ສັບພະຄຸນຂອງພິກໄທມີດີຫຼາຍກວ່າທີ່ທ່ານຄິດ
ໝາກພິກໄທ ເປັນພືດທີ່ມີລັກສະນະເປັນພ່ວງທີ່ມີຂະໜາດນ້ອຍ ຈັດເປັນສະໝຸນໄພທີ່ມີສັບພະຄຸນທາງຢາ ແລະເຄື່ອງປຸງທີ່ມີລົດຊາດເຜັດຮ້ອນ ສາມາດນໍາມາເຮັດເປັນພິກໄທແຫ້ງໄວ້ໃຊ້ເປັນເຄື່ອງປຸງໃນການປະກອບອາຫານ ຖ້າເປັນແບບແຫ້ງໝົດເປືອກຈະເປັນພິກໄທດໍາ ຫຼື Black Pepper ( ເພາະມີຜົງຂອງເປືອກສີດໍາປົນຢູ່ )
ແຕ່ຖ້າລອກເປືອກອອກກ່ອນເຮັດເປັນຜົງກໍຈະເປັນ ພິກໄທຂາວ ຫຼື White Pepper
ເນື່ອງຈາກພິກໄທມີປະລິມານນໍ້າໃນແຕ່ລະເມັດໜ້ອຍຫຼາຍ ຈື່ງບໍ່ຄ່ອຍຂື້ນໂໝກເຊິ່ງວິທີ່ເກັບຮັກສາກໍງ່າຍໆ
ພຽງແຕ່ເກັບໄວ້ໃນໂລແກ້ວໃຫ້ແນ້ນ ສ່ວນພິກໄທບົດໃຫ້ເກັບໃນພາສະນະທີ່ແຫ້ງສະນິດ ແລະປິດໃຫ້ແນ້ນເຊັ່ນກັນ.
· ປະໂຫຍດຂອງພິກໄທ
1.ມີສານຕ້ານອານຸມູນອິສາລະທີ່ຊ່ວຍປ້ອງກັນພະຍາດມະເຮັງ
2.ຊ່ວຍຄວບຄຸມຄວາມດັນເລືອດ
3.ຊ່ວຍຂັບຂີ້ກະເທິ ແລະແກ້ເຈັບຄໍເຮັດໃຫ້ຫາຍໃຈສະດວກຂື້ນ
4.ຊ່ວຍຮັກສາກະເພາະ ແລະລໍາໄສ້
5.ພິກໄທມີລິດໃນການຊ່ວຍກະຕຸ້ນລະບົບປະສາດ
6.ຊ່ວຍບໍາລຸງທາດໃນຮ່າງກາຍ
7.ຊ່ວຍບັນເທົ່າອາການນອນບໍ່ຫຼັບ
8.ຊ່ວຍເພີ່ມຄວາມອົບອຸ່ນໃຫ້ກັບຮ່າງກາຍ ແລະເສີມພູມຕ້ານທານໄປດ້ວຍໃນຕົວ
9.ນໍ້າມັນພິກໄທສາມາດຊ່ວຍລົດນໍ້າໜັກໃນຕົວໄດ້ ແລະ ຍັງສາມາດໃຊ້ນວດສ່ວນທີ່ຕ້ອງການລົດໄດ້
10.ພິກໄທດໍາມີສັບພະຄຸນຊ່ວຍຕໍ່ຕ້ານຄວາມຕຸ້ຍ ເພາະມີສານພິເພີລີນທີ່ມີຄວາມຮ້ອນຈື່ງຊ່ວຍໃຫ້ຂັດຂວາງບໍ່ໃຫ້ເຊລໄຂມັນໃໝ່ກໍ່ຕົວຊື້ນ
11.ເມັດພິກໄທດໍາ ແລະ ເມັດພິກໄທຂາວ ນິຍົມນໍາມາໃຊ້ເຮັດເປັນເຄື່ອງປຸງເພື່ອໃຊ້ແຕ່ງກິ່ນອາຫານເຮັດໃຫ້ອາຫານແຊບຂື້ນ.
ຫວັງວ່າຂໍ້ມູນນີ້ຈະເປັນປະໂຫຍດແກ່ທ່ານທຸກຄົນ ດ້ວຍຄວາມຫວັງດີຈາກແອດມິນ Day.