ໃນວັນທີ 21 ພະຈິກ 2019 ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງພູຄູນ ໄດ້ຈັດພິທີ ທຳລາຍພັນທະບັດ ( ເງິນປອມ ) ຂື້ນ ໂດຍການເຂົ້າຮ່ວມຂອງທ່ານ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ, ມີຫົວໜ້າພ້ອມດ້ວຍຄະນະ ແລະ ຫ້ອງການທີກ່ຽວຂ້ອງຂອງເມືອງ ຕະຫຼອດຮອດເຈົ້າໜ້າທີພາຍໃນກອງບັນຊາການຂອງເມືອງເຂົ້າຮ່ວມ.
ທ່ານ ພັຕ ແກ້ວວິໄລ ວິທະຍາ ເຈົ້າໜ້າທີ່ສັນຕິບານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງໄດ້ລາຍງານໃຫ້ຮູ້ວ່າ: ເງິນປອມທີ່ເຈົ້າໜ້າທີຢຶດ ແລະ ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງເຄືອນໄຫວຕິດຕາມກວດກາພົບເຫັນເງິນ ທີກຸ່ມຄົນບໍ່ດີນຳມາຫວ່ານຕໍ່ໜ້າຕະຫຼາດບ້ານສາມແຍກພູຄູນ ໃນວັນສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ເພື່ອສ້າງສະຖານະການຄວາມບໍ່ສະຫງົບ ຫຼາຍປີຜ່ານມາ.
ໃນນັ້ນ: ມີເງິນປອມ ສະກຸນເງິນກີບ ປະເພດໃບ 50.000 ຈຳນວນ 32 ລ້ານກວ່າກີບ, ປະເພດໃບ 20,000 ຈຳນວນ 8 ລ້ານກວ່າກີບ, ປະເພດໃບ 10.000 ຈຳນວນ 1 ລ້ານກວ່າກີບ ແລະ ສະກຸນເງິນໂດລາສະຫະລັດ ປະເພດ100 ໂດລາ ຈຳນວນ 9.000 ໂດລາ ລວມເປັນເງິນທີ່ປອມແປງທັງໝົດ 42.090,000 ກີບ.
ໂອກາດທີທ່ານຮອງເຈົ້າເມືອງໄດ້ເຂົ້າຮ່ວມພິທີ ໃນຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງເຈົ້າໜ້າທີໄດ້ເອົາໃຈໃສ່ປະຕິບັດໜ້າທີ ໃນການເຄືອນໄຫວຕິດຕາມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ພ້ອມນີ້, ກໍ່ໄດ້ເນັ້ນໃຫ້ເຈົ້າໜ້າວິຊາສະເພາະ ສືບຕໍ່ໃຊ້ພະຍາຍາມ ດ້ວຍຄວາມຮັບຜິດຊອບ, ຮັດກຸມ ໃນການປະຕິບັດໜ້າທີ ເພາະກຸ່ມຄົນບໍ່ດີຍັງຈະສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບ. ຈາກນັ້ນ: ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນຈູດທຳລາຍເງິນດັ່ງກ່າວ.
ໂດຍອີງຕາມປະມວນກົດໝານອາຍາມາດຕາ 129 ວ່າດ້ວຍການປອມແປງເງິນ ຫລື ການໃຊ້ເງິນປອມ ໄດ້ລະບຸວ່າ: ບຸກຄົນໃດຫາກໃຊ້ເຄື່ອງພີມ ຫລື ໃຊ້ວິທີການອື່ນປອມແປງເງິນກີບ, ເງິນຕາຕ່າງປະເທດ ຫລື ນຳເງິນປອມຈາກຕ່າງປະເທດ ຈະຖືກປັບໃໝ ແຕ່ 50-500 ລ້ານ.
ພາບ-ຂ່າວ: ວັນທຽນ ຄຳທະສິດ.