສະມາດໂຟນທີ່ມີກ້ອງເທບທີ່ສຸດໃນໂລກດ້ວຍຄະແນນ 123 ຄະແນນ, ແຕ່ກ່ອນໜ້າທີ່ HUAWEI ໄດ້ເປີດໂຕອີກລຸ້ນຄື HUAWEI Mate 30 Pro ກໍໄດ້ອັນດັບສອງດ້ວຍຄະແນນ 121 ຄະແນນໝາຍຄວາມວ່າທັງອັນດັບ 1 ແລະ ອັນດັບ 2 ແມ່ນເປັນຂອງ HUAWEI Mate 30 Pro ທັງສອງລຸ້ນກັນເລີຍ ແລະ ມື້ນີ້ເຮົາກໍຈະມາຍົກ 5 ເຫດຜົນທີ່ເປັນຫຍັງ MATE 30 Pro 5G ນີ້ຈຶ່ງໄດ້ເປັນອັນດັບໜຶ່ງຂອງໂລກມາຕິດຕາມນໍາກັນເລີຍ.

1. Huawei Mate 30 Pro 5G ກັບການອອກແບບຕົວເຄື່ອງໃໝ່ທີ່ທັນສະໄໝ




HUAWEI Mate 30 Pro 5G ໄດ້ຮັບການພັດທະນາອອກແບບໃໝ່ທີ່ແຕກຕ່າງຈາກລຸ້ນອື່ນໆດ້ວຍການອອກແບບຝາຫຼັງແບບໃໝ່, ອອກແບບໂຕກ້ອງຫຼັງແບບໂຄ້ງມົນບໍ່ຊ້ໍາໃຜ ແລະ ໜ້າຈໍແບບໃໝ່ທີ່ໃຫຍ່ຂຶ້ນ.

ການອອກແບບຝາຫຼັງຂອງ Mate 30 Pro 5G ນັ້ນເອີ້ນວ່າ Halo ring design ທີ່ມີກ້ອງ 4 ໂຕວາງຢູ່ໃນວົງກົມສະທ້ອນແສງແປກຕາ ພ້ອມກັບໄຟແຟສແບບຍາວ ໃຫ້ຄຸນລັກສະນະເປັນກ້ອງດິຈິຕອລຫຼາຍຂຶ້ນ, ຝາດ້ານຫຼັງຈະສະອາດຕາຫຼາຍຂຶ້ນ ໂດຍມີໂຕອັກສອນທີ່ໜ້ອຍລົງກວ່າລຸ້ນກ່ອນໜ້ານີ້ເຮັດໃຫ້ເປັນສະມາດໂຟນທີ່ມີການອອກແບບສະດຸດຕາທີ່ສຸດໃນຕອນນີ້

ສ່ວນທາງດ້ານໜ້າຈະເປັນໜ້າຈໍ AMOLED ຂະໜາດ 6.53 ນິ້ວ ຄວາມລະອຽດ Full HD+ ມີການດີໄຊແບບ Horizon Display ຄືຂອງທາງຂ້າງທັງດ້ານຊ້າຍ ແລະ ດ້ານຂວາໂຄ້ງລົງໄປ 88 ອົງສາເຊິ່ງຫົວເຫວີຍໄດ້ອອກແບບການເຮັດວຽກຂອງ Mate 30 Pro 5G ໃຫ້ສອດຄ້ອງກັບໜ້າຈໍໂຄ້ງເລິກແບບນີ້ນໍາກໍຄືຜູ້ໃຊ້ສາມາດແຕະຂ້າງໜ້າຈໍຈະດ້ານຊ້າຍຫຼືດ້ານຂວາກໍໄດ້ 2 ຄັ້ງແລ້ວຮູດຂຶ້ນລົງຈະເປັນການປັບລະດັບສຽງແຮງສຽງຄ່ອຍ ຫຼື ການຫຼິ້ນເກມກໍສາມາດໃຊ້ນິ້ວຊີ້ແຕະດ້ານເທິງຂອງຈໍເພື່ອແທນປຸ່ມຄວບຄຸມໄປຊ້າຍ-ຂວາ L R ຄືກັບເຄື່ອງຫຼິ້ນເກມມືອາຊີບກັນເລີຍ.

ນອກຈາກນີ້ໜ້າຈໍຂອງ Mate 30 Pro 5G ກໍຍັງມີລະບົບສະແກນນິ້ວມືເຊື່ອງຢູ່ ເຊິ່ງພັດທະນາໃຫ້ສະແກນໄດ້ຢ່າງວ່ອງໄວ. ສ່ວນຕິ່ງໜ້າຈໍດ້ານເທິງກໍຈະມີກ້ອງໜ້າຕິດຕັ້ງຢູ່ ແລະ ເຊັນເຊີສະແກນແບບ 3 ມິຕິເຊິ່ງໃຊ້ໄວ້ກວດຈັບຄວາມເລິກຂອງໃບໜ້າ ແລະ ວັດຖຸທີ່ຢູ່ທາງໜ້າກ້ອງໄດ້ເຮັດໃຫ້ການປົດລ໋ອກດ້ວຍໃບໜ້າແບບ 3 ມິຕິເຮັດໄດ້ປອດໄພວ່ອງໄວຂຶ້ນ.

2. ລະບົບກ້ອງແບບໃໝ່ຂອງ Huawei Mate 30 Pro 5G



Huawei Mate 30 Pro 5G ມາພ້ອມກ້ອງຫຼັງ 4 ໂຕເຊິ່ງເອີ້ນຊຸດກ້ອງນີ້ວ່າ SuperSensing Cine Camera ຈາກຊື່ເອີ້ນກໍບອກໄດ້ເລີຍວ່າເນັ້ນການຖ່າຍວິດີໂອໃນຊຸດກ້ອງນີ້ຫຼາຍຂຶ້ນ ໄດ້ເລນທັງ 4 ປະກອບດ້ວຍ:

1. ກ້ອງຫຼັກ SuperSensing Camera ເຊັນເຊີ RYYB ຄວາມລະອຽດ 40 ລ້ານພິກເຊວ, ຄວາມຍາວໂຟກັສທຽບເທົ່າ 27 mm ຮູບຮັບແສງຂະໜາດ f/1.6 ພ້ອມ OIS

2. ກ້ອງມຸມກວ້າງພິເສດ Cine Camera ຄວາມລະອຽດ 40 ລ້ານພິກເຊວ, ຄວາມຍາວໂຟກັສທຽບເທົ່າ 18 mm ຮູບຮັບແສງຂະໜາດ f/1.8

3. ກ້ອງຊູມ 3X ຄວາມລະອຽດ 8 ລ້ານພິກເຊວ, ຄວາມຍາວໂຟກັສທຽບເທົ່າ 80 mm ຮູບຮັບແສງຂະໜາດ f/2.4  ພ້ອມ OIS

4. ເຊັນເຊີ 3D (3D Depth Sensing) ເພື່ອວັດແທກໄລຍະສາກຫຼັງ 
ໂຕກ້ອງຫຼັກ SuperSensing Camera ທີ່ໃຊ້ເຊັນເຊີແບບໃໝ່ຄື RYYB ໂໝດ Auto ກໍຍັງຖ່າຍພາບກາງຄືນໄດ້ແຈ້ງຊັດເຈນດ້ວຍ ISO ສູງເຖິງ 409,600 ສູງກວ່າກ້ອງແບບ Mirrorless ທົ່ວໄປ. ນອກນັ້ນຍັງມີກ້ອງໂຕໃໝ່ຄືກ້ອງມຸມກວ້າງພິເສດທີ່ເອີ້ນວ່າ Cine Camera ເຊິ່ງເປັນຄັ້ງທໍາອິດທີ່ກ້ອງທາງຍາວໂຟກັສທຽບເທົ່າ 18 mm ໃນສະມາດໂຟນຈະມີຄວາມລະອຽດເຖິງ 40 ລ້ານພິກເຊວ.


ໃນດ້ານການຖ່າຍວິດີໂອຂອງ HUAWEI Mate 30 Pro 5G ໃນຮັບການພັດທະນາຂຶ້ນມາອີກລະດັບຄືໂຕກ້ອງມຸມກວ້າງ Cine Camera ສາມາດຖ່າຍໃຊ້ຄວາມໄວແສງສູງສຸດສໍາລັບວິດີໂອໄດ້ເຖິງ ISO 51200 ພ້ອມຮູຮັບແສງ f/1.8 ເຮັດໃຫ້ການຖ່າຍວິດີໂອໃນທີ່ແສງນ້ອຍນັ້ນກໍຍັງເກັບລາຍລະອຽດໄດ້ດີ.
ນອກຈາກນີ້ຍັງສາມາດຖ່າຍ Slow Motion ໄດ້ສູງສຸດເຖິງ 7680 fps ຫຼື ພາບຊ້າລົງ 256 ເທົ່າຈາກທີ່ເຮົາເຫັນດ້ວຍຕາເປົ່າ ສ່ວນຄວາມສາມາດໃນການໃຊ້ກ້ອງວັດແທກໄລຍະເພື່ອເບີສາກຫຼັງໃນວິດີໂອດ້ວຍ AI ກໍປັບປຸງໃຫ້ເບິ່ງນຽນຕາຫຼາຍຂຶ້ນອີກດ້ວຍ.


3. ກ້ອງໜ້າຂອງ Huawei Mate 30 Pro 5G




ກ້ອງໜ້າ Huawei Mate 30 Pro 5G ມີຄວາມລະອຽດ 32 ລ້ານພິກເຊວ ເຊິ່ງເປັນສະເປັກດຽວກັນກັບ P30 Pro ແຕ່ທີ່ແຕກຕ່າງກັນກໍຄື Huawei Mate 30 Pro 5G ຈະມີເຊັນເຊີວັດແທກຄວາມເລິກຕື້ນທີ່ກ້ອງໜ້າໄດ້ເຊິ່ງຈະເຮັດໃຫ້ການຖ່າຍພາບ Selfie ບຸກຄົນມີຄວາມນຽນລະອຽດເພີ່ມຂຶ້ນ, ເລື່ອງຂອງໜ້າຊັດຫຼັງເບີກໍເຮັດໄດ້ນຽນຕາຫຼາຍຂຶ້ນອີກດ້ວຍ. ນອກນີ້ຍັງມາພ້ອມ Gesture Sensor ເຮັດໃຫ້ສາມາດກວດຈັບການສັ່ງງານດ້ານໜ້າໂດຍທີ່ບໍ່ຕ້ອງສໍາພັດເຄື່ອງໄດ້ອີກດ້ວຍ.

ດ້ວຍລະບົບກ້ອງ SuperSensing Cine Camera 4 ເລນດ້ານຫຼັງ ແລະ ກ້ອງໜ້າມີເຊັນເຊີວັດແທກໄລຍະ ພ້ອມກັບຊອບແວປະມວນຜົນພາບທີ່ Huawei ພັດທະນາຮ່ວມກັບ Leica ເຮັດໃຫ້ Huawei Mate 30 Pro 5G ກາຍເປັນສະມາດໂຟນທີ່ DxOmark ຍົກຕໍາແໜ່ງໃຫ້ເປັນສະມາດໂຟນທີ່ມີກ້ອງຖ່າຍພາບດີທີ່ສຸດໃນໂລກດ້ວຍຄະແນນ 123 ຄະແນນ.

4. ຊິບເຊັດ HUAWEI Kirin 990 5G ປະສິດທິພາບສູງສຸດ



ສະມາດໂຟນຕະກຸນ MATE ຈະເປັນລຸ້ນທີ່ເລີ່ມໃຊ້ຊິບເຊັດໂຕທ໋ອບທີ່ມີການອັບເດດກ່ອນໝູ່ທຸກໆປີ ເຊັ່ນດຽວກັນກັບ HUAWEI Mate 30 Pro 5G ທີ່ໃນປີນີ້ໄດ້ໃຊ້ຊິບເຊັດໂຕທ໋ອບລ່າສຸດຂອງ HUAWEI ຄື Kirin 990 5Gທີ່ມີຂະໜາດນ້ອຍທີ່ສຸດໃນໂລກຄື 7 ນາໂນແມັດເຮັດໃຫ້ເຮັດວຽກໄດ້ປະສິດທິພາບຂັ້ນສູງສຸດ.

HUAWEI Kinrin 990 5G ມີຈຸດເດັ່ນຄືເປັນຊິບເຊັດໂຕທໍາອິດຂອງໂລກທີ່ສາມາດລວມໂມເດັມ 5G (Balong 5000) ເຂົ້າໄປໃນຊິບເຊັດດຽວກັນໄດ້ເຊິ່ງມີສອງລຸ້ນຄື: Kirin 990 5G ແລະ ຮອງລົງມາຄື Kirin 990 4G ທີ່ຍັງເປັນໂມເດັມ 4G ຢູ່ເຮັດໃຫ້ບໍ່ຕ້ອງມີຊິບໂມເດັມຕິດຕັ້ງໄວ້ພາຍນອກອີກ

ໂດຍລວມແລ້ວ Kirin 990 5G ເປັນຊິບທີ່ທັງປະຢັດພະລັງງານຫຼາຍກວ່າທີ່ເຄີຍມີ ແລະ ເຮັດວຽກໄດ້ໄວຂຶ້ນກວ່າເກົ່າເຊິ່ງຈະເຮັດໃຫ້ມີແບັດຕາຣີີ່ໃຊ້ງານໄດ້ຍາວນານ ແລະ ໃຫ້ປະສິດທິພາບທີ່ດີທີ່ສຸດຈາກ HUAWEI. ນອກນັ້ນຍັງມີລະບົບລະບາຍຄວາມຮ້ອນແບບພິເສດເຮັດໃຫ້ຄວາມໄວຂອງໂຕເຄື່ອງບໍ່ມີຕົກ. 



5. ລະບົບພະລັງງານທີ່ແຂງແກ່ນຂອງ Huawei Mate 30 Pro 5G



HUAWEI Mate 30 Pro 5G ມີແບັດເຕີຣີບັນຈຸ 4500 mAh ເຊິ່ງເປັນແບັດເຕີຣີທີ່ບັນຈຸຫຼາຍເຮັດໃຫ້ສາມາດໃຊ້ງານໄດ້ຍາວນານຂຶ້ນ ຮ່ວມກັບການເຮັດວຽກຂອງຊິບ Kirin 990 5G ທີ່ປະຢັດໄຟຫຼາຍຂຶ້ນກ່ອນເກົ່າ ແລະ EMUI 10 ທີ່ປັບຈູນມາເພື່ອຮາດແວຂອງ HUAWEI ໂດຍສະເພາະຍິ່ງເຮັດໃຫ້ການໃຊ້ງານໄດ້ດົນຂຶ້ນກ່ອນເກົ່າ.
ລະບົບສາກໄຟຂອງ HUAWEI Mate 30 Pro 5G ສາມາດສາກໄດ້ທັງໝົດ 4 ແບບນໍາກັນຄື:

1. ສາກໄຟ Huawei SuperCharge ດ້ວຍກໍາລັງ 40 W ເຮັດໃຫ້ສາກໄດ້ເຕັມໄວຍິ່ງຂຶ້ນ
2. ສາກໄຮ້ສາຍດ້ວຍ Wireless HUAWEI SuperCharge  ທີ່ໃຫ້ກໍາລັງໄຟເຖິງ 27 W ເຊິ່ງຫຼາຍກວ່າເກົ່າເກືອບສອງເທົ່າທີ່ມີພຽງແຕ່ 15 W
3. ລະບົບ Wireless Reverse Charge ກໍປັບປຸງໃຫ້ສາກອຸປະກອນອື່ນໄດ້ໄວຂຶ້ນຈາກເດີມເຖິງ 3 ເທົ່າ.
4. Huawei Wireless SuperCharge Car Charger ທີ່ສາມາກສາກສະມາດໂຟນຂອງທ່ານໃນລົດເດີນທາງໄດ້ສະດວກຫຼາຍຂຶ້ນ

ແລະດ້ວຍ 5 ເຫດຜົນທີ່ກ່າວມາຂ້າງເທິງເຮັດໃຫ້ HUAWEI Mate 30 Pro ກາຍເປັນສະມາດໂຟນທີ່ມີຄວາມໜ້າສົນໃຈທີ່ສຸດໃນຕອນນີ້.




ສະເປັກ HUAWEI MATE 30 PRO 5G
ຂະໜາດຕົວເຄື່ອງ 158.1 x 73.1 x 8.8 ມມ
ນ້ໍາໜັກ 198 ກຼາມ
ໜ້າຈໍ Flex OLED ຂະໜາດ 6.53 ນິ້ວ ຄວາມລະອຽດ 2400 x 1176 ພິກເຊວ ແບບ Huawei Horizon Display ຂອບຈໍໂຄ້ງດ້ານຂ້າງຕົວເຄື່ອງຫຼາຍທີ່ສຸດເຖິງ 88 ອົງສາ
ຊິບປະມວນຜົນ HUAWEI Kirin 990 5G
ໜ່ວຍຄວາມຈໍາ RAM 8 GB, ROM 256 GB
ລະບົບປະຕິບັດການ EMUI10 ບົນພື້ນຖານ Android 10
ກ້ອງໜ້າຄວາມລະອຽດ 32 ລ້ານພິກເຊວ, f/2.0
ກ້ອງຫຼັງ 4 ເລນ
ເລນຫຼັກ 40MP SuperSensing Camera, f/1.6 aperture lens, PDAF, OIS
ເລນມຸມກວ້າງ 40MP Cine Camera, f/1.8 aperture lens, PDAF
ເລນ Telephoto 8MP, f/2.4 aperture lens, OIS
ToF 3D Depth Sensing Camera
Dual-LED flash
4K video, 2160p/60fps (2160p/30fps default)
ແບັດຕາຣີ 4500 mAh ຮອງຮັບລະບົບສາກໄວ ແລະ ຫຼາກຫຼາຍທາງເລືອກໃນການສາກແບັດເຕີຣີ່ຂອງທ່ານແບບງ່າຍດາຍ
1. Huawei SuperCharge 40W
2. Huawei Wireless SuperCharge 27W
3. Huawei Reverse Charge
4. Huawei Wireless SuperCharge Car Charger
IP68 (ກັນຝຸ່ນ ແລະ ກັນນ້ໍາຄວາມເລິກ 1.5 ແມັດ ໄດ້ເວລາ 30 ນາທີ)



ເປີດໃຫ້ສັ່ງຈອງແລ້ວມື້ນີ້ Huawei Mate30 Pro 5G ສະມາດໂຟນລຸ້ນທອ໋ບຂອງຫົວເຫວີຍ ທີ່ມີຄະແນນເລື່ອງກອ້ງຖ່າຍຮູບອັນດັບ 1 ໃນຕະຫຼາດ
#ລາຍລະອຽດການສັ່ງຈອງ
Huawei Mate30 Pro 5G ລາຄາ: 8,999,000 ກີບ
ຈອງມື້ນີ້ ຮັບຟຣີ! ຂອງແຖມສຸດພຣີມ້ຽມ ລວມມູນຄ່າ 850,000 ກີບ
1. Band 3 Pro Watch ມູນຄ່າ 450,000 ກີບ
2. Bluetooth Stereo Headset ມູນຄ່າ 400,000 ກີບ
🚩 ຈອງມັດຈຳ: 500,000 ກີບ
🚩 ມີ 2 ສີໃຫ້ເລືອກ: ສີນ້ຳເງີນ (Space Silver) ແລະ ສີດຳ (Black)
📅 ກຳນົດວັນທີສັ່ງຈອງ: 16 ທັນວາ 2019 - 8 ມັງກອນ 2020
📆 ວັນທີຮັບເຄື່ອງ: 10 ມັງກອນ 2020 ທົ່ວປະເທດ

Post Bottom Ad