ຜູ້ຊົມໃຊ້ສະມາດໂຟນ ຫົວເຫວີຍ HUAWEI ເລີ່ມອັບເກດ EMUI 9.1 ໄດ້ແລ້ວ ຕັ້ງແຕ່ທ້າຍເດືອນມິຖຸນາເປັນຕົ້ນໄປ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຜູ້ຊົມໃຊ້ສະມາດໂຟນ ຫົວເຫວີຍ HUAWEI ເລີ່ມອັບເກດ EMUI 9.1 ໄດ້ແລ້ວ ຕັ້ງແຕ່ທ້າຍເດືອນມິຖຸນາເປັນຕົ້ນໄປ



ຫົວເຫວີຍປະກາດໃຫ້ຜູ້ໃຊ້ສະມາດໂຟນ ແລະ ແທັບເລັດຂອງຫົວເຫວີຍເລີ່ມທະຍອຍອັບເກດເປັນ EMUI 9.1 ໄດ້ແລ້ວຕັ້ງແຕ່ທ້າຍເດືອນມິຖຸນາເປັນຕົ້ນໄປ ຈະມາພ້ອມລະບົບ File EROFS (Extendable Read-Only File System) ທີ່ເຮັດໃຫ້ຄວາມໄວໃນການອ່ານແບບ Random ເພີ່ມຂຶ້ນ ແລະ ຍັງເພີ່ມປະສິດທິພາບຄວາມໄວໃຫ້ການໃຊ້ງານໄດ້ຢ່າງຕໍ່ເນື່ອງດົນນານຍິ່ງຂຶ້ນ ດ້ວຍເທັກໂນໂລຢີ GPU Turbo 3.0 ຫຼຸດການກິນໄຟຈາກຊິບເຊັດລົງກວ່າເກົ່າ ແລະ ຍັງເພີ່ມສາຍເອີ້ນເຂົ້າແບບວິດີໂອໄດ້ອີກດ້ວຍ ລວມເຖິງລູກຫຼິ້ນອັດສະລິຍະເຊັ່ນ AI Video 2.0 ໃຫ້ຜູ້ໃຊ້ຫົວເຫວີຍມີຄວາມມ່ວນຊື່ນເພີດເພີນກັບສະມາດໂຟນໄດ້ຫຼາຍຍິ່ງຂຶ້ນ.

ສະມາດໂຟນຫົວເຫວີຍທີ່ຈະເປີດໃຫ້ມີການອັບເກດເປັນ EMUI 9.1 ໃນປະເທດລາວມີດັ່ງນີ້:


  • ທ້າຍເດືອນມິຖຸນາ - MediaPad M5 Series ທັງ M5 ແລະ M5 Pro ອັບເກດເປັນ EMUI 9.0 ແລະ Mate20/ Mate20 Pro ອັບເກດເປັນ EMUI 9.1
  • ເດືອນກໍລະກົດ - P20 / P20 Pro / nova 3 / nova 3i / nova 4 / Mate 10 / Mate 10 Pro / Y9 2019 ອັບເກດເປັນ EMUI 9.1
  • ເດືອນສິງຫາ - P10 / P10 Pro / Mate 9 / Mate 9 Pro ອັບເກດເປັນ EMUI 9.1
  • ສຳລັບລູກຄ້າທຸກທ່ານທີ່ໃຊ້ Huawei Nova 3e ແລະ Y9 2018 ແມ່ນສາມາດເລີ່ມອັບເດດ EMUI 9.1 ໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ... 





ວິທີອັບເກດ

  • ສາມາດອັບເກດໄດ້ໂດຍການເຮັດຕາມຄຳແນະນຳໃນສະມາດໂຟນ ໂດຍໄປທີ່ ການຕັ້ງຄ່າ > ການອັບເດດຊອບແວ
  • ພະນັກງານປະຈຳຮ້ານ ແລະ ສູນບໍລິການຫົວເຫວີຍກໍສາມາດໃຫ້ຄວາມຊ່ວຍເຫຼືອໃນການອັບເກດໄດ້ເຊັ່ນກັນ
  • ຊ່ວງເວລາໃນການແຈ້ງເຕືອນໃຫ້ອັບເກດເປັນ EMUI 9.1 ຈະແຕກຕ່າງກັນໄປຕາມແຕ່ລະເຄື່ອງແຕ່ລະລຸ້ນ
  • ຜູ້ໃຊ້ສະມາດໂຟນຫົວເຫວີຍ ສາມາດກວດສອບເວີຊັ່ນຂອງ EMUI ທີ່ໃຊ້ຢູ່ໃນປະຈຸບັນໄດ້ໃນຕົວເຄື່ອງໂດຍເຂົ້າໄປທີ່: ການຕັ້ງຄ່າ > ລະບົບ > ກ່ຽວກັບໂທລະສັບ



Post Bottom Ad