ບໍ່ແກ້ວ: ວັນທີ 25 ມິຖຸນາ 2019 ເຈົ້າໜ້າທີ ປກສ ເມືອງຕົ້ນເຜິ້ງ ໄດ້ລົງເຮັດວຽກງານວິຊາສະເພາະ ກວດກາບັນດາເຮືອນພັກ, ຫ້ອງແຖວ ທີຂື້ນກັບເມືອງຕົ້ນເຜິ້ງ ໄດ້ກວດກາຫ້ອງແຖວທີໃຫ້ຄົນ ຈີນເຊົາ ບ້ານດອນມຸນ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ແລະພົບເຫັນ ທ້າວ ມົວຊິງຟາງ ອາຍຸ 28 ປີ ສັນຊາດ ຈີນ ຢູ່ບ້ານ ເຫີນຊານ ເມືອງ ຊິວປາຍ ແຂວງຢຸນນານ (ປະເທດຈີນ) ມີພິລຸດຢູ່ໃນຫ້ອງ ເບີ 01 ເຈົ້າໜ້າທີພວກເຮົາຈຶ່ງໄດ້ກັກຕົວຜູ້ກ່ຽວ ແລ້ວສົມທົບກັບພາກສວນທີກ່ຽວຂ້ອງທຳການ ກວດຄົ້ນຫ້ອງດັ່ງກ່າວ
ຜ່ານການກວດຄົ້ນຂອງເຈົ້້າໜ້າທີພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 3.540 ເມັດ, ຢາຝິ່ນດິບ ຈຳນວນ 06 ກິໂລກາມ, ຢາບັນຈຸຂວດແກ້ວນ້ອຍຈຳນວນ 31 ຂວດ,ຢາບັນຈຸຊອງສີດຳຈຳນວນ 27 ຊອງ,ຢາບັນຈຸຊອງສີເຫຼືອງ ຈຳນວນ 29 ຊອງ, ແປ້ງຝຸ່ນຂາວ ຈຳນວນ 06 ຖົງ, ປືນສັ້ນ 9 ມມ ຈຳນວນ 01 ກະບອກ, ພ້ອມແມກ 02 ແມກ,ລູກປືນຈຳນວນ 30 ລູກ ແລະທໍ່ເກັບສຽງຈຳນວນ 01 ອັນ ແລະອຸປະກອນການປຸງແຕ່ງເພື່ອຜະລິດຢາເສບຕິດຈຳນວນຫຼວງຫລາຍ.
ດັ່ງນັ້ນ ທາງເຈົ້າໜ້າທີພວກຈຶ່ງໄດ້ນຳຕົວຜູ້ກ່ຽວມາທຳການການສືບສວນ-ສອບສວນຫາກຸ່ມແກ້ງພະລິດ ແລະ ຄ້າຂາຍຢາເສບຕິດລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ພາບ: ອຸໄທ ພູມມາ
ຂ່າວ ປກສ ເມືອງ ຕົ້ນເຜິ້ງ