ມາຮອດນະຄອນປາກເຊ, ແຂວງຈຳປາສັກ ສິ່ງທີ່ບໍ່ຄວນພາດທີ່ສຸດ ຄືການຂ້າມຂົວໄປ ທ່ຽວຊົມ ວັດພູສະເຫຼົ້າເມືອງໂພນທອງ ທີ່ຈະເຮັດໃຫ້ທ່ານປະທັບໃຈກັບ ຄວາມງົດງາມ ຂອງຕົວເມືອງປາກເຊ, ວິວເມືອງໂພນທອງ, ໄດ້ຊົມຄວາມອັດສະຈັນຂອງແມ່ນ້ຳຂອງ ແລະ ພູຜາປ່າດົງ.
ວັດແຫ່ງນີ້ ມີພຣະຫຼາຍຮ້ອຍອົງ ໃຫ້ທ່ານໄດ້ ກາບໄຫວ້ ແລະ ມີຈຳນວນເພີ່ມຂຶ້ນທຸກວັນ ເພາະຊາວພຸດທົ່ວສາລະທິດ ແມ່ນໄດ້ສັດທາ ນຳເອົາພຣະພຸດທະຮູບມາປະດິດສະຖານ. ທີ່ໂດດເດັ່ນແມ່ນພຣະພຸດທະຮູບອົງໃຫຍ່ ທີ່ເປັນສັນຍາລັກແຫ່ງໃໝ່ຂອງດິນແດນແຫ່ງນີ້.
ພິເສດສຸດ ຕ້ອງຂຶ້ນມາຊົມຕາເວັນຕົກດິນ ເພາະເປັນວິວທີ່ງົດງາມຫຼາຍ ຈົນອະທິບາຍບໍ່ຖືກ. ຕ້ອງມາສຳພັດເອງ!!!
ທີມງານມາລະເດີ ພວກເຮົາ ໄດ້ຖ່າຍຄລິບ ແລະ ພາບມູມຕ່າງໆ ມາໃຫ້ຊົມ.
ຢ່າລືມແບ່ງປັນໃຫ້ເພື່ອນໆ ຂອງທ່ານຊົມນຳເດີັ
Credited: ມາລະເດີ Malader