ຊ້ວງນີ້ແມ່ນລະດູຝົນແລ້ວ ການຫາຫນໍ່ມາເຮັດອາຫານ ຫລື ຊອກຊື້ຫນໍ່ໄມ້ຕາມຕະຫລາດຈະງ່າຍແລະຍັງໄດ້ລາຄາຖືກກວ່າ ຍາມຮ້ອນ ຫລື ຍາມຫນາວ ເພາະວ່າຫນໍ່ໄມ້ ມັກຂຶ້ນຊ້ວງລະດູຝົນ ບ່ອນທີ່ມີນໍ້າ
ຫນໍ່ໄມ້ຖືວ່າເປັນອາຫານພື້ນເມືອງລາວເຮົາ ເພາະອາຫານບ້ານເຮົາມັກເຮັດແກງຫນໍ່ , ຊຸບຫນໍ່ໄມ້, ຫນໍ່ໄມ້ສົ້ມ ສາມາດນຳມາເຮັດແຈ່ວ ຫລື ໃສ່ແກງກໍ່ແຊບໄປອີກແບບ
ແຕ່ທ່ານຮູ້ບໍ່ວ່າ ຫນໍ່ໄມ້ມີຄຸນປະໂຫຍດຫລາຍຢ່າງ ທີ່ເຮົາບໍ່ຮູ້ ຫນໍ່ໄມ້ນັ້ນມີໂປຣຕີນ , ວິຕາມິນ ແລະ ກົດອະມີໂນທີ່ຮ່າງກາຍຂອງເຮົາຜະລິດບໍ່ໄດ້ ນອກຈາກນັ້ນ ຫນໍ່ໄມ້ຍັງມີກາກໃຍອາຫານທີ່ຊ່ວຍໃຫ້ຮ່າງກາຍນຳກາກ ແລະ ສານພິດອອກສູ່ຮ່າງກາຍໄດ້ໄວ
ຫນໍ່ໄມ້ນັ້ນ ຖ້າຮັບປະທານເຂົ້າໄປໃນຮ່າງກາຍແລ້ວນັ້ນ ມັນສາມາດຂັບສານພິດຕ່າງໆທີ່ຢູ່ໃນຮ່າງກາຍໄດ້ ໂດຍສະເພາະ ຢາຂ້າແມງໄມ້ ທີ່ເຮົາສູດດົມເຂົ້າໄປໃນຮ່າງກາຍ ພວກປະເພດສານຕ່າງໆທີ່ເປັນພິດກັບຮ່າງກາຍ ຈະຖືກຂັບອອກມາໄດ້ດີຂຶ້ນ ສາມາດລົດຄວາມສ່ຽງຂອງການເກີດໂລກມະເລັງໃນລຳໄສ້ໄດ້ດີ ແຕ່ການຮັບປະທານ ກໍ່ໃຫ້ພໍເຫມາະພໍສົມ ບໍ່ໃຫ້ຫລາຍເກີນໄປ ແລະທີ່ສຳຄັນກໍ່ຕ້ອງມີຄວາມສະອາດນຳ ຈຶ່ງຈະກິນໄດ້ຍິ່ງເປັນການດີ
ອາຫານທີ່ດີຕໍ່ສຸຂະພາບ ສ່ວນຫລາຍກໍ່ຈະແມ່ນອາຫານພື້ນບ້ານເຮົາ ທັງຍັງບໍ່ແພງນຳອີກ ແຕ່ສຳຫລັບບາງຄົນອາດຈະແພ້ຫນໍ່ໄມ້ກໍ່ເປັນໄດ້ ນັ້ນກໍ່ຂຶ້ນນຳທາດໃນຮ່າງກາຍຂອງໃຜລາວ .