ສປ ຈີນ ມອບ ພາຫະນະເພື່ອໃຊ້ເຂົ້າໃນວຽກງານທ່ອງທ່ຽວ ລາວ-ຈີນ ໃຫ້ແກ່ທາງ ສປປ ລາວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສປ ຈີນ ມອບ ພາຫະນະເພື່ອໃຊ້ເຂົ້າໃນວຽກງານທ່ອງທ່ຽວ ລາວ-ຈີນ ໃຫ້ແກ່ທາງ ສປປ ລາວ








ວັນທີ 21 ພະຈິກ 2019
ສປ ຈີນ ມອບ ພາຫະນະໃຫ້ ສປປ ລາວ

ລັດຖະບານ ສປ ຈີນ ມອບລົດໃຫຍ່ 22 ຄັນ ໃຫ້ແກ່ ສປປ ລາວເພື່ອນໍາໃຊ້ເຂົ້າວຽກບໍລິການ ການທ່ອງທ່ຽວ ການສ້ອມແປງພື້ນຖານໂຄງລ່າງການທ່ອງທ່ຽວ ການອານາໄມສະຖານທີ່ທ່ອງ ທ່ຽວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ.
ສໍາລັບພາຫະນະຈໍານວນດັ່ງກ່າວ ເຊິ່ງໂດຍໃຫ້ການສະໜັບສະ ໜູນຂອງບໍລິສັດ ລາວຈິນຈຸນ ພາຫະນະການຄ້າ ຈໍາກັດຜູ້ດຽວ.
ພິທີມອບ-ຮັບພາຫະນະຄັ້ງນີ້ ຈັດຂຶ້ນວັນທີ 18 ພະຈິກ 2019 ທີ່ມະຫາວິທະຍາໄລສຸພານະວົງ ແຂວງຫຼວງພະບາງ ເປັນກຽດມອບໂດຍ ທ່ານ ຈ່ຽງ ຈ້າຍ ຕຸ່ງ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທ່ານ ຫວາງຢາງ ກໍາມະການປະຈໍາກົມການເມືອງສູນກາງພັກຄອມມູນິດຈີນ ພ້ອມດ້ວຍການນໍາສອງຝ່າຍ ອໍານວຍການບໍລິສັດ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ພາບ-ຂ່າວ ວຽງມາ
#vientianemai

Post Bottom Ad