ເມືອງທົ່ງມີໄຊແຂວງໄຊຍະບູລີ ຈັດພິທີ ສະເຫຼີມສະຫຼອງວັນແພດລາວຄົບຮົບ 54 ປີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເມືອງທົ່ງມີໄຊແຂວງໄຊຍະບູລີ ຈັດພິທີ ສະເຫຼີມສະຫຼອງວັນແພດລາວຄົບຮົບ 54 ປີ




ໄຊຍະບູລີ: ໃນຕອນເຊົ້າວັນທີ 17 ມີຖຸນາ 2019 ຢູ່ທີ່ສະໂມສອນຂອງເມືອງທົ່ງມີໄຊແຂວງໄຊຍະບູລີ ໄດ້ຈັດພິີສະເຫຼີມສະຫຼອງວັນແພດລາວຄົບຮົບ 54ປີ ຄືວັນທີ 17 ມີຖຸນາ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ຂອງທ່ານ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆທົ່ງມີໄຊ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງງານຫຼັກແຫຼ່ງ ຕະຫຼອດຮອດອຳນາດການປົກຄອງບ້ານໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມ.




ໃນພິທີ ທ່ານເຈົ້າເມືອງໄດ້ກຽດຂຶ້ນຜ່ານບົດປະຖະກາຖາວັນສຳຄັນດັ່ງກ່າວ ເຊິ່ງໃນບາງຕອນທ່ານໄດ້ກ່າວວ່າ:  ພັກ ແລະ ລັດຖະບານຍາມໃດກໍ່ຖືສຳຄັນ ແລະ ເອົາໃຈໃສ່ວຽກງານສາທາລະນະສຸກ, ເຮັດໃຫ້ປະຊາຊົນບັນດາເຜົ່າ ມີສຸຂະພາບແຂງແຮງ ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີເຂັ້ມແຂງ ປະທານໄກສອນພົມວິຫານຜູ້ນຳທີ່ແສນເຄົາລົບຮັກ ຂອງພວກເຮົາ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ2 ວັນທີ່ 11 ມີນາ 1987 ທ່ານໄດ້ກ່າວວ່າ: ພັກ-ລັດ ເຮົາໄດ້ມອບພາລະໜ້າທີ່ເບີ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນບັນດາເຜົ່າໃຫ້ຂະແໜງການສາທາລະນະສຸກຮັບຜິດຊອບໂດຍກົງ, ອັນນີ້ແມ່ນພາລະໜ້າທີ່ອັນໜັກໜ່ວງ ແລະ ທັງແມ່ນກຽດອັນໃຫ່ຍຫຼວງສະຫງ່າທີ່ສຸດ ພະນັກງານແພດໝໍຕ້ອງກຳແໜ້ນ 5ທັດສະນະ ສາທາລະນະສຸກຂອງພັກຄື:



1. ສາທາລະນະສຸກຕ້ອງຮັບໃຊ້ການຜະລິດ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ສອງໜ້າທີ່ຍຸດທະສາດ ຮັບໃຊ້ວຽກງານກໍ່ສ້າງຄົນໃໝ່ສັງຄົມນິຍົມ.

2. ວຽກງານສາທາລະນະສຸກຕ້ອງຮັບໃຊ້ຢ່າງຕັ້ງໜ້າຕໍ່ກັບນະໂຍບາຍຕໍ່ບັນດາເຜົ່າຂອງພັກ.

3. ຕ້ອງປະຕິບັດວຽກງານກັນພະຍາດຢ່າງຕັ້ງໜ້າ

4. ຕ້ອງປະສານສົມທົບການແພດທັນສະໄໝ ກັບການແພດພື້ນເມືອງ ແລະ ຢາພື້ນເມືອງ ກໍ່ສ້າງພື້ນຖານສາທາລະນະສຸກທີ່ມີລັກສະນະຊາດ ແລະ ທັນສະໄໝ

5. ຕ້ອງອີງໃສ່ມະຫາຊົນ ເພື່ອກໍ່ສ້າງພື້ນຖານສາທາລະນະສຸກທົ່ວປວງຊົນ.

ເພື່ອຕອບສະໜອງເຈຕະນາລົມ ຂອງປະທານໄກສອນພົມວິຫານນັ້ນ ກະຊວງສາທາລະນະສຸກໄດ້ຕົກລົງສະເໜີສະພາແຫ່ງຊາດ ແລະ ຮັບຮອງເອົາ ວັນທີ 18 ມີຖຸນາ ເປັນວັນແພດລາວ. ວັນແພດລາວແມ່ນວັນໜື່ງທີ່ເປັນປະຫວັດສາດອັນລ້ຳຄ່າ ຂອງຂະແໜງການສາທາລະນະສຸກ, ເປັນວັນສ້າງຂະບວນການກິດຈະກຳຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ເພື່ອປຸກລະດົມມວນຊົນໃຫ້ເຫັນຄວາມສຳຄັນ, ເຂົ້າໃຈ ແລະ ເປັນເຈົ້າການກັນພະຍາດ ສົ່ງເສີມ ແລະ ຮັກສາສຸຂະພາບຂອງຕົນເອງ,  ຄອບຄົວ ແລະ ສັງຄົມ.


ນອກຈາກນັ້ນຍັງເປັນການປູກຈິດສຳນຶກ ໃຫ້ແກ່ແພດໝໍ ແລະ ພະນັກງານສາທາລະນະສຸກລາວ ຮຸ່ນສືບທອດຮ່ຳຮຽນເອົາແບບຢ່າງບ ອັນດີງາມ ຂອງແພດໝໍ ແລະ ພະນັກງານສາທາລະນະສຸກລາວຮຸ່ນກ່ອນ, ອອກແຮງຝຶກຝົນຫຼໍຫຼອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາທຳວິຊາຊີບ ແລະ ຄວາມຊຳນານງານດ້ວຍວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ, ສົມກັບຄຳເວົ້າທີ່ວ່າ: ເປັນນັກຮົບເສື້ອຂາວ ປະຕິວັດຂອງພັກ. ໃນໂອກາດດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນເຖິງສະພາບການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສາທາລະນະສຸກແຂວງໄຊຍະບູລີ ແລະ ການເຕີບໃຫຍ່ຂະຫຍາຍຕົວວຽກງານສາທາລະນະສຸກ ຂອງເມືອງທົ່ງມີໄຊ ໃນຕອນທ້າຍຂອງພິທີກໍ່ໄດ້ພ້ອມກັນຈັດກິດຈະກຳຍ່າງເພື່ອສຸຂະພາບ ຕາມບໍລິເວນເທດສະບານເມືອງທົ່ງມີໄຊນຳອີກ.

ຂ່າວ: ມິກລະຄອນ ຄຳມຸນທາ

Post Bottom Ad