1. ນໍ້າເຜິ້ງແກ້ ອາການໄອ ໄດ້
ຈາກການສຶກສາໃນວາລະສານ Pediatrics ເຜີຍວ່ານໍ້າເຜິ້ງມີສັບພະຄຸນທຽບເທົ່າຢາ Light antibiotic ສາມາດກໍາຈັດເຊື້ອໄວລັດທີ່ເຮັດໃຫ້ເກີດອາການໄອໄດ້. ໂດຍສະເພາະຄົນທີ່ໄອ ຊໍາເຮື້ອ ຕະຫຼອດບໍ່ຍອມເຊົາ ລອງກິນນໍ້າເຜິ້ງ 2 ຊ້ອນຊາ ແລ້ວດື່ມນໍ້າອຸ່ນຕາມ, ກໍ່ຈະເຮັດໃຫ້ອາການໄອຈະຄ່ອຍໆເຊົາລົງ.
2. ນໍ້າເຜິ້ງແກ້ເຈັບຄໍ
ໃນເມື່ອນໍ້າເຜິ້ງສາມາດແກ້ອາການໄອໄດ້ ອາການ ໄວລັດ ລົງຄໍ ຈົນເຮັດໃຫ້ຮູ້ສືກເຈັບຄໍກໍສາມາດຫາຍໄດ້ດ້ວຍນໍ້າເຜິ້ງເຊັ່ນກັນ ຖ້າຫາກດື່ມນໍ້າເຜິ້ງອຸ່ນທີ່ມີ ໝາກນາວ ປະສົມລົງໄປເລັກນ້ອຍ. ດື່ມບໍ່ເທົ່າໃດອາການເຈັບຄໍ ກໍຈະຫາຍເລີຍ.
3. ນໍ້າເຜິ້ງຮັກສາໂລກກະເພາະ
ເນື່ອງຈາກນໍ້າເຜິ້ງມີຊັບພະຄຸນ ໃນການປິ່ນປົວແຜ ຈື່ງສາມາດຮັກສາແຜໃນກະເພາະອາຫານຂອງຜູ້ປ່ວຍໂລກກະເພາະໄດ້ ໂດຍສະເພາະຄົນທີ່ມີອາການໂລກກະເພາະໃນໄລຍະເລີ່ມຕົ້ນ ຄວນກິນນໍ້າເຜິ້ງມື້ລະ 1 ຊ້ອນຊາເປັນປະຈໍາ.
4. ຮັກສາເຊື້ອລາ
ໃນນໍ້າເຜິ້ງມີເອນໄສ ທີ່ເຜິ້ງປ່ອຍອອກມາ ເຊິງເອນໄສ ທີ່ວ່ານີ້ກໍມີ ຊັບພະຄຸນ ຄ້າຍ ໄອໂດຣເຈນເປີຣອອກໄສດ ຈື່ງສາມາດຮັກສາເຊື້ອລາ ຫຼື ອາການຕິດເຊື້ອແບກທີເລຍຊະນິດຕ່າງໆ ໄດ້.
5. ແກ້ອາການນອນບໍ່ຫຼັບ
ແນະນໍາໃຫ້ຜູ້ນອນບໍ່ຫຼັບເປັນປະຈໍາກິນນໍ້າເຜິ້ງ 1 ຊ້ອນຊາກ່ອນເຂົ້ານອນ 30 ນາທີ ດ້ວຍເຫດຜົນວ່ານໍ້າເຜິ້ງໃຫ້ຄວາມຫວານກັບຮ່າງກາຍ ເຊິງຈະໄປກະຕຸ້ນໃຫ້ຮ່າງກາຍຜະລິດອິນຊູລິນ ແລະຫຼັ່ງເຊໂລໂທນິນ ທີ່ເປັນຮໍໂມນແຫ່ງຄວາມສຸກອອກມາໄດ້. ຈາກນັ້ນເຊໂລໂທນິນຈະປ່ຽນຕົວເອງ ເປັນເມລາໂທນິນ ຮໍໂມນມີ້ຈະພາໃຫ້ຮູ້ສຶກຢາກນອນໄດ້.
6. ບັນເທົາອາການ ພູມແພ້
ນໍ້າເຜິ້ງມີອານຸມູນລະອອງເກລ ຂະໜາດນ້ອຍ ເຊິ່ງເມື່ອຮ່າງກາຍເຫັນສິ່ງນີ້ກໍຈະກະຕຸ້ນໃຫ້ລະບົບພູມຄຸ້ມກັນເຮັດວຽກຫຼາຍຂື້ນ. ສົ່ງຜົນໃຫ້ຮ່າງກາຍລັ່ງສານອີສຕຣາມີນນ້ອຍລົງ. ອາການຂອງໂລກພູມແພ້ອາກາດຈື່ງບັນເທົາລົງໄດ້.
7. ຮັກສາແຜ ລ້າງແຜໄດ້
ເຊິງວິທີຮັກສາແຜກໍຄື ໃຫ້ປະສົມນໍ້າຜື້ງ 1 ສ່ວນ ຕໍ່ນໍ້າ 9 ສ່ວນນໍາມາປະສົມກັນ ແລ້ວນໍາມາລ້າງແຜຕາມປົກກະຕິ.
8. ນໍ້າເຜິ້ງແກ້ຖອກທ້ອງ ເຈັບທ້ອງ
ນໍ້າເຜິ້ງສາມາດຂ້າເຊື້ອໂລກໃນກະເພາະອາຫານ ແລະ ລໍາໄສ້ໄດ້ ໂດຍສະເພາະອາຫານຕິດເຊື້ອໃນກະເພາະອາຫານ ຈົນເຮັດໃຫ້ເກີດການຖອກທ້ອງ. ພຽງແຕ່ດື່ມນໍ້າເຜິ້ງປະສົມນໍ້າອຸ່ນ 1 ແກ້ວກາແຟ, ອາການຖອກທ້ອງ ແລະປວດທ້ອງກໍ່ຈະບັນເທົາລົງ.