ລັດຖະມົນຕີ ຮສສ ຕ້ອນຮັບຄະນຜູ້ແທນສູນແລກປ່ຽນການຮ່ວມມືມິດຕະພາບ ສປ ຈີນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະມົນຕີ ຮສສ ຕ້ອນຮັບຄະນຜູ້ແທນສູນແລກປ່ຽນການຮ່ວມມືມິດຕະພາບ ສປ ຈີນ





ນະຄອນຫຼວງວຽງຈັນ: ໃນວັນທີ 4 ມິຖຸນາ 2019 ນີ້, ທີ່ນະຄອນຫລວງວຽງຈັນ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄີ້ ຈີ້ ຫົວ ປະທານສູນແລກປ່ຽນການຮ່ວມມືມິດຕະພາບສາກົນ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາເຮັດວຽກຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃນລະຫວ່າງວັນທີ 2-7 ມິຖຸນາ 2019.



ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ເຄີ້ ຈີ້ ຫົວ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີການແລກປ່ຽນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສູນແລກປ່ຽນການຮ່ວມມືມິດຕະພາບສາກົນ ສປ ຈີນ ໂດຍສະເພາະແມ່ນການເສີມຂະຫຍາຍການຮ່ວມມື ແລະ ແລກປ່ຽນບົດຮຽນ, ປະສົບການກ່ຽວກັບການປ້ອງກັນ ແລະ ຮັບມືກັບໄພພິບັດ. ພ້ອມນີ້ ທ່ານລັດຖະມົນຕີ ຍັງໄດ້ ແຈ້ງໃຫ້ຊາບກ່ຽວກັບ ສະພາບການເຄື່ອນໄຫວວຽກງານຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໄດ້ສະເໜີໃຫ້ມີການຮ່ວມມືດ້ານແຮງງານ ລາວ-ຈີນ ເນື່ອງຈາກວ່າ ສປປ ລາວ ຍັງບໍ່ມີຍັນຍາແຮງງານຮ່ວມກັບ ສປ ຈີນ.



ໂອກາດນີ້, ທ່ານ ເຄີ້ ຈີ້ ຫົວ ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ທ່ານ ປອ ຄຳແພງ ໄຊສົມແພງ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບ ເຖິງຈຸດປະສົງໃນການມາເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອມາເຮັດວຽກຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ເຊິ່ງໜຶ່ງໃນຫົວຂໍ້ຫລັກທີ່ມາເຮັດວຽກຮ່ວມກັບ ສປປ ລາວ ແມ່ນການເສີມຂະຫຍາຍການຮ່ວມມື ແລະ ແລກປ່ຽນບົດຮຽນ, ປະສົບການ ແລະ ບົດຮຽນ ກ່ຽວກັບການປ້ອງກັນ ແລະ ຮັບມືກັບໄພພິບັດ, ພ້ອມນີ້, ທ່ານ ເຄີ້ ຈີ້ ຫົວ ຍັງໄດ້ສະແດງຄວາມເຫັນດີຕໍ່ ການສະເໜີຂອງ ທ່ານ ປອ ຄຳແພງ ໄຊສົມແພງ , ພ້ອມທັງຈະນຳໄປສະເໜີຕໍ່ ທາງກະຊວງແຮງງານ ຂອງ ສປ ຈີນ ຕື່ມອີກ./

ຂ່າວສານ ຮສສ : ນ. ເພັດສະໄໝ



_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad