ງານປະກວດສີລະປະວັນນະຄະດີ 4 ເມືອງໃຕ້ຂອງແຂວງໄຊຍະບູລີ ຈະຈັດທີ່ ເມືອງແກ່ນທ້າວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ງານປະກວດສີລະປະວັນນະຄະດີ 4 ເມືອງໃຕ້ຂອງແຂວງໄຊຍະບູລີ ຈະຈັດທີ່ ເມືອງແກ່ນທ້າວ



ໄຊຍະບູລີ: ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງໄຊຍະບູລີ ທີ່ຈະໄຂຂື້ນໃນຕໍ່ໜ້ານີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນນັ້ນ, ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະເປັນເຈົ້າພາບຈັດງານປະກວດສີລະປະວັນນະຄະດີ 4 ເມືອງໃຕ້ຂອງແຂວງຂື້ນ ໃນລະຫວ່າງວັນທີ 13 - 15 ມິຖຸນາ ປີ 2019 ນີ້

ເຊິ່ງຈະມີຄະນະສີລະປະຂອງ 4 ເມືອງໃຕ້ຄື: ເມືອງແກ່ນທ້າວ, ປາກລາຍ, ບໍ່ແຕນ ແລະ ເມືອງທົ່ງມີໄຊ ເຂົ້າຮ່ວມແຂ່ງຂັນຈຳນວນ 3 ປະເພດລາຍການຄື: ຟ້ອນເມືອງລະ 10 ບົດ.(ເນື້ອໃນດີ, ການນຸ່ງຖືໃຫ້ຖືກກັບເນື້ອໃນ ບົດຟ້ອນ); ເພງເມືອງລະ 10 ເພງ. (ເນື້ອໃນສ່ອງແສງເຖິງການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ) ແລະ ຂັບລໍາເມືອງລະ 2 ບົດ. (ເນື້ອໃນຖືກກັບການພັດທະນາຊີວິດການເປັນຢູ່ຂອງເຜົ່າ).



ລາງວັນປະເພດຟ້ອນ: ອັນດັບ 1 ຈະໄດ້ຮັບເງິນ 1.500.000 ກີບ, ອັນດັບ 2 ຈະໄດ້ຮັບ 1.200.000 ກີບ, ອັນດັບ 3 ຈະໄດ້ຮັບ 1.000.000 ກີບ ແລະ ລາງວັນຊົມເຊີຍ ຄະນະລະ 300.000 ກີບ; ລາງວັນປະເພດເພງ ອັນດັບ 1 ຈະໄດ້ຮັບເງິນ 1.000.000 ກີບ, ອັນດັບ 2 ຈະໄດ້ຮັບ 800.000 ກີບ, ອັນດັບ 3 ຈະໄດ້ຮັບ 600.000 ກີບ ແລະ ລາງວັນຊົມເຊີຍ 100.000 ກີບ; ລາງວັນປະເພດຂັບລໍາທ້ອງຖິ່ນ ອັນດັບ 1 ຈະໄດ້ຮັບເງິນ 1.000.000 ກີບ, ອັນດັບ 2 ຈະໄດ້ຮັບ 800.000 ກີບ, ອັນດັບ 3 ຈະໄດ້ຮັບ 600.000 ກີບ ແລະ ລາງວັນຊົມເຊີຍ 100.000 ກີບ. ຂໍຖືໂອກາດນີ້ ແຈ້ງມາຍັງທຸກທ່ານທີ່ສົນໃຈ ແລະ ມີພອນສະຫວັນໃນການຮ້ອງເພງ ເຂົ້າຮ່ວມງານປະກວດຄັ້ງນີ້ ເພື່ອເປັນຕົວແທນຂອງເມືອງໄປຮ່ວມສະແດງຢູ່ຂັ້ນແຂວງໃນໂອກາດຕໍ່ໄປ.

ສະເພາະນັກຮ້ອງໃຫ້ໄປສະເໜີຕົວ ແລະ ເຂົ້າຮ່ວມແຂ່ງຂັນຮອບຄັດເລືອກໃນວັນສຸກ ທີ 7 ມິຖຸນາ ປີ 2019 ນີ້, ເລີ່ມແຕ່ເວລາ 8 ໂມງ 30 ນາທີ ຫາ 17 ໂມງ ຂອງວັນດຽວກັນ ທີ່ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແກ່ນທ້າວ ໂທລະສັບ 074211809, 02099995489.



_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad