ຫ້ອງການສາທາລະນະສຸກ ເມືອງອາດສະພັງທອງ ໄດ້ເຄື່ອງມືອຸປະກອນການແພດ ຈາກຄົນລາວຢູ່ຕ່າງປະເທດ ມູນຄ່າ 25 000 ເອີໂຣ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫ້ອງການສາທາລະນະສຸກ ເມືອງອາດສະພັງທອງ ໄດ້ເຄື່ອງມືອຸປະກອນການແພດ ຈາກຄົນລາວຢູ່ຕ່າງປະເທດ ມູນຄ່າ 25 000 ເອີໂຣ



ສະຫວັນນະເຂດ: ໃນວັນທີ 04 ມິຖຸນາ 2019 ນີ້; ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສາທາລະນະສຸດເມືອງ ອາດສະພັງທອງ ໄດ້ຈັດພິທີມອບ - ຮັບເຄື່ອງມືອຸປະກອນການແພດໂດຍສະມາຄົມເພື່ອມິດປາກເຊພ້ອມດ້ວຍຄົນເຊື່ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຮັ່ງ ແລະ ປະເທດແບນຊິກ ຈໍານວນ 104 ລາຍການຄິດເປັນມູນຄ່າທັງໝົດ 25.000 ເອີໂຣຂຶ້ນຢ່າງເປັນທາງການ.


ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງອາດສະພັງທອງ, ທ່ານ ດຣ ບົງສະຫວັນ ພັນທະວົງສາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ສະຫວັນນະເຂດ, ມີທ່ານ ນິດສະຫວາດ ຊຸມພົນພັກດີ ຕາງໜ້າພີ່ນ້ອງເຊື້ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຣັ່ງ ແລະ ປະເທດແບນຊິກ, ນອກນັ້ນ; ກໍ່ມີຕ່າງໜ້າກະຊວງພົວພັນການຕ່າງປະເທດ, ຕະຫຼອດຫົວໜ້າຫ້ອງການສາທາລະນະສຸກເມືອງພ້ອມດ້ວຍຄະນະ ແລະ ພະນັກງານໃນຫ້ອງການ ແລະ ຫົວໜ້າສຸກສາລາທີ່ຂຶ້ນກັບເມືອງກໍ່ໄດ້ເຂົ້າຮ່ວມ.



ໃນພິທີທ່ານນາງ ສຸພາບ ອິນສີຊຽງໃໝ່ ກໍາມມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ລາຍງານການເຄື່ອນໄຫວ ແລະ ການຮັບການຊ່ວຍເຫຼືອໃນໄລຍະຜ່ານມາຄື: ໃນປີ 2015 ໄດ້ຮັບເຄືອງຊາວຍເຫຼືອຢາ, ອຸປະກອນການແພດ ຈໍານວນ 107 ລາຍການຄິດເປັນມູນຄ່າ 30.000 ເອີໂຣ ( ໃນນັ້ນມີຈັກໄຟຟ້າ) ໂດຍຄົນເຊື້ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຣັ່ງ, ປະເທດແບນຊິກ ແລະ ສະຫະພາບເອີຣົບ, ໄດ້ຮັບການຊ່ວຍເຫຼືອໃນການສ້າງເຮືອນຈັກໄຟຟ້າຈາກສະຖານທູດ ອົດສະຕາລີ ມູນຄ່າ 26 ລ້ານກີບ, ປີ 2017 ໄດ້ຮັບເຄື່ອງຊ່ວຍເຫຼືອຢາ, ອຸປະກອນການແພດ ຈໍານວນ 122 ລາຍການມູນຄ່າ 30.000 ເອີໂຣ



ການບໍລິຈາກໂດຍຄົນເຊື້ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຣັ່ງ, ປະເທດແບນຊິກ ແລະ ສະຫະພາບເອີຣົບ, ໄດ້ຮັບເຄື່ອງມືອຸປະກອນການແພດຈາກສະຖານທູດ ອົດສະຕາລີ ມູນຄ່າ 58 ລ້ານກວ່າກີບ, ປີ 2018 ໄດ້ຮັບເຄື່ອງມືອຸປະກອນການແພດ ( ມີຕັ້ງປິ່ນປົວແຂ້ວ - ເຄື່ອງສ່ອງລັງສີແຂ້ວ ແລະ ອຸປະກອນຈໍານວນໜຶ່ງ ) ໂດຍຄົນເຊື້ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຣັ່ງ ແລະ ປະເທດແບນຊິກໂດຍຜ່ານສະມາຄົມເພື່ອນມິດປາກເຊ ແລະ ມາໃນປີ 2019 ນີ້; ກໍ່ໄດ້ຮັບເຄື່ອງຊ່ວຍເຫຼື່ອເຄື່ອງມື, ອຸປະກອນການແພດຈໍານວນ 104 ລາຍການເຊິ່ງຄິດເປັນມູນຄ່າ 25.000 ເອີໂຣ ໂດຍຄົນເຊື້ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຣັ່ງ ແລະ ປະເທດແບນຊິກຜ່ານສະມາຄົມເພື່ອມິດປາກເຊ.


ຈາກນັ້ນ; ໃນພິທີກໍ່ໄດ້ມີການມອບ - ຮັບ ເຄື່ອງມື ແລະ ອຸປະກອນການແພດເປັນກຽດມອບໃນຄັ້ງນີ້; ໂດຍທ່ານ ນິດສະຫວາດ ຊຸມພົນພັກດີ ຕາງໜ້າພີ່ນ້ອງເຊື້ອຊາດລາວທີ່ຢູ່ທາງພາກເໜື່ອຂອງປະເທດຝຣັ່ງ ແລະ ປະເທດແບນຊິກ,ໃຫ້ກຽດກ່າວຮັບໂດຍ ທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງ ອາດສະພັງທອງ ກ່າວຮັບຢ່າງສົມກຽດ ໂດຍພາຍໃຫ້ກຽດ. ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ດຣ ບົງສະຫວັນ ພັນທະວົງສາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ສະຫວັນນະເຂດ ແລະ ບັນດາແຂກທີ່ເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ. ຫຼັງຈາກນັ້ນ; ກໍ່ໄດ້ມີການເດີນສໍາຫຼວດເບິ່ງອຸປະກອນຕື່ມດ້ວຍ.

ພາບຂ່າວ:ສາຍສະໝຸດ ສິມພະລີວົງ


_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad