ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ມອບລົດຄືນໃຫ້ເຈົ້າຂອງເດີມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ມອບລົດຄືນໃຫ້ເຈົ້າຂອງເດີມ



ໃນຕອນເຊົ້າ ວັນທີ 12 ກໍລະກົດ 2019 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີມອບເຄື່ອງຂອງກາງປະເພດລົດ ທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ເປັນປະເພດລົດຈັກຈຳນວນ 7 ຄັນ.

ທ່ານ ພັຕ ຂັນໄຊ ແກ້ວເນດ ໃຫ້ຮູ້ວ່າ: ລົດຈັກທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຈາກການທັບມ້າງກຸ່ມລັກ ແລະ ຊື້ລົດຈັກຜິດກົດໝາຍ ໃນເດືອນ ພຶດສະພາ 2019 ທີ່ຜ່ານມາ ເຊິ່ງໄດ້ມີເຈົ້າຂອງລົດ ນຳເອົາເອກະສານມາຢັ້ງຢືນຢ່າງຖືກຕ້ອງຕາມລະບຽບການ ຈຳນວນ 7 ຄັນ ໃນຈຳນວນທັງໝົດ 18 ຄັນ. ສ່ວນລົດຈັກຈຳນວນທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ປະສານຫາເຈົ້າຂອງລົດຕື່ມອີກ ເພື່ອນຳເອົາເອກະສານມາພົວພັນ – ຢັ້ງຢືນເອົາ.

ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ຖ້າທ່ານໃດທີ່ບໍ່ມີຄວາມສະດວກ ໃນການນຳເອົາເອກະສານ ເພື່ອມາຢັ້ງຢືນເອົາລົດຈັກຈຳນວນດັ່ງກ່າວ ກໍສາມາດໂທປະສານໄດ້ທີເບີໂທ 020 2290 1599 ໃນວັນ ແລະ ເວລາລັດຖະການ.

ໂດຍ: ມະນີວອນ

Post Bottom Ad