ຂປລ. ນັກສຶກສາລາວຫລັງໄຫລເຂົ້າໄປສຶກສາຮໍ່າຮຽນຢູ່ປະເທດຈີນເພີ່ມຂຶ້ນແບບກ້າວກະໂດດ ເຖິງປັດຈຸບັນ ມີຕົວເລກສູງເຖິງ 7.000 ກວ່າຄົນ ເຫດຜົນຍ້ອນຄຸນນະພາບ-ມາດຕະຖານການສຶກສາສູງກວ່າບາງປະເທດພວມພັດທະນາ ແລະ ເທົ່າທຽມກັບບາງປະເທດພັດທະນາແລ້ວ ຂະນະທີ່ ນັກສຶກສາລາວຈໍານວນບໍ່ໜ້ອຍເຊື່ອວ່າລະບົບການປົກຄອງ-ການເມືອງຄ້າຍຄືກັນ ຍິ່ງກວ່ານັ້ນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໄດ້ກາຍເປັນສິ່ງດຶງດູດເຮັດໃຫ້ເຂົາເຈົ້າຕ້ອງເລືອກສະແຫວງຫາເຂົ້າມາຮຽນ ສປ ຈີນເພີ່ມຂຶ້ນຄືເງົາທຽມຄີງ ເຊິ່ງຈະເປັນໂອກາດໃຫ້ປະສົບຜົນສໍາເລັດໃນອາຊີບຫລາຍກວ່າ.
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວປະຈໍາ ສປ ຈີນໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະຊາວໜຸ່ມສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວປະຈໍາ ສປ ຈີນໃນວັນທີ 15 ມິຖຸນາ 2019 ທີ່ ນະຄອນຫລວງປັກກິ່ງ ສປ ຈີນໂດຍເປັນປະທານຂອງ ສະຫາຍ ສະເຫລີມໄຊ ທະທົງສັກ ຄະນະພັກ, ຫົວໜ້າຫ້ອງການສະຖານທູດ ສປປ ລາວປະຈໍາ ສປ ຈີນ, ພ້ອມ ສະຫາຍ ວົງສິນ ໃຊຍະວົງ ເລຂາຄະນະຊາວໜຸ່ມ, ເລຂາເອກຝ່າຍສຶກສາ ແລະ ວັດທະນະທໍາສະຖານທູດ ສປປ ລາວ ປະຈໍາ ສປ ຈີນ ລວມທັງນັກສຶກສາລາວເຂົ້າຮ່ວມ 124 ຄົນ (ຍິງ 51).
ລະຫວ່າງກອງປະຊຸມຄັ້ງນີ້, ຄະນະນໍາກ່ຽວຂ້ອງໄດ້ມີການເລົ່າຄືນມູນເຊື້ອອັນພິລະອາດຫານ ແລະ ຜົນສໍາເລັດອັນສະຫງ່າຂອງຊາວໜຸ່ມແຕ່ລະໄລຍະພາຍໃຕ້ການນໍາພາຂອງພັກອັນສະຫລາດສ່ອງໄສ ພ້ອມເຫັນດີເປັນເອກະພາບຮັບຮອງເອົາສະມາຊິກຊາວໜຸ່ມ 6 ສະຫາຍ, ສະມາຊິກແມ່ຍິງ 15 ສະຫາຍ, ສະມາຊິກກໍາມະບານ 55 ສະຫາຍ.
ສະຫາຍ ວົງສິນ ໃຊຍະວົງ ເລຂາຄະນະຊາວໜຸ່ມໄດ້ເປີດເຜີຍລະຫວ່າງກອງປະຊຸມຄັ້ງນີ້: ທ່າອ່ຽງນັກສຶກສາລາວເຂົ້າມາຮຽນຢູ່ ສປ ຈີນມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງສະເພາະສົກປີ 2018-2019 ນີ້ເຫັນວ່າຈໍານວນສຶກສາລາວທີ່ຂຶ້ນກັບຄຸ້ມຄອງຕົວຈິງຂອງສະຖານທູດລາວທີ່ປັກກິ່ງມີປະມານ 7.271 ຄົນ ໃນນັ້ນປະລິນຍາຕີ 3.000 ກວ່າຄົນ, ປະລິນຍາໂທ 900 ກວ່າຄົນ, ປະລິນຍາເອກ 100 ກວ່າຄົນ ແລະ ອື່ນໆ ແນວໃດກໍດີ ຕາມຂອບການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ສປ ຈີນຍັງລະບຸວ່າຝ່າຍລາວຈະໄດ້ຮັບທຶນການສຶກສາຈາກ ສປ ຈີນປະມານ 350 ທຶນຕໍ່ປີ ນອກຈາກນັ້ນຍັງມີທຶນຊັ້ນສູງ, ຝຶກອົບຮົມວິຊີບໄລຍະສັ້ນ-ຍາວ ແລະ ແລກປ່ຽນການຢ້ຽມຢາມອື່ນໆ ພິເສດ ທາງລັດຖະບານ ສປ ຈີນຍັງສະໜັບສະໜູນທຶນການສຶກສາດ້ານພັດທະນາເສັ້ນທາງລົດໄຟປະມານ 20 ກວ່າທຶນ ເຊິ່ງເປັນໜຶ່ງໃນວຽກງານສໍາຄັນເພື່ອຍົກລະດັບ ແລະ ປັບປຸງດ້ານວິຊາການໃຫ້ມີຄວາມເຂັ້ມແຂງດ້ານບຸກຄະລາກອນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຮອບດ້ານໂດຍສະເພາະວຽກງານປິ່ອອ້ມເສັ້ນທາງລົດໄຟ ແລະ ຍັງເປັນການຕອບສະໜອງເຈຕະນາລົມ-ຄວາມມຸ່ງໝັ້ນສອງປະເທດລາວ-ຈີນໃຫ້ມີຄວາມໝັກແໜ້ນຍິ່ງໆພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.
ທ່ານ ສອນໄຊ ພົມພິດາ ນັກສຶກສາປະລິນຍາເອກປີທີ 2 ສາຂາເສດຖະສາດແຫ່ງຊາດ ທີ່ ມະຫາວິທະຍາໄລຊານຕົງ ສປ ຈີນໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວວ່າຕົນກໍາເນີດໃນຄອບຄົວຖານະປານກາງ ແລະ ມີນ້ອງຫລາຍຄົນ ໃນຊີວິດຕົວຈິງໄຜ່ຝັນຢາກໄປຮໍ່າຮຽນໃນຕ່າງປະເທດໂດຍສະເພາະປະເທດທີ່ມີລະບົບການສຶກສາທີ່ມີຄຸນນະພາບສູງ ແລະ ມີລະບົບການເມືອງຄ້າຍຄືກັນກັບປະເທດຕົນເອງເຊັ່ນປະເທດຈີນ ສຸດທ້າຍກໍຕັດສິນໃຈເຂົ້າຮ່ວມສອບເສັງເອົາທຶນມາຮຽນປະເທດຈີນ ຜ່ານການສອບເສັງຄັດເລືອກໃນຈໍານວນຮຽນຫລາຍຮ້ອຍຄົນຕົນເອງໄດ້ອັນດັບທີ 2.
ພາຍຫລັງໄດ້ມາຮຽນຢູ່ມະຫາວິທະຍາໄລຊານຕົງຢູ່ ສປ ຈີນເຫັນວ່າສິ່ງຫຍຸ້ງຍາກ ແລະ ເປັນອຸປະສັກຫລາຍກວ່າໝູ່ແມ່ນການຮຽນພາສາຈີນ ແລະ ການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມຂອງປະເທດຈີນ ແຕ່ສຸດທ້າຍກໍຜ່ານຜ່າໄປໄດ້ດ້ວຍດີ. ລາວຍັງກ່າວວ່າການໄດ້ມາຮຽນຢູ່ຈີນເປັນສິ່ງພູມໃຈ ແລະ ສໍາຄັນທີ່ສຸດໃນຊີວິດ. ຕົນເອງຢືນຢັນວ່າໃນໄລຍະທີ່ສຶກສາຢູ່ທີ່ນີ້ຈະສືບຕໍ່ບຸກບືນ ແລະ ສູ້ຊົນທຸກຄວາມພະຍາຍາມເພື່ອຮຽນຮູ້ເອົາບົດຮຽນອັນລໍ້າຄ່າຂອງ ຈີນໂດຍສະເພາະການພັດທະນາ, ຄວາມທັນສະໄໝ, ແບບແຜນການດໍາລົງຊີວິດຂອງຊາວຈີນທີ່ໄດ້ບົ່ມສອນໃຫ້ມີຄວາມດຸໝັ່ນ-ຫ້າວຫັນໂດຍບໍ່ທໍ້ແທ້ ແລະ ກ້າຮັບເອົາສິ່ງໃໝ່ເພື່ອປັບໃຊ້ໃຫ້ຖືກຍຸກຖືກສະໄໝ ຖ້າຫາກສໍາເລັດຈາກສຶກສາຕາມຄວາມຝັນວ່າຢາກເຂົ້າເຮັດວຽກຢູ່ກະຊວງການຕ່າງປະເທດ.
ນາງ ຄານສະຫວັນ ສະເຫລີມສັກ ນັກສຶກສາປະລິນຍາໂທ ທີ່ມະຫາໄລເສດຖະສາດ ແລະ ການຄ້ານະຄອນຫລວງປັກປິ່ງເປີດເຜີຍຕໍ່ນັກຂ່າວເຊັ່ນກັນວ່າ: ຕົນເອງສອບເສັງໄດ້ທຶນລັດຖະບານ ສປ ຈີນ ເຊິ່ງເປັນສິ່ງວິເສດ ແລະ ດີໃຈຢ່າງລົ້ນເຫລືອຫາທີ່ປຽບບໍ່ໄດ້ໃນຊີວິດໂດຍໄຜ່ຝັນໄວ້ວ່າຖ້າໄດ້ມາຮຽນ ທີ່ ສປ ຈີນຄືການເດີນທາງມາຖືກແລ້ວ ເນື່ອງຈາກວ່າ ສປ ຈີນເປັນປະເທດບ້ານໄກ້ເຮືອນຄຽງກັນໂດຍມີຊາຍແດນຕິດຈອດກັນ, ລະບົບການປົກຄອງຄ້າຍຄືກັນ, ການໄປມາຫາສູ່ກັນລະຫວ່າງລາວ-ຈີນກໍມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຫລາຍທີ່ສຸດ.
ໃນໄລຍະມາຮຽນທໍາອິດບໍ່ຊິ້ນເຄີຍກັບສະພາບແວດລ້ອມໃນປະເທດຈີນປານໃດເພາະຈີນປະເທດກວ້າງໃຫຍ່, ທັນສະໄໝ ແລະ ອື່ນໆ ແຕ່ໃນທີ່ສຸດປັບໂຕເຂົ້າກັບສະພາບເຫລົ່ານັ້ນໄດ້ແບບງ່າຍດາຍ ເຊິ່ງຈົນກາຍເປັນຄວາມຮູ້ສຶກວ່າປະເທດຈີນປຽບເໜືອນເຮືອນຫລັງທີສອງຂອງຕົນເອງ.
ພ້ອມດຽວກັນນີ້, ທ. ບຣຸງຢາງ ນັກສຶກສາລາວ ທີ່ມະຫາວິທະຍາໄລເສດຖະກິດ-ການຄ້າປັກກິ່ງຍັງໃຫ້ທັດສະນະບາງດ້ານກ່ຽວກັບໂຄງການພັດທະນາເສັ້ນທາງລົດໄຟຄວາມໄວສູງລາວ-ຈີນວ່າ: ເສັ້ນທາງລົດໄຟລາວ-ຈີນປຽບສະເໜືອນສາຍເລືອດໃຫຍ່ທີ່ປ່ຽນແປງສະຖານະພາບຂອງ ສປປ ລາວຈາກປະເທດບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຈອດກັບພາກພື້ນ-ສາກົນ ແລະ ຍັງເປັນປະຕູທາງຜ່ານຂອງບັນດາ 10 ປະເທດສະມາຊິກອາຊຽນທີ່ມີປະຊາກອນ 600 ລ້ານກວ່າຄົນຈະໄດ້ຮັບຜົນປະໂຫຍດຮ່ວມກັນທາງກົງ-ທາງອອ້ມໃນໄລຍະຍາວ. ແນວໃດກໍດີ ຖ້າເສັ້ນທາງລົດໄຟລາວ-ຈີນສໍາເລັດຈະເຮັດໃຫ້ສອງປະເທດໄດ້ຜົນປະໂຫຍດບໍ່ໜ້ອຍເຊັ່ນ: ການຂົນສົ່ງ,ສິນຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ອື່ນໆ. ລາວຍັງກ່າວໃນອະນາຄົດຈະເຮັດໃຫ້ນັກທ່ອງທ່ຽວຫັນປ່ຽນຈາກການນັ່ງເຮືອບິນມາຂີ່ລົດໄຟເພີ່ມຂຶ້ນເພາະມັນສະດວກສະບາຍ, ມີຄວາມສ່ຽງໜ້ອຍ ແລະ ປັດຢັດຫລາຍ.
ເສັ້ນທາງລົດໄຟລາວ-ຈີນມີຄວາມຍາວປະມານ 400 ກວ່າກິໂລແມັດກັບການລົງທຶນເກືອບ 6 ຕື້ໂດລາສະຫະລັດ ໃນນັ້ນລັດຖະບານລາວອອກທຶນ 30% ແລະ ລັດຖະບານຈີນອອກທຶນ 70%, ເລີ່ມຈາກຊາຍແດນ ສປ ຈີນ ຜ່ານແຂວງຫລວງນໍ້າເຖິງນະຄອນຫລວງວຽງຈັນ ແລະ ຄາດວ່າຈະສໍາເລັດສົມບູນພາຍໃນປີ 2021 ຂະນະທີ່ ປະເທດໄທພວມຈະດໍາເນີນການກໍ່ສ້າງເສັ້ນທາງລົດໄຟໄທເພື່ອເຊື່ອມຕໍ່ລະຫວ່າງແຂວງໜອງຄາຍຂອງໄທເຂົ້າມາຫາ ສປປ ລາວ ເຊິ່ງຈະເຊື່ອມຕໍ່ໄປຫາປະເທດມາເລເຊຍ, ສິງກະໂປ ແລະ ເຊື່ອມຕໍ່ຫາ ສປ ຈີນ, ບັນດາຕາເວັນອອກກາງ ແລະ ເອີຣົບອື່ນໆ.
ພາບ-ຂ່າວ: ເກີດຂວັນໃຈ ມາລີຈັນສີ (ປັກກິ່ງ)