ການທຳຄວາມສະອາດຊ້າງນ້ອຍຂອງລູກຊາຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ການທຳຄວາມສະອາດຊ້າງນ້ອຍຂອງລູກຊາຍ



ບັນດາພໍ່ແມ່ ໂດຍສະເພາະພໍ່ແມ່ມືໃໝ່ ທີ່ມີລູກຊາຍຄົງມີຄວາມສົນໃຈ ໃນການເບິ່ງແຍງສຸຂະພາບຂອງລູກ. ມື້ນີ້ມາເວົ້າເລື່ອງການຮັກສາອະນາໄມ ຊ້າງນ້ອຍ ຂອງລູກຊາຍວ່າ ຄວນເຮັດຫຍັງແດ່. ນອກນີ້ຍັງມີຄຳແນະນຳດີໆ ຈາກທ່ານໝໍ ເອື້ອໄພໂຣດນະກິດ ມາໃຫ້ຮູ້ນຳອີກ.

ກ່ອນອື່ນຕ້ອງມາຮູ້ຈັກກັບອະໄວຍະວະເພດຊາຍຂອງລູກກ່ອນ

ຈາກຮູບດ້ານຊ້າຍຂ້າງລຸ່ມ ແມ່ນຮູບ ຊ້າງນ້ອຍ ຂອງອະໄວຍະວະເພດຊາຍ ຈະມີໜັງຫຸ້ມອະໄວຍະວະ ປົກຈົນຮອດປາຍຂອງອະໄວຍະວະ ເພື່ອປ້ອງກັນ ບໍ່ໃຫ້ມີການຮຸກຖູ ສຽດສີ, ແຕ່ກໍ່ຈະມີຮູພຽງພໍ ເພື່ອຊ່ວຍເວລາຍ່ຽວອອກມາ ຢ່າງສະດວກ. ຕາມທຳມະຊາດແລ້ວໜັງຫຸ້ມປາຍຈະມີຮູທີ່ບໍ່ກວ້າງເກີນໄປ ເພື່ອບໍ່ໃຫ້ມີສິ່ງເຂົ້າໄປທຳລາຍປາຍອະໄວຍະວະ. ຈົນກວ່າຈະຮອດອາຍຸປະມານ 3 ປີ ຫຼື ຫຼາຍກວ່ານັ້ນ, ຈິ່ງສາມາດຮູດໜັງຫູ້ມປາຍ ຊ້າງນ້ອຍ ຂຶ້ນໄດ້, ບາງຄົນອາດຈະຮອດຕອນໄວລຸ້ນ ຈິ່ງສາມາດຮູດຂຶ້ນໄດ້ (ພາສາຊາວບ້ານບອກວ່າເປັນການປອກເປືອກ). ເຊິ່ງຈະເຫັນວ່າ ໄລຍະນີ້ ຈະມີຂີ້ໄຄສີຂາວຕິດຢູ່ພາຍໃຕ້ໜັງຫຸ້ມ (ພາສາຊາວບ້ານເອີ້ນວ່າ ຂີ້ເກີ້ມ ຊ້າງນ້ອຍ) ອັນຈະເປັນສ່ວນສຳຄັນ ໃນການເຮັດໜ້າທີ່ຂອງການລຸດຜ່ອນການຮຸກຖູ ລະຫວ່າງ ໜັງຫຸມປ້າຍ ແລະ ອະໄວຍະວະເພດ.


ทำความสะอาด,ร่างกาย,จู๋,กระจู๋,กระเจี๊ยว,อวัยวะเพศ,อวัยวะเพศชาย,เครื่องเพศ,ล้างจู๋,ขลิบ,การขลิบ,ทความสะอาดจู๋,ทำความสะอาวดอวัยวะเพศ,ดูแลอวัยวะเพศ,ขลิบจู๋,หนังหุ้มปลาย,ทำความสะอาดหนังหุ้มปลาย,หนังหุ้มปลายอวัยวะเพศ,ทำความสะอาด,ร่างกาย,จู๋,กระจู๋,กระเจี๊ยว,อวัยวะเพศ,อวัยวะเพศชาย,เครื่องเพศ,ล้างจู๋,ขลิบ,การขลิบ,ทความสะอาดจู๋,ทำความสะอาวดอวัยวะเพศ,ดูแลอวัยวะเพศ,ขลิบจู๋,หนังหุ้มปลาย,ทำความสะอาดหนังหุ้มปลาย,หนังหุ้มปลายอวัยวะเพศ,


ການຮັກສາອະນາໄມອະໄວຍະວະເພດຊາຍ

ນີ້ເປັນເລື່ອງທີ່ສຳຄັນ ທີ່ຕ້ອງໄດ້ລ້າງຊ້າງນ້ອຍ ໃຫ້ສະອາດ ທຸກຄັ້ງທີ່ອາບນ້ຳ ໂດຍການຮູດໜັງຫຸ້ມສ່ວນປາຍໃຫ້ຕຶງເລັກນ້ອຍ ເພື່ອໃຫ້ໝັ້ນໃຈວ່າ ບໍ່ມີ ນ້ຳຍ່ຽວຄົງຄ້າງໃນສ່ວນປາຍ ຫຼື ອາດມີເສດອຸຈະລະ ຫຼື ສິ່ງອື່ນ ຕົກຄ້າງຂ້າງໃນ. ຢ່າເຮັດແຮງຈົນເດັກນ້ອຍເຈັບ ເພາະອາດຈະເຮັດໃຫ້ເລືອດອອກແລະ ຕິດເຊື້ອ. ດັ້ງນັ້ນຕ້ອງເຮັດເບົາ ດ້ວຍຄວາມລະມັດລະວັງ.

ນອກຈາກການທຳສະອາດຂ້າງເທິງແລ້ວ, ເພິ່ນຍັງມີການເຮັດຂລິບ ໜັງປາຍ ອະໄວຍະວະເພດ ສຳລັບເດັກນ້ອຍ ທີ່ອາດມີຮູ້ປາຍອະໄວຍະເພດ ຖືກປົກຫຸ້ມແໜ້ນເກີນໄປ. (ສ່ວນວິທີຂລິບ ແລະ ຜົນດີຜົນເສຍມີຫຍັງນັ້ນ ຈະແນະນຳໃຫ້ຮູ້ໃນບົດຕໍ່ໄປ).

ຂອບໃຈຂໍ້ມູນດີໆ ຈາກ: momypedia.com
ໂດຍ: ທີມງານປະກາດ

ອະທິບາຍວິທີຮັກສາ ຊ້າງນ້ອຍຊ້າງໃຫຍ່

Post Bottom Ad