ຍົນທີ່ໃຫຍ່ທີ່ສຸດໃນໂລກ 5 ອັນດັບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຍົນທີ່ໃຫຍ່ທີ່ສຸດໃນໂລກ 5 ອັນດັບ

Ukrainian Antonov An-225 Mriya: ຍົນທີ່ໃຫຍ່ ແລະ ໜັກທີ່ສຸດໃນໂລກ
ອັນດັບທີ 1 ແມ່ນຍົນ Ukrainian Antonov An-225 Mriya ທີ່ຖືເປັນຍົນທີ່ໃຫຍ່ທີ່ສຸດຂອງໂລກ ໃນປະຈຸບັນ. ຍົນດັ່ງກ່າວ ແມ່ນ ໄດ້ບິນເປັນຄັ້ງທຳອິດ ວັນທີ 21 ທັນວາ 1988. ຖືເປັນສິ່ງປະດິດທີ່ໃຫຍ່ຫຼາຍ ໃນການຮັບໃຊ້ວຽກງານ ການທະຫານ. ຍົນດັ່ງກ່າວ ຍັງໃຊ້ ໃນການລຳລຽງ Buran Orbiter ທີ່ເປັນກະສວຍອາວະກາດ ຂອງລັດເຊຍ.  ໄດ້ມີການພັດທະນາ ໃນລຸ້ນ An-225 ຈາກລຸ້ນ An-124 ທີ່ມີການປັບປຸງສັກກະຍະພາບ ແລະ ຄວາມປະຢັດຂອງການໃຊ້ພະລັງງານຂອງເຄື່ອງຈັກ. ຍົນລຸ່ນ An-225  ແມ່ນໃຊ້ ຈັກ 6 ເຄື່ອງ, ຂະນະທີ່ ລຸ້ນ An-124 ໃຊ້ 4 ເຄື່ອງ. ຖືວ່າເປັນຍົນທີ່ມີນ້ຳໜັກ ຫຼາຍທີ່ສຸດໃນໂລກ ກໍ່ວ່າໄດ້. ໂດຍສາມາດບິນດ້ວຍນ້ຳໜັກ ຫຼາຍກວ່າ 640 ໂຕ່ນ. ປະຈຸບັນມີຍົນ ລຸ້ນ An-225 ພຽງລຳດຽວໃນໂລກທີ່ຍັງປະຕິບັດການ.

Airbus A380F: ຍົນໂດຍສານທີ່ໃຫຍ່ທີ່ສຸດໃນໂລກ
ອັນດັບສອງ ແມ່ນ Airbus A380F ທີ່ບິນຄັ້ງທຳອິດ ເມື່ອວັນທີ 23 ເມສາ 2005. ຍົນລຳນີ້ມີ 525 ທີ່ນັ່ງ ທີ່ສາມາດເວົ້າໄດ້ວ່າ ເປັນຍົນໂດຍສານທີ່ໃຫຍ່ທີ່ສຸດ ກໍ່ວ່າໄດ້. ຍົນໃຊ້ຈັກຄູ່ ສອງຄູ່. ສາຍການບິນຫຼາຍສາຍ ແມ່ນນຳໃຊ້ຍົນດັ່ງກ່າວ.

Boeing 747-8: ຍົນທີ່ຍາວທີ່ສຸດໃນໂລກ
ອັນດັບສາມແມ່ນ Boeing 747-8 ທີ່ມີຄວາມຍາວ 77 ແມັດ ຖືວ່າເປັນຍົນທີ່ ຍາວທີ່ສຸດໃນໂລກ. ມີຄວາມຈຸ ໄດ້ 467 ທີ່ນັ່ງ.  ສາມາດບິ່ນໄດ້ໄກ ຂ້າມທະວີບ ແລະ ປະຢັດພະລັງງານສົມຄວນ. 

Boeing 747-400 ER
ອັນດັບທີ່ສີ່ ແມ່ນຍົນລຸ້ນ Boeing 747-400 ER ຖືວ່າເປັນຍົນໂດຍສານທີ່ໄດ້ຂາຍດີຫຼາຍ. ຄວາມກວ້າງຂອງປີກຍົນແມ່ນ 64.4 ແມັດ,  ຍາວ 70.6 ແມັດ, ສູງ 19.4 ແມັດ, ບັນຈຸຜູ້ໂດຍສານໄດ້ 524 ຄົນ. ມີການຕົບແຕ່ງພາຍໃນທີ່ທັນສະໄໝທີ່ສຸດ.

Ukrainian An-124 Ruslan.
ອັນດັບທີ່ 5 ມອບໃຫ້ Ukrainian An-124 Ruslan.ທີ່ຍັງຖືວ່າເປັນຍົນຂົນສົ່ງ ທີ່ໜັກທີ່ສຸດ ອັນດັບສອງ ຂອງໂລກໃນປະຈຸບັນ ແລະ ເປັນຍົນທີ່ສາມາດຍົກນ້ຳໜັກໄດ້ຫຼາຍທີ່ສຸດ.

Post Bottom Ad