ໃນວັນທີ 22 ພະຈິກ 2019, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຈໍາປາສັກ ໄດ້ຕັດສິນ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ອາຍຸ 30 ປີ ອາຊີບຄ້າຂາຍ ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ ຈໍາຄຸກ 5 ປີ ພ້ອມທັງປັບໃໝ 20.000.000 ກີບ ສະຖານ ໂຄສະນາຕ້ານ ສປປ ລາວ.
ເຈົ້າໜ້າທີ່ໄດ້ກັກຕົວ ນາງ ໝວຍ ໃນວັນທີ 12 ກັນຍາ 2019 ເຊິ່ງການກັກຕົວດັ່ງກ່າວ ໄດ້ປະຕິບັດຕາມຂັ້ນຕອນຂອງກົດໝາຍທຸກປະການ.
ຜ່ານການສອບສວນຕົວຈິງ, ຜູ້ກ່ຽວຮັບສາລະພາບວ່າ:
ໄດ້ເປັນຜູ້ລົງມືໂຄສະນາທາງເຟສບຸກແທ້ ເຊິ່ງໃນວິດີໂອໜຶ່ງ ນາງ ໝວຍ ໄດ້ເວົ້າອອກປາກເຖິງການກະທໍາ ແລະ ເຈຕະນາອັນແທ້ຈິງຂອງຜູ້ກ່ຽວ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະດີ ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ນາງ ໝວຍ ເປັນການກະທໍາຜິດທາງອາຍາແທ້. ດັ່ງນັ້ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຈໍາປາສັກ ໄດ້ພິຈາລະນາຕັດສິນລົງໂທດ ນາງ ໝວຍ ໃນສະຖານໂຄສະນາຕ້ານ ສປປ ລາວ ຕາມປະມວນກົດໝາຍອາຍາ ມາດຕາ 117 ໂດຍລົງໂທດຕັດອິດສະຫຼະພາບ 5 ປີ ແລະ ປັບໃໝ 20.000.000 ກີບ.
ເຊິ່ງກົດໝາຍອາຍາ ມາດຕາ 117 ການໂຄສະນາຕໍ່ຕ້ານ ສປປ ລາວ ລະບຸໄວ້ວ່າ:
“ ບຸກຄົນໃດຫາກໄດ້ໂຄສະນາ ໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ປ່າວຂ່າວອະກຸສົນ ເຮັດໃຫ້ມີຄວາມວຸ້ນວາຍດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ຮູບເງົາ, ວິດີໂອ, ຮູບພາບ, ເອກະສານ, ສື່ທາງເອເລັກໂຕຣນິກ ຫຼື ດ້ວຍຮູບການອື່ນ ທີ່ມີເນື້ອໃນຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ອໍານາດລັດອ່ອນເພຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໄໝແຕ່ 5.000.000 ກີບ ຫາ 20.000.000 ກີບ”.
ທີ່ມາ: ຫນັງສືພິມຄວາມສະຫງົບ