ທາງບໍລິສັດໂອໂຕເວີນ ໂຄລາວດີວີລົບພິງ ຈຳກັດ ໄດ້ຈັດງານເປີດໂຕລົດລຸ້ນໃໝ່ ເຊິ່ງໃນນັ້ນມີລົດລຸ້ນ Hyundai All New Elantra ແລະ KIA Soluto ຂື້ນຢ່າງເປັນທາງການໃນວັນທີ່ 17 ມິຖຸນາ 2019 ທີ່ຫ້ອງຂາຍອາລຸນໃໝ່ໜອງບອນ ຕຶກໂຄລາວ ທາວເວີ 2 ງານເລີ່ມຕັ້ງແຕ່ເວລາ 11:00 ເປັນຕົ້ນໄປ ເຊິ່ງໃນນັ້ນມີ
ຄະນະຜູ້ບໍລິຫານບໍລິສັດ ໂຄລາວດີວີລົບພິງ ຈຳກັດ
ທ່ານປະທານ ຖາວອນ ວົງສົມບັດ
ທ່ານ ສຸພາວັນ ສໍຣາງກຸນ
ທ່ານ ໜູໄຊ ແຫວນສະຫວັນ
ຄະນະຜູ້ບໍລິຫານບໍລິສັດ ໂອໂຕເວີນດ໌ ໂຄລາວດິວີລົບພິງ ຈໍາກັດ
ທ່ານ ນາງ ແສງສຸລີ ສະຫລາດລໍ້າ
ທ່ານ ດຣ ວຽງທອງ ຈັນລີວົງ
ຄະນະຜູ້ບໍລິຫານກຸ່ມບໍລິສັດໂຄລາວ
ທ່ານ ນາງ ຈັນທະນາ ປັນຍາສິຣິ
ທ່ານ ສະເຫລີມໄຊ ທ່ຽງທໍາ
ທ່ານ ສັກປະເສີດ ຈັນປະສິດ
ທ່ານ ນາງພູວັນ ພຸດຜ່ອງ
Ø ແຂກກິຕິມະສັກຫຼາຍໆພາກສ່ວນທີ່ໄດ້ຖືເປັນກຽດເຂົ້າຮ່ວມງານ ພາຍໃນງານກໍໄດ້ມີທ່ານ ນານຸມົນ ສະຖາພົນ ເປັນຜູ້ຮອບຮູ້ກ່ຽວກັບລົດ ເກຍ ແລະ ຮຸນໄດ ເປັນຜູ້ນຳສະເໜີກ່ຽວກັບລົດທັງ 2 ລຸ້ນ ເຊິ່ງທັງສອງລຸ້ນໄດ້ປັບປ່ຽນ ແລະ ພັດທະມາຂື້ນມາຫຼາກຫຼາຍຢ່າງບໍ່ວ່າຈະເປັນ ເກຍໂຊລູໂຕທີ່ມາພ້ອມກັບໜ້າຈໍສຳຜັດຂະໜາດ 7ນີ້ວ, ສາມາດເຊື່ອມຕໍ່ໄດ້ເປັນລະບົບແບບ car pay , ລຳໂພງ 6 ຕົວພາຍໃນໂຕລົດ ສີທີ່ນຳເຂົ້າທັງໝົດມີຢູ່ 6 ສີນັ້ນກໍຄື ສີ ຂາວ, ສີແດງ, ສີດຳ ສີປອນເງິນ, ແລະຍັງມາພ້ອມກັບຫຼັງຄາທີ່ສາມາດເປີດໄດ້
Ø ນອກຈາກນັ້ນຍັງມີເປັນລຸ້ນ Hyundai elantra ທີ່ມາພ້ອມກັບຕາລົດ LED ແບບໃໝ່ ມີທັງເຊັນເຊີຖອຍ ແລະ ກ້ອງຖອຍພາຍໃນໂຕລົດ ແລະຮູບຊົງພາຍໃນໂຕລົດໄດ້ອອກແບບມາໃໝ່ເປັນຊົງທີ່ສວຍສົດງົດງາມຫຼູຫຼາ ແລະ ທັນສະໄໝ ມາພ້ອມກັບປຸ້ມສະຕາດລົດແບບອັດສະລິຍະພຽງແຕ່ໃຊ້ປາຍນີ້ວກົດເທົ່ານັ້ນ ຍັງບໍ່ພໍຍັງມາພ້ອມກັບຝາທ້າຍອັດສະລິຍະ ສາມາດເປີດຂື້ນເອງໄດ້ພາຍໃນ 3 ວິນາທີ່ ພຽງແຕ່ນຳກະແຈໄປໄວ້ໃກ້ກັບທ້າຍລົດພາຍໃນ 3 ວິນາທີ່ທ້າຍລົດກໍຈະເປີດຂື້ນເອງໄດ້ ສີທີ່ນຳເຂົ້າມາຈັດຈຳໜ່າຍກໍຈະມີ ສີຂາວ,ສີຟ້າ, ສີປອນເງິນ, ປອນເທົາ, ສີດຳ ຖືວ່າທັວສອງລຸ້ນມາພ້ອມກັບຄວາມທັນສະໄໝອີຫຼີ
Ø ທ່ານສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທາງ call center ທີ່ເບີ 1888 ຫຼື ສາມາດຕິດຕາມຂໍ້ມູນຂ່າວສານໄດ້ທາງ Facebook Page: Kia Motors Lao, Hyundai Motors Lao ແລະ Kolao Care