ທ່ານ ໂສພາພອນ ແສງອິນທະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊ່ອນສຳພາດຜ່ານໂທລະສັບໃນວັນທີ 17 ກໍລະກົດນີ້ວ່າ ຕາມການລົງກວດກາຂອງວິຊາການລ້ຽງສັດຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຫ້ອງການກອງທຶນຫລຸດຜ່ອນຄວາມທຸກຍາກໄດ້ພົບເຫັນຫມູຕິດເຊື້ອ ແລະ ຕາຍຢູ່ໃນເມືອງດັ່ງກ່າວໃນລະຫວ່າງວັນທີ 6-15 ກໍລະກົດນີ້ແມ່ນຍ້ອນພະຍາດອະຫິວາມີທັງໝົດ 621 ກໍລະນີ ໃນນີ້ໝູຕາຍແລ້ວ 578 ໂຕ ໃນ 17 ບ້ານຄື: ບ້ານແລ້ງ, ບ້ານວັດ, ບ້ານນາຈັກ, ບ້ານທາດ, ບ້ານນາໜົມ, ບ້ານນາໝໍ້, ບ້ານໜອງໃສ, ບ້ານມັ້ນ, ບ້ານບວກ, ບ້ານຫ້ວຍຕຶນ, ບ້ານຊ່ອນໃຕ້, ບ້ານຊ່ອນເໜືອ, ບ້ານໂງ່ນ, ບ້ານຫ້ວຍສະຫງອນ, ບ້ານເມືອງເປີ້, ບ້ານນໍ້າເນີນ ແລະ ບ້ານຊາຍ.
ຕໍ່ກັບສະພາບດັ່ງກ່າວ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊ່ອນ ໄດ້ແນະນຳໃຫ້ປະຊາຊົນທີ່ລ້ຽງໝູໃນເຂດນີ້ ຕ້ອງປະຕິບັດຕາມການແນະນໍາຄື:
1. ຖ້າມີສັດເຈັບໃຫ້ແຍກອອກຈາກຝູງສັດທີ່ບໍ່ທັນຕິດເຊື້ອໂດຍໄວ.
2. ຖ້າສັດໂຕໃດຕາຍໃຫ້ຝັງຖີ້ມ ( ໂຮຍດ້ວຍປູນຂາວ )
3. ຫ້າມນໍາເອົາສັດຕາຍຖີ້ມລົງຫ້ວຍນ້ໍາລໍາເຊ ແລະ ສະຖານທີ່ຕ່າງໆ.
ທີ່ມາ: ຫນັງສືພິມລາວພັດທະນາ.