ທ່ານຮູ້ບໍ່ວ່າ ການນອນພັກຜ່ອນໃຫ້ພຽງພໍເປັນສິ່ງສຳຄັນຫລາຍຕໍ່ສຸຂະພາບ ເພາະວ່າໃນເວລາທີ່ເຮົານອນນັ້ນເຊວຕ່າງໆໃນຮ່າງກາຍທີ່ຖືກໃຫ້ງານຈະຖືກສ້ອມແຊມໃຫ້ດີຂຶ້ນ ຄ້າຍໆກັບການສາກແບັດໃຫ້ກັບໂທລະສັບ ຫລື ຄອມພິວເຕີ້ ເພາະຖ້າບໍ່ສາກແລ້ວ ເຄື່ອງມັນກໍ່ຈະປິດ ແລະ ກໍ່ໃຊ້ງານບໍ່ໄດ້ອີກ ແຕ່ສຳຫລັບຄົນເຮົາແລ້ວ ຖ້າຫາກວ່ານອນພັກຜ່ອນບໍ່ພຽງພໍຈະສົ່ງຜົນເສຍຫຍັງແນ່ ມາຮູ້ນຳກັນໄດ້ເລີຍ.
1 , ຜິວຈະເສຍ
ຄົນທີ່ບໍ່ໄດ້ນອນຕິດຕໍ່ກັນ 2 ເຖິງ 3 ມື້ ມັກມີຜິວທີ່ຫ່ຽວ ແລະ ຕາບວມ ໂດຍຜູ້ທີ່ອົດນອນຕິດຕໍ່ກັນຫລາຍມື້ຈະເຮັດໃຫ້ຜິວພັນບໍ່ຜ່ອງໃສ
2 , ການໃຊ້ງານຂອງສະຫມອງຈະບໍ່ໄດ້ປະສິດທິພາບເຕັມທີ່
3 , ຄວາມຕ້ອງການທາງເພດລົດລົງ
4 , ເປັນຕົວກໍ່ໃຫ້ເກີດໂລກຊຶມເສົ້າໄດ້
5 , ນໍ້າຫນັກຂຶ້ນໄວ
6 ,ຂີ້ຫລົງຂີ້ລືມ
7 , ລະບົບສືບພັນລົດລົງ
8 , ສ່ຽງເຮັດໃຫ້ເກີດປະສາດຫລອນ
9 , ສາມາດເຮັດໃຫ້ເກີດອຸບັດຕິເຫດຕ່າງໆໄດ້
ໄລຍະຊົ່ວໂມງທີ່ຄວນນອນ ສຳຫລັບແຕ່ລະບຸກຄົນ
- ເດັກນ້ອຍເກີດໃຫມ່ ຄວນນອນ ມື້ລະ 16 ຫາ 18 ຊົ່ວໂມງ
- ເດັກນ້ອຍກ່ອນໄວຮຽໜ ຄວນນອນ ມື້ລະ 10 ຫາ 12 ຊົ່ວໂມງ
- ເດັກນ້ອຍທີ່ເລີ່ມເຂົ້າຮຽນຄວນນອນຫລັບຢ່າງຫນ້ອຍ 9 ຊົ່ວໂມງ
- ຜູ້ໃຫຍ່ ຄວນນອນຫລັບ ມື້ລະ 7 ຫາ 9 ຊົ່ວໂມງ
- ແມ່ຍິງທີ່ຫາກໍ່ຖືພາຄວນນອນຫລາຍກວ່າປົກກະຕິທີ່ເຄີຍນອນ
ນອກຈາກນີ້ໄລຍະການນອນຫລັບຈະປ່ຽນໄປຕາມອາຍຸ ໂດຍຜູ້ທີ່ອາຍຸຫລາຍຈະຫລັບສະຫນິດຫນ້ອຍລົງ ແລະ ຫລັບຍາກກວ່າ ຕື່ນງ່າຍນຳອີກ ແຕ່ກໍ່ຕ້ອງພະຍາຍາມທຳຈິດໃຈໃຫ້ສະບາຍເພື່ອຈະໄດ້ນອນຫລັບໃຫ້ພຽງພໍໃນແຕ່ລະມື້
ຮູ້ແບບນີ້ແລ້ວກໍ່ຄວນເອົາໃຈໃສ່ໃນການພັກຜ່ອນຂອງທ່ານໃຫ້ພຽງພໍໃນແຕ່ລະມື້ ແລະ ຂອງແຕ່ລະບຸກຄົນເດີ້.