ບົດບາດຂອງລາວ ໃນຖານະເປັນປະທານ ກອງປະຊຸມ ຄັ້ງທີ່ 72 ຂອງ ສະ​ພາອົງ​ການ​ອະ​ນາ​ໄມ​ໂລກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບົດບາດຂອງລາວ ໃນຖານະເປັນປະທານ ກອງປະຊຸມ ຄັ້ງທີ່ 72 ຂອງ ສະ​ພາອົງ​ການ​ອະ​ນາ​ໄມ​ໂລກ


ສະ​ພາອົງ​ການ​ອະ​ນາ​ໄມ​ໂລກ ໄດ້ມີ​​ການຈັດ​ກອງ​ປະ​ຊຸມ​ແຕ່​ລະ​ປີ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຂອງ ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກຂອງ​ອົງ​ກາ​ນອະ​ນາ​ໄມ​ໂລກ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​ເຂົ້າ​ຮ່ວມ. ສະ​ເພາະ ປີ 2019 ນີ້ ມີ​ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ, ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທ​ລະ​ນະ​ສຸກ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ຈາກ 197 ປະ​ເທດ, ຜູ້​ຕາງ​ໜ້າ​ຈາກຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂື້​ນ​ກັບ​ລັດ​ຖະ​ບານ (INGOs, NGOs), ຜູ້​​ຕາງ​ໜ້າ​ຂອງ​ບັນ​ດາ​ສະ​ຖາ​ບັນ​ການ​ເງິນ​ຕ່າງໆເຂົ້າ​ຮ່ວ​ມ ເປັນ​ຈຳ​ນວນ ຫຼວງຫຼາຍ.




ທ່ານ ຮ​ສ.ດຣ. ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນຂອງ​ລາວ ປະ​ກອບ​ດ້ວຍທ່ານ ​ຫົວ​ໜ້າ, ຮອງ​ຫົວ​ໜ້າ​ຫ້ອງ​ການ, ຫົວ​ໜ້າ​ກົມ​ອ້ອມ​ຂ້າງ​ກະ​ຊວງ, ວິ​ຊາ​ການ​ກ່ຽວ​ຂ້ອງ ແລະ ຄະ​ນະ​ສິນ​ລະ​ປະ​ຈາກ ກະ​ຊວງ​ຖະ​ແຫຼ່ງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທຽວ ​ຈຳ​ນວນ​ໜຶ່ງ ໄປ​ເຂົ້າ​ຮ່ວມ ກອງ​ປະ​ຊຸມປະ​ຈຳ​ປີ​ ຂອງ​ສະ​ພາ​ອົງ​ການ​ອະ​ນາ​ໄມ​ໂລກ ເຊິ່ງ​ປີນີ້​ເປັນຄັ້ງ​ທີ 72 ​ຈັດ​ຂື້​ນ​ທີ່​ເມືອງເຊີ​ແນວ, ປະ​ເທດ ສະ​ວິດ​.



ພິ​ເສດ, ກອງ​ປະ​ຊຸມ ສະ​ພາອົງ​ການ​ອະ​ນາ​ໄມ​ໂລກ​ ຄັ້ງ​ທີ 72 ທີ່​ໄດ້​ຈັດ​ຂື້ນ​ແຕ່​ວັນ​ທີ 20-28 ພຶດ​ສະ​ພາ, 2019 ນີ້ ແມ່ນ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ ແລະ ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ຈຸດ​ປະ​ສົງທຸກ​ປະ​ການຢ່າງ​ຈົບ​ງາມ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຮ​ສ.ດ​ຣ.ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ ສ​ປ​ປ ​ລາວ.



ປະ​ທານກອງ​ປະ​ຊຸມ ຂອງ​ສະ​ພາ ອົງ​ການ​ອະ​ນາ​ໄມ​ໂລກແຕ່​ລະ​ຄັ້ງ​ແມ່ນ​ໄດ້​​ຜັດປ່ຽນກັນຕາມພາກພື້ນຂອງອົງການອະນາໄມໂລກ ຊິ່ງ​ປີ 2019 ນີ້​ແມ່ນ​ຟຽນ​ຂອງ​​ບັນ​ດາ​ປະ​ເທດ​ໃນ​ຂົງ​ເຂດພາກພື້ນປາຊີຟິກຕາເວັນຕົກ. ເພື່ອ​ເຮັດ​ໜ້າ​ທີ່​ອັນ​ສຳ​ຄັນ​ນີ້ ທາງ​ຫ້ອງ​ການ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ປະ​ຈຳ​ພາກພື້ນປາຊີຟິກຕາເວັນຕົກ ໄດ້​ຄັດ​ເລືອກ​ໃຫ້​ທ່ານ ຮ​ສ.ດ​ຣ. ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ ສ​ປ​ປ​ລາວ ຮັບ​ໜ້າ​ທີ່​ເປັນ​ປະ​ທານກອງ​ປະ​ຊຸມ​ລະ​ດັບ​ສາ​ກົນ​ໃນ​ຄັ້ງ​ນີ້.




_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad