ບໍ່ແກ້ວ: ພິທີປະກາດຮັບຮອງບ້ານແບບຢ່າງປະຕິບັດກົດໝາຍ ແລະ ບ້ານວັດທະນະທຳໃໝ່ ບ້ານໂພນໂຮມ, ບ້ານດອນມູນ ເມືອງຕົ້ນເຜິ້ງໄດ້ຈັດຂື້ນຢູ່ທີ່ເດີ່ນໜ້າຫ້ອງການ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຕົ້ນເຜິ້ງ ໃນວັນທີ 26 ມິຖຸນາ 2019 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ເຄື່ອນເພັດ ວົງຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຕົ້ນເຜິ້ງ, ມີທ່ານ ຄຳຫຼ້າ ອຸດທະຍອດກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງບໍແກ້ວ, ທ່ານ ວິໄນ ກັນຍາເດດ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍແກ້ວ, ມີອົງການຈັດຕັ້ງບ້ານ, ນາຍບ້ານທັງ 2 ບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ການນຳແຂວງ-ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພິທີ ທ່ານ ຄຳເຢັນ ວົງມະນີ ນາຍບ້ານໆ ໂພນໂຮມຕາງໜ້າ ຂື້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານການສ້າງບ້ານແບບຢ່າງປະຕິບັດກົດໝາຍແລະ ບ້ານວັດທະນະທຳໃໝ່ ພ້ອມທັງທິດທາງແຜນການໃນຕໍ່ໜ້າ, ບ້ານໂພນໂຮມແລະບ້ານດອນມູນແມ່ນບ້ານໜື່ງທີ່ນອນຢູ່ໃນເທດສະບານຂອງເມືອງຕົ້ນເຜິ້ງ ປະກອບມີທັງໝົດ 297 ຄອບຄົວ, ມີ 268 ຄົວເຮືອນ, ມີພົນລະເມືອງທັງໝົດ 1,403 ຄົນ, ຍິງ 675 ຄົນ, ມີແຮງງານຕົ້ນຕໍ່ 542 ແຮງງງານ, ຍິງ 278 ແຮງງານ ໃນນັ້ນມີຄອບຄົວແບບຢ່າງ ລວມທັງສອງບ້ານ 224 ຄອບຄົບ, ມີຄອບຄົວວັດທະນະທຳຄົບ 5 ມາດຖານ 256 ຄອບຄົວ,
ຕະຫຼອດໄລຍະຜ່ານມາຄະນະພັກອົງການຈັດຕັ້ງທັງສອງບ້ານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານເປັນປົກກະຕິ ປະຊາຊົນບັນດາເຜົ່າມີການປົກປັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງລາວໄວ້ເປັນຢ່າງດີ ເປັນຕົ້ນເຮັດບຸນປະເພນີ ບຸນເຂົ້າພັນສາ-ອອກພັນສາ, ບຸນປີໃໝ່ລາວ ແລະ ບຸນເຕັດນຶມຂອງເຜົ່າກຶມມຸ. ປະຊາຊົນທັງສອງບ້ານສ່ວນໃຫຍ່ຍຶດຖືອາຊີບເຮັດນາເປັນຕົ້ນຕໍ, ປູກຝັງລ້ຽງສັດ ແລະ ຄ້າຂາຍເປັນສຳຮອງ ເຊິ່ງມີເນື້ອທີ່ທຳການຜະລິດເຂົ້ານາປີ 12,022 ເຮັດຕາ, ສະມັດຕະພາບ 5 ໂຕນຕໍ່ເຮັກຕາ, ສາມາດເກັບກູ້ຜົນຜະລິດໄດ້ 300 ໂຕນຕໍ່ປີ, ສະເລ່ຍໃສ່ຫົວຄົນ 465 ກິໂລຕໍ່ຄົນຕໍ່ປີ.
ມາຮອດປະຈຸບັນສາມາດເຮັດໃຫ້ເສດຖະກິດຄອບຄົວຂອງພໍ່ແມ່ປະຊາຊົນມີຢູ່ມີກິນ ແລະ ພັດທະນາດີຂື້ນເປັນກ້າວໆ ເດັກໃນເກນອາຍຸໄດ້ເຂົ້າຮຽນໜັງສື ແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບການສັກຢາຢ່າງຄົບຖ້ວນ. ຈາກນັ້ນ ພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງໆ ຕົ້ນເຜິ້ງ ວ່າດ້ວຍການຮັບຮອງບ້ານປະຕິບັດສິດສະເໝີພາບ ຍິງຊາຍ ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົບໂດຍສະເພາະຕໍ່ແມ່ຍິງແລະເດັກນ້ອຍ, ວ່າດ້ວຍການຮັບຮອງບ້ານແບບຢ່າງປະຕິບັດກົດໝາຍ ແລະ ຂໍ້ຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການປະກາດຢັ້ງຍືນຮັບຮອງເອົາບ້ານໂພນໂຮມແລະບ້ານໂພນໂຮມເປັນບ້ານວັດທະນະທຳໃໝ່
ໂອກາດ ນີ້ໃຫ້ກຽດຂື້ນມອບໃບຍັ້ງຢືນ, ຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ໂດຍແມ່ນທ່ານ ເຄື່ອນເພັດ ວົງຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຕົ້ນເຜິ້ງ ພ້ອມທັງມີຄຳເຫັນຕໍ່ພິທີວ່າ: ວັດທະນະທຳເປັນພື້ນຖານແຫງການຢືນຍົງຄົງຕົວຂອງຊາດເພາະວ່າວັດທະນະທຳເຮັດໃຫ້ຄົນທັງຊາດເປັນອັນໜື່ງອັນດຽວກັນ ສາມັກຄີເປັນປຶກແຜ່ນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ທ່ານຍັງເໜັ້ນໜັກຕໍກັບຄະນະພັກຮາກຖານ,ເລຂາພັກບ້ານ,ນາຍບ້ານຕະຫຼອດຮອດພໍ່ແມ່ປະຊາຊົນ ຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ຫັນເອົາແນວທາງ ເວົ້າລວມເວົ້າສະເພາະແມ່ນຕ້ອງຫັນເອົາ 5 ມາດຖານ ຂອງການສ້າງບ້ານວັດທະນະທຳ ມາເປັນແຜນການເຄື່ອນໄຫວລະອຽດ,
ເອົາໃຈໃສ່ອະນຸລັກ ປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ, ຂະນົບທຳນຽມ ແລະ ວັດທະນະທຳຂອງຊາດກໍ່ຄືຂອງເຜົ່າ, ຮີດ 12 ຄອງ 14, ຮີດຢີ່ ຄອງຈຽງ ການປາກເວົ້າ,ການນຸ່ງຖື ການຂັບລຳທ້ອງຖິ່ນ ທັງໝົດນີ້ຕ້ອງໄດ້ຮັບການຟື້ນຟູ, ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນທຸກຊັ້ນຄົນເຂົ້າໃຈແຈ້ງວ່າ ວັດທະນະທຳອັນດີງາມຂອງພວກເຮົາ ແມ່ນມໍລະດົກຕົກທອດ ອັນລ້ຳຄ່າຈາກບັນພະບູລຸດ ເຊິ່ງຄົນລາວທຸກຄົນທັງຊາດຕ້ອງມີຄວາມເອກອ້າງທະນົງໃຈ ກັບວັດທະນະທຳຂອງຕົນ ເຊີ່ງແມ່ນປັດໃຈພື້ນຖານ ຂອງຄວາມເປັນຊາດ ເປັນປັດໃຈຂອງສັງຄົມ ເຊີ່ງຍາມໃດ ພັກ-ລັດ ກໍ່ຖືເອົາວັດທະນະທຳເປັນບັາຫາສຳຄັນຂອງຊາດ ໝາຍວ່າ ຖ້າເສຍວັດທະນະທຳ ກໍ່ຄືເສຍຊາດ.
ພາບ-ຂ່າວ: ສົມຄິດ