ມາຍ້ອນເບິ່ງ ຄວາມສຳເລັດຂອງຫົວເຫວີຍໃນປີ 2015 ວ່າມີຫຍັງແດ່ ທີ່ໜ້າສົນໃຈ ຫົວເຫວີຍໄດ້ດຳເນີນການສ້າງການຮັບຮູ້ຂອງແບລນຢ່າງຕໍ່ເນື່ອງແລະປະສົບຄວາມສຳເລັດໄວ່ຢ່າງຫຼາຍດັ່ງນີ້:
-ຫົວເຫີວຍຕິດອັນດັບທີ່ 88 ຂອງ Interbrand’s Top 100 Global Brands ໂດຍກ້າວຂື້ນຈາກອັນດັບທີ່ 94 ໃນປີ 2014.
-ຫົວເຫີວຍຖືກຈັດໃຫ້ເປັນແບລນລະດັບໂລກທີ່ມີມູນຄ່າຫຼາຍທີ່ສຸດລຳດັບທີ່ 70 ໃນ The Brandz 100 List.
-ຈາກລາຍງານຂອງອົງກອນວິໃຈລະດັບໂລກຢ່າງ IPSOS ນັ້ນຫົວເຫີວຍຖືເປັນບໍລິສັດທີ່ປະສົບຄວາມສຳເລັດໄວທີ່ສຸດໃນການສ້າງການຮັບຮູ້ຂອງແບລນໂດຍຕົວເລກກະໂດດຈາກ 65% ໃນປີ 2014 ເປັນ 76% ໃນປີ 2015 ເຊິ່ງໝາຍເຖິງຜູ້ບໍລິໂພກກວ່າ 75% ຮູ້ຈັກສະມາດໂຟນຫົວເຫີວຍ.
-ການຮັບຮູ້ຂອງແບລນຫົວເຫີວຍເພີ່ມຂື້ນຫຼາຍໃນທະວີບຢູໂຮບເມື່ອທຽບກັບປີທີ່ແລ້ວໂດຍເພີ່ມຂື້ນດັ່ງນີ້:ໂປຣຕຸເກດ (87%) ອີຕາລີ (82%) ສະເປນ (79%) ເນເທີແລນ (73%) ແລະເຢຍລະມັນ (68%).
-ໃນຂະນະທີ່ການຮັບຮູ້ຂອງແບລນຫົວເຫີວຍເພີ່ມຂື້ນໃນຕະຫຼາດສຳຄັນຂອງໂລກຕົວເລກ Net Promoter Score (NPS) ຂອງບໍລິສັດເອງກໍ່ເພີ່ມຂື້ນເປັນ 47 ເຊິ່ງສູງເປັນອັນດັບສາມຂອງໂລກອີກດ້ວຍ.
-ຄວາມສຳເລັດຂອງຫົວເຫີວຍເຊັ່ນ: P8, Mate 7, Mate S ແລະ Nexus 6P ໄດ້ຮັບການຕ້ອນຮັບເປັນຢ່າງດີໃນຕະຫຼາດໂລກໃນຊ່ວງປີ 2015 ດັ່ງນີ້:
ຕົວເລກການຈັດສົ່ງ P8 ທົ່ວໂລກສູງເຖິງ 4.5 ລ້ານເຄື່ອງໂດຍສະມາດໂຟນລຸ້ນນີ້ໄດ້ຮັບລາງວັນຫຼາຍເຊັ່ນ: ລາງວັນ “Best Recommendation Award” ຈາກ North European Ljud & Bild ລາງວັນ “White Gold Award” ຈາກເວັບໃຊລີວິວສະມາດໂຟນຢອດນິຍົມສັນຊາດນໍເວຢ່າງ Dinside.
ສະມາດໂຟນລຸ້ນ Mate 7 ຫຼາຍກ່ວາ 7 ລ້ານເຄື່ອງຖືກຈັດສົ່ງໄປທົ່ວໂລກໃນປີ 2015 ໃນຂະນະດຽວກັນກໍ່ໄດ້ຮັບລາງວັນ “BEST of IFA 2014” ແລະລາງວັນອື່ນໆຈາກ Android Authority, GSM Arena ແລະ Tom’s Guide.
-ສະມາດໂຟນລຸ້ນ Mate S ມີຕົວເລກການສົ່ງທະລຸເກີນ 800.000 ໜ່ວຍພາຍໃນໄລຍະເວລາພຽງສີ່ເດືອນຫຼັງເປີດໂຕໂດຍມີຍອດຂາຍຈາກ 48 ປະເທດໃນທະວີບອາຊີແລະຢູໂຮບແລະຍັງໄດ້ຮັບລາງວັນລະດັບໂລກເຖິງ 9 ລາງວັນເຊັ່ນ: “ BEST of IFA 2015” ຈາກທາງ “Global Technology Media GIDA ແລະ AndroidPIT ເປັນຕົ້ນ.
ສະມາດໂຟນ Nexus 6P ເຊິ່ງກຳເນີດຂື້ນຈາກຄວາມຮ່ວມມືກັນລະຫວ່າງຫົວເຫວີຍແລະກູລເກີ້ ປະສົບຄວາມສຳເລັດຢ່າງລົ້ນເຫຼືອໃນທະວີບອາເມລິກາເໜືອໂດຍຖືກຂາຍໝົດຈາກ Google Store ພຽງໜື່ງເດືອນຫຼັງຈາກເປີດໂຕ ນອກຈາກນີ້ຍັງມີການຈັດຈຳໜ່າຍ Nexus 6P ໃນອີກກ່ວາ 60 ປະເທດແລະພູມມີພາກທົ່ວໂລກເຮັດໃຫ້ Nexus 6P ກາຍເປັນສະມາດໂຟນຍອດນິຍົມໃນທັນທີທີ່ມີການຈັດຈຳໜ່າຍທັງໄດ້ຮັບຄຳວິຈານໃນທາງບວກຈາກສື່ດ້ານເທັກໂນໂລຢີຕ່າງໆແລະໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນ “Holiday Season Recommendation”,”Editor’s Choice” ແລະ “Best of 2015” ໂດຍໄດ້ຮັບແຮງສະໜັບສະໜູນຢ່າງຫຼາຍຈາກສື່ກະແສຫຼັກຈຳນວນຫຼາຍເຊິ່ງຊີ້ໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຫົວເຫີວຍໃນດ້ານການພັດທະນາເທັກໂນໂລຢີ,ການອອກແບບແລະຄວາມສາມາດໃນການຜະລິດ.
ຈັດໄດ້ວ່າ ຫົວເຫວີຍ ແມ່ນໄດ້ພິກໂສມໜ້າໃໝ່ໃນວົງການເທັກໂນໂລຍີ ແລະ ອາດຈະຂຶ້ນມາແຊງບັນດາຍັກໃຫຍ່ ເຊັ່ນ Apple ແລະ Samsung ໃນອະນາຄົດອັນໃກ້ນີ້. ເພາະທາງບໍລິສັດ ແມ່ນສຸມຫົວຄິດ ແລະ ການວາງແຜນພັດທະນາ ຜະລິດຕະພັນ ແລະ ການເຮັດການຕະຫຼາດ ທີ່ມີສັກກະຍະພາບ ທີ່ສາມາດເຂົ້າເຖິງລູກຄ້າໄດ້ຫຼາຍຂຶ້ນ.
ຮຽງຮຽງໂດຍ: ບ່າວປະກາດ